ຂ່າວສານ

ພັດທະນາເສດຖະກິດລວມໝູ່, ສະຫະກອນ ໃນໄລຍະໃຫມ່

ຢູ່ ຫວຽດນາມ, ແຕ່ດົນນານມາແລ້ວ ພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ໄດ້ມີຄວາມເອົາໃຈໃສ່ເຖິງເສດຖະກິດລວມໝູ່, ພັດທະນາສະຫະກອນ. ວັນທີ 11 ເມສາປີ 1946, ໃນຄວາມຫຍຸ້ງຍາກຂອງຊຸມວັນຕົ້ນແຫ່ງການສະຖາປະນາປະເທດຊາດ, ທ່ານປະທານ ໂຮ່ຈີມິນ ໄດ້ຂຽນຈົດໝາຍໂດຍຮຽກຮ້ອງຜູ້ມີດິນມີນາ, ຊາວກະສິກອນ ຫວຽດນາມ ເຂົ້າຮ່ວມສະຫະກອນກະສິກຳ. ເພີ່ນໄດ້ເນັ້ນຫນັກຢ່າງແຮງວ່າ: “ຊາວກະສິກອນ ຢາກສ້າງຄວາມຮັ່ງມີ, ກະສິກຳຢາກວັດທະນາຖາວອນ ຈຳເປັນຕ້ອງມີສະຫະກອນ”; “ສະຫະກອນ ແມ່ນການເຕົ້າໂຮມທຶນຮອນ, ສຸມກຳລັງເຫື່ອແຮງນຳກັນ. ມີທຶນຫລາຍ, ມີກຳລັງແຮງ, ຄວາມຫຍຸ້ງຍາກແມ່ນຫນ້ອຍລົງ ແຕ່ຜົນປະໂຫຍດມີຫລາຍ”. ຄວາມຈິງ ໃນ 77ປີຜ່ານມາໄດ້ຊີ້ໃຫ້ເຫັນວ່າ: ເສດຖະກິດລວມໝູ່ ຍາມໃດກໍ່ແມ່ນພາກສ່ວນເສດຖະກິດສຳຄັນ, ຕ້ອງໄດ້ຮັບການປັບປຸງ ແລະ ພັດທະນາພ້ອມກັບເສດຖະກິດແຫ່ງລັດ ໃຫ້ກາຍເປັນພື້ນຖານເສດຖະກິດແຫ່ງຊາດຢ່າງໝັ້ນຄົງຫນັກແຫນ້ນ.
  ພັດທະນາສະຫະກອນກະສິກຳປອດສານພິດຢູ່ແຂວງ ທາຍບິ່ງ. (ພາບປະກອບ:VOV)  

ປະຈຸບັນ ຫວຽດນາມ ມີຈຳນວນສະຫະກອນກວ່າ 29.000 ແຫ່ງ ໄດ້ຈົດທະບຽນເຄື່ອນໄຫວ, ດຶງດູດເກືອບ 7 ລ້ານຄອບຄົວເປັນສະມາຊິກ, ສ່ວນຫລາຍແມ່ນຢູ່ບໍລິເວນຊົນນະບົດ ດ້ວຍຜູ້ອອກແຮງງານແມ່ນ 2,6 ລ້ານຄົນ.

ບັນດາການກຳນົດທິດອັນຖືກຕ້ອງ

ບັນດາມະຕິ, ຄຳສັ່ງຂອງພັກກອມມູນິດ ຫວຽດນາມ ຜ່ານແຕ່ລະໄລຍະແຕກຕ່າງກັນ ໄດ້ສະແດງໃຫ້ເຫັນການພັດທະນານັບທັງທິດສະດີ, ຄວາມຮັບຮູ້ບົນພື້ນຖານສະຫລຸບພຶດຕິກຳຕົວຈິງຂອງການກໍ່ສ້າງເສດຖະກິດລວມໝູ່ ຊື່ງຫລັກແຫລ່ງແມ່ນລະບົບບັນດາສະຫະກອນ, ສອດຄ່ອງກັບວິວັດທະນາການພັດທະນາຂອງປະເທດຊາດ, ທ່າອ່ຽງລວມຂອງທົ່ວໂລກ. ວັນທີ 16 ມີຖຸນາປີ 2022, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 20 ຂອງສູນກາງ, ກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ XIII ກ່ຽວກັບການສືບຕໍ່ປ່ຽນແປງໃຫມ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່ໃນໄລຍະໃຫມ່, ໃນນັ້ນເນັ້ນຫນັກຢ່າງແຮງ: ເສດຖະກິດລວມໝູ່ ຍາມໃດກໍ່ແມ່ນພາກສ່ວນເສດຖະກິດສຳຄັນ, ຕ້ອງໄດ້ຮັບການປັບປຸງ ແລະ ພັດທະນາພ້ອມກັບເສດຖະກິດແຫ່ງລັດ ໃຫ້ກາຍເປັນພື້ນຖານເສດຖະກິດແຫ່ງຊາດຢ່າງໝັ້ນຄົງຫນັກແຫນ້ນ.

