ຂ່າວສານ

ພັດ​ທະ​ນາ ໂກນ​ດາວ ​ກາຍ​ເປັນ​ເຂດ​ທອງ​ທ່ຽວ​ທຳ​ມະ​ຊາ​ດ​ທະ​ເລ​ໝູ່​ເກາະ ແລະ ວັດ​ທະ​ນະ​ທຳ - ປະ​ຫ​ວັດ​ສາດ - ຈິດ​ວິນ​ຍານ ​ລະ​ດັບ​ສາ​ກົນ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທັງ ຫາກໍ່ລົງນາມປະກາດໃຊ້ຂໍ້ຕົກລົງອະນຸຍາດໜ້າທີ່ດັດປັບການວາງແຜນກຳນົດລວມ ການກໍ່ສ້າງໂກນດາວ, ແຂວງບ່າເຣຍ - ຫວູງເຕົາຮອດປີ 2045.

    

ພາບປະກອບ: TTXVN

ຕາມຂໍ້ຕົກລົງແລ້ວ, ຂອບເຂດການຄົ້ນຄ້ວາວາງແຜນກຳນົດລວມມີ ເຂດບໍລິຫານປົກຄອງເມືອງ ໂກນດາວ ທັງໝົດ, ລວມມີ: ເກາະໃຫຍ່ນ້ອຍ 16 ແຫ່ງ ດ້ວຍຂອບຂະໜາດປະມານ 75,78 km2...

ຂໍ້ຕົກລົງໄດ້ວາງເປົ້າໝາຍດັດປັບການວາງແຜນກຳນົດລວມກໍ່ສ້າງ ໂກນດາວ ໃຫ້ເໝາະສົມກັບການພັດທະນາການທ່ອງທ່ຽວ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນຄ່າຮ່ອງຮອຍປະຫວັດສາດ ລະດັບຊາດພິເສດ, ຂຸດຄົ້ນ ແລະ ປົກປັກຮັກສາເຂດ ປ່າສະຫງວນແຫ່ງຊາດ, ມຸ່ງໄປເຖິງການພັດທະນາ ໂກນດາວ ກາຍເປັນເຂດທ່ອງທ່ຽວທຳມະຊາດ ທະເລໝູ່ເກາະ ແລະ ວັດທະນະທຳ - ປະຫວັດສາດ - ຈິດວິນຍານທີ່ມີີຄຸນນະພາບສູງ, ພົ້ນເດັ່ນລະດັບພາກພື້ນ ແລະ ສາກົນ ດ້ວຍລະບົບພື້ນຖານວັດຖຸດ້ານເຕັກນິກແບບຄົບຊຸດ, ທັນສະໄໝ, ຜະລິດຕະພັນການທ່ອງທ່ຽວທີ່ມີເຄື່ອງໝາຍ, ກຳລັງແກ້ງແຍ້ງສູງ.

ພ້ອມກັນນັ້ນ, ດັດປັບການວາງແຜນກຳນົດລວມການກໍ່ສ້າງໂກນດາວ ເພື່ອ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງເຂດນະຄອນໂຮ່ຈີມິນ ແລະ ແຂວງບ່າເຣຍ - ຫວູງເຕົາ.

(ແຫຼ່ງຄັດຈາກ VOV)


top