ຂ່າວສານ

ພັດທະນາເສດຖະກິດ ກວາງບິ່ງ ໃຫ້ວ່ອງໄວ ແລະ ຍືນຍົງ

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົົນເຊິ່ງປະຊາຊົນແຂວງ ກວາງບິ່ງ ບັນລຸໄດ້ໃນຊຸມປີຜ່ານມາ ແລະ ຫວັງວ່າແຂວງ ຈະປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ໄດ້ເປັນຢ່າງດີ.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົົນເຊິ່ງປະຊາຊົນແຂວງ ກວາງບິ່ງ ບັນລຸໄດ້ໃນຊຸມປີຜ່ານມາ ແລະ ຫວັງວ່າແຂວງ ຈະປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ໄດ້ເປັນຢ່າງດີ.

    

ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ 

ຕອນຄ່ຳວັນທີ 14 ມິຖຸນາ, ຢູ່ສະໜາມຫຼວງ ໂຮ່ຈີມິນ, ນະຄອນ ດົ່ງເຫີຍ, ແຂວງ ກວາງບິ່ງ ໄດ້ຈັດຕັ້ງລາຍການສະແດງສິລະປະສະເຫຼີມສະຫຼອງ 65 ປີແຫ່ງວັນປະທານ ໂຮ່ຈີມິນ ມາຢ້ຽມຢາມແຂວງ ກວາງບິ່ງ (16/6/1957 – 16/6/2022).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົົນເຊິ່ງປະຊາຊົນແຂວງ ກວາງບິ່ງ ບັນລຸໄດ້ໃນຊຸມປີຜ່ານມາ ແລະ ຫວັງວ່າແຂວງ ຈະປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ ໄດ້ເປັນຢ່າງດີ, ສົມກັບຄວາມມຸ່ງມາດປາດຖະໜາຂອງເພິ່ນກ່ຽວກັບແຂວງ ກວາງບິ່ງ:

        “ທີໜຶ່ງແມ່ນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດທີ່ສະຫງ່າອົງອາດຂອງແຂວງ “ສອງເກັ່ງ”, ປຸກລຸກການພັດທະນາ, ຊຸກຍູ້ນ້ຳໃຈສາມັກຄີ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ. ທີສອງແມ່ນ, ຊຸກຍູ້ການເຕີບໂຕດ້ານເສດຖະກິດຢ່າງວ່ອງໄວແຕ່ຕ້ອງຮັບປະກັນລັກສະນະຍືນຍົງບົນພື້ນຖານຫັນປ່ຽນຮູບແບບການເຕີບໂຕເສດຖະກິດ ຈາກການອີງໃສ່ການເຕີບໂຕການລົງທຶນດ້ານທຶນຮອນ ແລະ ການຫັນປ່ຽນແຮງງານໄປອີງໃສ່ປະລິມານການຜະລິດບັນດາປັດໄຈສັງລວມ”

(ແຫຼ່ງຄັດຈາກ VOV)


top