ບັນດາມະຕິ, ການກຳນົດທິດໃຫຍ່ຂອງພັກ ໄດ້ຫັນເປັນກົດໝາຍ, ໃນນັ້ນ ມີກົດໝາຍວ່າດ້ວຍສະຫະກອນປີ 2012 ໄດ້ສ້າງກອບນິຕິກຳ, ຊຸກຍູ້ການພັດທະນາຂອງສະຫະກອນ, ຂອງເສດຖະກິດລວມໝູ່. ອາດເວົ້າໄດ້ວ່າ ແຜນນະໂຍບາຍ,  ນະໂຍບາຍກົດໝາຍອັນຖືກຕ້ອງ, ສອດຄ່ອງ ໄດ້, ພວມ ແລະຈະຊຸກຍູ້ກຳລັງຄວາມສາມາດການປະດິດສ້າງ, ປ່ຽນໃຫມ່ຈິນຕະນາການ, ໝູນໃຊ້ເຕັກໂນໂລຊີ, ລົງທຶນຢ່າງເໝະສົມໃຫ້ແກ່ເສດຖະກິດລວມໝູ່ ແລະ ສະຫະກອນ. ຈາກນັ້ນ ກໍ່ສ້າງສະພາບແວດລ້ອມແຫ່ງການພັດທະນາເສດຖະກິດເປີດກວ້າງ, ສ້າງບັນດາຜະລິດຕະພັນ, ຊັບສິນ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ. ຢູ່ ຫວຽດນາມ ປະຈຸບັນເສດຖະກິດລວມໝູ່ຊື່ງຫລັກແຫລ່ງແມ່ນສະຫະກອນ ໄດ້ມີຫລາຍຮູບການຮ່ວມມືເປັນຫລາຍຮູບແບບ. ມີຈຳນວນສະຫະກອນກວ່າ 29.000 ແຫ່ງ ພວມເຄື່ອນໄຫວ ແມ່ນພາກສ່ວນສຳຄັນໃນພື້ນຖານເສດຖະກິດຂອງປະເທດຊາດ, ປະກອບປະມານ 4% ເຂົ້າ GDP ຂອງທົ່ວປະເທດ.

ເພື່ອໃຫ້ເສດຖະກິດລວມໝູ່ກາຍເປັນພື້ນຖານອັນຫນັກແຫນ້ນຂອງພື້ນຖານເສດຖະກິດແຫ່ງຊາດ

ເພື່ອໃຫ້ເສດຖະກິດສະຫະກອນ, ເສດຖະກິດລວມໝູ່ເສີມຂະຫຍາຍບົດບາດແມ່ນພື້ນຖານອັນຫນັກແຫນ້ນຂອງພື້ນຖານເສດຖະກິດແຫ່ງຊາດ, ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມຖືວ່າ:

“ພວກເຮົາຄວນມີໂຄງການດຳເນີນງານຮ່ວມເພື່ອບຳລຸງສ້າງ, ຍົກສູງຄວາມຮັບຮູ້ໃຫ້ແກ່ສະມາຊິກບັນດາສະຫະກອນ, ຍົກສູງກຳລັງຄວາມສາມາດຂອງຖັນແຖວຫົວຫນ້າສະຫະກອນ ແລະ ນຳເອົາຄວາມຮູ້ມາໃຫ້ບັນດາສະມາຊິກແມ່ນຊາວກະສິກອນໃນສະຫະກອນ. ພວກເຮົາຕ້ອງສະຫນິດຕິດພັນກັບວິສາຫະກິດເຂົ້າໃນເຂດວັດຖຸດິບເພື່ອສ້າງກຳລັງຫນູນໃຫມ່, ຊ່ວຍປະຊາຊົນເຫັນໄດ້ວ່າ ເມື່ອເຂົ້າຮ່ວມສະຫະກອນ ລາຍຈ່າຍຈະຫລຸດລົງ, ມີຕະຫລາດເປັນປົກກະຕິ, ສາມາດເຂົ້າຮ່ວມລະບົບຂະແຫນງສິນຄ້າ”

  VOV ສົມທົບກັບສະຫະພັນສະຫະກອນ ຫວຽດນາມ ປະຕິບັດລາຍການໂອ້ລົມສົນທະນາດ້ວຍຫົວຂໍ້: "ພັດທະນາເສດຖະກິດລວມໝູ່, ສະຫະກອນໃນໄລຍະໃຫມ່". ພາບ:VOV  

ຕໍ່ຫນ້າສິ່ງທ້າທາຍຈາກຂອບຂະຫນາດນ້ອຍ, ກຳລັງຄວາມສາມາດພາຍໃນຍັງອ່ອນ, ລັກສະນະຮ່ວມສຳພັນຍັງບໍ່ທັນສູງຂອງຮູບແບບສະຫະກອນ, ທ່ານ ເຈີນຢູຍດົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ:

