ເຫດການ ແລະ ບັນຫາ

ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ: ທ່າໄດ້ປຽບຂອງ ຫວຽດນາມ

ໂລກກໍາລັງປະສົບ ກັບຜົນກະທົບຈາກໄພພິບັດ ສາມຢ່າງ ດ້ວຍລະດັບ ແລະ ຂະໜາດທີ່ບໍ່ເຄີຍມີມາກ່ອນເຊັ່ນ: ການແຜ່ລະບາດ ຂອງໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ ແລະ ລົດລົງຂອງ ຊັບພະຍາ ກອນທໍາມະຊາດ ຊຶ່ງສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ ໃນຫຼາຍດ້ານ, ບໍ່ ພຽງແຕ່ໃນທຸກມື້ນີ້ເທົ່ານັ້ນ ແຕ່ຍັງກັບຄົນຮຸ່ນຕໍ່ໆ ໄປອີກດ້ວຍ. ເພາະ ສະນັ້ນ, ໂລກກໍາລັງປະສົບ ກັບຜົນກະທົບຈາກໄພພິບັດ ສາມຢ່າງ ດ້ວຍລະດັບ ແລະ ຂະໜາດທີ່ບໍ່ເຄີຍມີມາກ່ອນເຊັ່ນ: ການແຜ່ລະບາດ ຂອງໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ ແລະ ລົດລົງຂອງ ຊັບພະຍາ ກອນທໍາມະຊາດ ຊຶ່ງສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ ໃນຫຼາຍດ້ານ, ບໍ່ ພຽງແຕ່ໃນທຸກມື້ນີ້ເທົ່ານັ້ນ ແຕ່ຍັງກັບຄົນຮຸ່ນຕໍ່ໆ ໄປອີກດ້ວຍ. ເພາະ ສະນັ້ນ, ພັດທະນາພື້ນຖານເສດຖະກິດ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ, ເສດຖະກິດໝູນວຽນ ແມ່ນ​ທ່າ​ອ່ຽງ​ທີ່​ຈຳເປັນຢ່າງເດັດຂາດ. ປັດຈຸ​ບັນ, ລັດຖະບານ​ ຫວຽດນາມ ກຳລັງພະຍາຍາມເສີມຂະຫຍາຍ ຄວາມສາ ມາດບົ່ມຊ້ອນ, ຊຸກຍູ້ຢ່າງແຂງແຮງ ການຜັນຂະຫຍາຍແຜນການ, ນະໂຍບາຍ ເພື່ອ​ບັນລຸ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ໃນເວລາດຽວກັນ ຍັງຮັກສາ​ຄວາມ​ຍືນ​ຍົງ​ດ້ານ​ສິ່ງ​ແວດ​ລ້ອມ.

ກຳປັ່ນທ່ອງທ່ຽວ ​ພາ​ຜູ້​ເຂົ້າ​ຮ່ວມ ​ການ​ປະ​ກວດ​ນາງ​ງາມທ່ອງ​ທ່ຽວ​ໂລກ 2022 ​ທ່ຽວຊົມເຂດອ່າງເກັບນ້ຳ ​ເມືອງ ກີ່ວນຍາຍ (ແຂວງ ເຊີນລາ). ພາບ: ກວາງກວ໋ຽດ/VNA 

ໂດຍສະເພາະຢ່າງຍິ່ງ, ​ນາຍົກລັດຖະມົນຕີ ໄດ້​ອອກ​ມະຕິ​ຕົກລົງ 1658/QD-TTg ຮັບຮອງ​ເອົາ​ ຍຸດ​ທະ​ສາດ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ເຕີບ​ໂຕ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ ​ໄລຍະ 2021-2030, ​ວິ​ໄສ​ທັດ​ເຖິງ​ປີ 2050 ​ແລະ ມະຕິ 687/QD-TTg ຮັບຮອງ​ເອົາ ແຜນຮ່າງພັດທະນາ ເສດຖະກິດໝູນວຽນ​ຢູ່ ຫວຽດນາມ. ໃນໄລຍະ 10 ກວ່າປີແຫ່ງການ ຜັນຂະຫຍາຍ ແລະ ປະຕິບັດ ເສດຖະກິດສີຂຽວ, ດ້ວຍການຊີ້ນຳຂອງ ພັກ ແລະ ລັດ ພ້ອມກັບຄວາມຮັບຮູ້ ຂອງ ປະຊາຄົມ ສັງຄົມ ກ່ຽວກັບ ຄວາມສຳຄັນ ຂອງ ເສດຖະກິດ ສີຂຽວ, ມາຮອດປັດຈຸບັນ ພື້ນຖານ ເສດຖະກິດ ຫວຽດນາມ ໄດ້ມີບາດກ້າວ ພັດທະນາ ຢ່າງຕັ້ງໜ້າເຊັ່ນ: ພຶດຕິກຳການຜະລິດ ແລະ ການບໍລິໂພກ ມີການປ່ຽນແປງ ແລະ ປັບ ປຸງຢ່າງຕັ້ງໜ້າ; ການກະທຳທີ່ແທດຈິງ ມີນັບມື້ນັບຫຼາຍ ປະກອບສ່ວນ​ເຂົ້າໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ທີ່ເປັນມິດຕໍ່ສິ່ງແວດລ້ອມ; ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ ແລະ ຍົກສູງ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫຼາຍ​ເຂດ​ຕົວ​ເມືອງໃໝ່, ພິ​ເສດ​ແມ່ນເຂດ​ຊົນນະບົດ​ໃໝ່​ໄດ້ຮັບ ການກໍ່ສ້າງເປັນຮູບເປັນຮ່າງ. 