“ກະຊວງ ພວມເສນາທິການໃຫ້ລັດຖະບານ ເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດ ຊຸດທີ XV ກ່ຽວກັບກົດໝາຍວ່າດ້ວຍສະຫະກອນສະບັບປັບປຸງ. ໃນນັ້ນ ກຳນົດຢ່າງຄົບຊຸດບັນດາຮູບການຈັດຕັ້ງເສດຖະກິດສະຫະກອນ, ກຳນົດຄົບ 8 ໝວດນະໂຍບາຍກ່ຽວກັບການພັດທະນາເສດຖະກິດລວມໝູ່ຄື: ນະໂຍບາຍກ່ຽວກັບທີ່ດິນ, ທຶນຮອນ, ເຂົ້າເຖິງຕະຫລາດ, ພິເສດແມ່ນແກ້ໄຂໄດ້ 2 ບັນຫາສຳຄັນທີ່ສຸດຂອງສະຫະກອນ ປະຈຸບັນ ນັ້ນແມ່ນເຂົ້າເຖິງແຫລ່ງກຳລັງແຮງ ແລະ ການພັດທະນາແຫລ່ງຊັບພະຍາກອນມະນຸດ”         

ໂດຍມີຄວາມຮັບຮູ້ອັນຖືກຕ້ອງ, ຄົບຖ້ວນກ່ຽວກັບທີ່ຕັ້ງບົດບາດ ແລະ ຄວາມສຳຄັນຂອງເສດຖະກິດລວມໝູ່ໃນພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ແມ່ນປັດໄຈສຳຄັນເພື່ອພັດທະນາຮູບແບບເສດຖະກິດລວມໝູ່, ໃນນັ້ນ ຫນ້າທີ່ແຖວຫນ້າຕ້ອງແມ່ນເພີ່ມທະວີການໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ ແລະ ປະຊາຊົນ. ເມື່ອເຕື້ອງເຖິງບັນຫານີ້ຢູ່ການພົບປະສົນທະນາ “ພັດທະນາເສດຖະກິດລວມໝູ່, ສະຫະກອນ ໃນໄລຍະໃຫມ່” ໂດຍ ວິທະຍຸກະຈາຍສຽງຫວຽດນາມ ແລະ ສະຫະພັນສະຫະກອນ ຫວຽດນາມ ສົມທົບກັນຈັດຕັ້ງເມື່ອວັນທີ 6 ເມສາຢູ່ ຮ່າໂນ້ຍ, ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:

 “ວິທະຍຸກະຈາຍສຽງ ຫວຽດນາມ ດ້ວຍບົດບາດແມ່ນຫນຶ່ງໃນບັນດາອົງການສື່ມວນຊົນຫລັກແຫລ່ງແຖວຫນ້າຂອງປະເທດຊາດ ຈະຖະແຫລງຂ່າວຢ່າງກວ້າງຂວາງເຖິງມະຫາຊົນ ຜ່ານບັນດາຮູບການສື່ມວນຊົນທີ່ພວມມີຢູ່ ກ່ຽວກັບເນື້ອໃນສຳຄັນຂອງເສດຖະກິດລວມໝູ່, ພັດທະນາສະຫະກອນເວົ້າລວມ, ປະກອບສຽງເວົ້າເຂົ້າໃນການສ້າງບັນດາມາດຕະການ, ປັບປຸງບັນດາຂໍ້ກຳນົດຂອງກົດໝາຍ.”

ມະຕິເລກທີ 20 ຂອງສູນກາງ, ກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ XIII ໄດ້ວາງຄາດໝາຍຮອດປີ 2045, ສູ້ຊົນດຶງດູດປະຊາກອນຢ່າງຫນ້ອຍສຸດແມ່ນ 20% ເຂົ້າຮ່ວມບັນດາອົງການເສດຖະກິດລວມໝູ່. ເປີດກວ້າງຂອບຂະຫນາດການເຄື່ອນໄຫວຂອງບັນດາອົງການເສດຖະກິດລວມໝູ່, ເອົາໃຈໃສ່ເຖິງຄຸນນະພາບການເຄື່ອນໄຫວໃຫ້ທັດທຽມກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຫວຽດນາມກໍ່ສູ້ຊົນໃຫ້ມີຢ່າງຫນ້ອຍສຸດ 3 ອົງການເສດຖະກິດລວມໝູ່ ນອນໃນຕາຕະລາງຈັດອັນດັບ 300 ສະຫະກອນໃຫຍ່ສຸດທົ່ວໂລກ ໂດຍສະຫະພັນສະຫະກອນສາກົນ ICA ຮັບຮູ້.

ດ້ວຍຄວາມມານະພະຍາຍາມທີ່ພວມຜັນຂະຫຍາຍ,ເສດຖະກິດລວມໝູ່, ສະຫະກອນ ໃນໄລຍະໃຫມ່ ຈະນັບມື້ນັບປະກອບສ່ວນຫລາຍກວ່າອີກໃຫ້ແກ່ການພັດທະນາເສດຖະກິດຂອງປະເທດຊາດ.


top