ພັດທະນາການທ່ອງທ່ຽວຕາມທິດ​ເຕີບ​ໂຕ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ ແລະ ຍືນຍົງ. ພາບ: VNA

ໃນ​ໄລຍະ​ຜ່ານ​ມາ, ​ເພື່ອ​ປະຕິບັດ​ການ​ພັດທະນາ​ເສດຖະກິດສີຂຽວ, ຫວຽດນາມ​ ຍັງໄດ້​ຮັບ​ຄວາມ​ສົນໃຈ, ຊ່ວຍເຫຼືອ, ​ແບ່ງປັນ​ປະສົບ​ການ ​ຈາກ​ບັນດາ​ອົງການ​ຈັດຕັ້ງສາກົນ ​ແລະ ປະຊາ​ຄົມ​ໂລກ ຢູ່ສະເໝີ; ດຶງ​ດູດ​ ​ແຫຼ່ງ​ເງິນ​ລົງທຶນ​ໂດຍ​ກົງ​ ຈາກ​ຕ່າງປະ​ເທດ (FDI) ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ສີຂຽວ ຢ່າງຫຼວງຫຼາຍ, ພິ​ເສດ​ແມ່ນ​ການ​ພັດທະນາ​ອຸດສາ ຫະກຳ​ສີຂຽວ ​ແລະ ພະລັງງານສີ​ຂຽວ.

ເສດຖະກິດສີຂຽວ ​ແມ່ນ​ການ​ສົມທົບ​ ​ຂອງ​ ສາມ​ປັດ​ໄຈ​: ເສດຖະກິດ, ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ, ມີລັກສະນະ​ຍືນ​ຍົງ​, ມຸ່ງໄປເຖິງການພັດ ທະນາຊີວິດຂອງວົງຄະນາຍາດສັງຄົມ​, ພ້ອມ​ກັນ​ນັ້ນ, ບັນດາການ ເຄື່ອນໄຫວ​ດັ່ງກ່າວ​ຍັງ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ອີກດ້ວຍ.

ໃນ​ພື້ນຖານ​ເສດຖະກິດ​ສີຂຽວ, ຊັບພະຍາກອນ​ສິ່ງ​ແວດ​ລ້ອມ​ແມ່ນ​ປັດ​ໄຈ​ສຳຄັນ, ມີລັກສະນະຕັດສິນ ຕໍ່ການ​ພັດທະນາ​ເສດຖະກິດ, ປັບປຸງ​ລະບົບ​ຕ່ອງ​ໂສ້​ຄຸນຄ່າ, ນຳ​ມາ​ເຊິ່ງຄວາມ​ໝັ້ນຄົງ ​ແລະ ຄວາມ​ຈະ​ເລີ​ນ ຮຸ່ງ​ເຮືອງ​ໃນ​ໄລຍະ​ຍາວ. ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ການ​ຄຸ້ມ​ຄອງ​ ແລະ ນໍາໃຊ້ ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແບບ​ຍືນ​ຍົງ, ການ ຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດ ໄດ້ຖື​ເປັນ​ບັນ​ຫາ​ສຳ​ຄັນ​ຂອງ​ເສດ​ຖະ​ກິດສີ​ຂຽວ. ລັດ ແລະ ຂົງເຂດເອກະຊົນ ສຸມໃສ່ໃຫ້ບຸລິມະ ສິດລົງທຶນ ເຂົ້າໃນວຽກງານເສດຖະກິດ, ພື້ນຖານໂຄງລ່າງ ແລະ ວຽກ ງານມີຄຸນປະໂຫຍດ ຮັບປະກັນເປົ້າໝາຍຫຼຸດຜ່ອນມົນລະພິດ ແລະ ການປ່ອຍອາຍພິດ ກາກບອນນິກ; ປັບປຸງປະສິດທິຜົນ ການນຳໃຊ້ ແຫຼ່ງຊັບພະຍາກອນ ແລະ ພະລັງງານ; ສະກັດກັ້ນການສູນເສຍ ດ້ານ ຊີວະນາໆ ພັນ ແລະ ການບໍລິການຂອງລະບົບນິເວດ.

ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດແບບຍືນຍົງ ໄດ້ຖືວ່າແມ່ນບັນຫາສຳຄັນຂອງເສດຖະກິດສີຂຽວ. ພາບ: VNA

ຖະ​ແຫຼ​ງການ​ຢ່າງ​ແຂງ​ແຮງ ​ກ່ຽວ​ກັບ​ການ​ປ່ອຍ​ອາຍ​ພິດເທົ່າກັບ “0’’ ໃນປີ 2050 ຢູ່ COP 26 ​ໄດ້​ສະ​ແດງ​ໃຫ້​ເຫັນ​ ຄວາມ​ຕັດສິນ​ໃຈ ​ທາງ​ດ້ານ​ການ​ເມືອງ ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍທີ່ ຮ້າຍ​ແຮງ ໃນທົ່ວ​ໂລກ ​ກ່ຽວ​ກັບອາກາດ, ສິ່ງແວດລ້ອມ, ​ການ​ເສື່ອມ​ໂຊມ​ຂອງ​ລະບົບ​ນິ​ເວດ, ມຸ່ງ​ໄປ​ເຖິງໂລກ ທີ່ເຂັ້ມແຂງ; ພ້ອມ​ກັນ​ນັ້ນ ຫາໃຊ້ຢ່າງສຸດຂີດ ກາລະໂອກາດ ພາ​ໃຫ້​ປະ​ເທດ​ເຮົາ​ກ້າວ​ໄປ​ສູ່​ເສັ້ນ ທາງ “ສີຂຽວ”, ເຮັດໃຫ້​ເປົ້າ​ໝາຍ​ ກາຍ​ເປັນ​ປະ​ເທດ ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045 ກາຍເປັນຈິງ.

 

ເສດຖະກິດໝູນວຽນ ຮຽກຮ້ອງໃຫ້ມີການຮ່ວມແຮງຮ່ວມໃຈກັນ ປະ ສານສົມທົບ ລະຫວ່າງບັນດາວິສາຫະກິດ, ລູກຄ້າ, ຜູ້ສະໜອງ ແລະ ຜູ້ເຂົ້າຮ່ວມອື່ນໆ ໃນຕ່ອງໂສ້ມູນຄ່າ. ຕາມ​ບົດ​ລາຍ​ງານ​ ກ່ຽວກັບແງ່ ຫວັງ​ພະລັງງານ​ຂອງ​ ຫວຽດນາມ ປີ 2021, ດ້ວຍແຫຼ່ງ​ພະລັງງານ​ແສງ ຕາ​ເວັນ ​ແລະ​ ພະລັງງານ​ລົມ ​ທີ່​ອຸດົມສົມບູນ, ຫວຽດນາມ ​ເປັນ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ຫັນປ່ຽນ​ສີຂຽວ​ໃຫຍ່​ກວ່າ​ໝູ່ ​ຢູ່​ພາກ​ພື້ນ ​ແລະ ຈະ​ເປັນ​ສູນ​ພະລັງງານ​ທົດ​ແທນ​ຢູ່ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້.
ພື້ນຖານ​ເສດຖະ ກິດ​ສີຂຽວ ​ຮອບດ້ານ ແມ່ນ ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ. ພາບ: VNA

ຢູ່​ ຫວຽດນາມ, ທ່າ​ອ່ຽງພັດທະນາ​ເສດຖະກິດ ທີ່ເປັນມິດກັບສິ່ງແວດ ລ້ອມ, ເສດຖະກິດໝູນວຽນ ໄດ້ປາກົດ​​ ເມື່ອບໍ່​ດົນ​ນານມານີ້, ​ແຕ່ດ້ວຍ​ທ່າ​ໄດ້​ປຽບ ຂອງຕົນ, ຫວຽດນາມ ສາມາດ​ພັດທະນາ ພື້ນຖານ​ເສດຖະ ກິດ​ສີຂຽວ ​ຮອບດ້ານ, ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ, ບັນລຸ​ເປົ້າ​ໝາຍ ​ທີ່ກົມກຽວ ລະຫວ່າງການ​ເຕີບ​ໂຕ ​ຂອງ​ເສດຖະກິດ​, ຮັບປະ ກັນຄວາມສະຫງົບປອດໄພ ຂອງ ສັງຄົມ ແລະ​ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ໂອກາດ​ ເພື່ອ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ, ນຳ​ມາ​ເຊິ່ງ ຜົນ​ປະ​ໂຫຍ​ດ ຫຼາຍ​ຢ່າງ​ໃຫ້​ແກ່ປະ​ເທດ, ວິສາຫະກິດ ແລະ ຍົກສູງ ຄຸນນະພາບ ຊີວິດການເປັນຢູ່ຂອງ​ປະຊາຊົນ.

ທະນາຄານ​ໂລກ​ (World Bank) ໄດ້ຈັດ ຫວຽດນາມ ຢູ່ອັນ​ດັບ 8 ​ໃນ 10 ປະ​ເທດ ​ທີ່​ມີ​ການ​ລົງທຶນ​ດ້ານ​ພະລັງງານ​ທົດ​ແທນ​ສູງ​ສຸດ​ໃນ​ໂລກ, ດ້ວຍ​ຍອດ​ຈຳນວນ​ທຶນ 7,4 ຕື້ ໂດລາສະຫະລັດ.

ບົດ: VNP - ພາບ: VNA ແລະ ເອກະສານ - ແປໂດຍ: ບິກລຽນ