ຂ່າວສານ

ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ

ກະຊວງແຜນການ ແລະ ການລົງທຶນກໍ່ໃຫ້ຮູ້ວ່າ: ມີອົງການສາກົນກ່ວາ 30 ແຫ່ງ ແລະ ວິສາຫະກິດ 100 ແຫ່ງຂອງປະເທດຕ່າງໆຈະເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນເຂົ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
  ພາບປະກອບ ຈາກ Báo Chính Phủ (ສື່ເອເລັກໂຕນິກລັດຖະບານ)  

 ວັນທີ 18 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງລາຍເຊັນມະຕິປະກາດໃຊ້ໂຄງການເຄື່ອນໄຫວຂອງລັດຖະບານໂດຍປະຕິບັດມະຕິຂອງກົມການເມືອງລົງວັນທີ 02 ເມສາ 2022 ກ່ຽວກັບທິດທາງແຫ່ງການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນຄວາມໝັ້ນຄົງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ມະຕິໄດ້ວາງອອກບາງຄາດໝາຍລະອຽດຮອດປີ 2030 ຄື: ລະດັບການເຕີບໂຕໄລຍະ 2021 – 2030 ບັນລຸປະມານ 6,5 – 7%/ປີ; ຂອບຂະໜາດພື້ນຖານເສດຖະກິດຮອດປີ 2030 ເພີ່ມຂຶ້ນທົບ 2 – 2,5 ເທົ່າເມື່ອທຽບໃສ່ປີ 2021.

ແລະກໍ່ໃນວັນດຽວກັນ, ກະຊວງແຜນການ ແລະ ການລົງທຶນກໍ່ໃຫ້ຮູ້ວ່າ: ມີອົງການສາກົນກ່ວາ 30 ແຫ່ງ ແລະ ວິສາຫະກິດ 100 ແຫ່ງຂອງປະເທດຕ່າງໆຈະເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງ ແລະ ສົ່ງເສີມການລົງທຶນເຂົ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເຊິ່ງຈະຈັດຕັ້ງຢູ່ນະຄອນ ເກີນເທີ ໃນວັນທີ 21 ມິຖຸນາ ຈະມາເຖິງ. ກອງປະຊຸມລວມມີບັນດາເນື້ອໃນຕົ້ນຕໍ່ຄື: ປະກາດແຜນຜັງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດ 2050 ໂດຍນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ; ກຳນົດທິດຜັນຂະຫຍາຍໂຄງການເຄື່ອນໄຫວປະຕິບັດມະຕິເລກທີ 13 ຂອງກົມການເມືອງກ່ຽວກັບທິດທາງແຫ່ງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດຮອດປີ 2030, ວິໄສທັດຮອດປີ 2045... ນອກຈາກນັ້ນ, ທະນາຄານ 6 ແຫ່ງຈະປະກາດຄຳໝັ້ນສັນຍາຕໍ່ບັນດາໂຄງການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄລຍະ 2021 – 2025 ໃຫ້ຍືນຍົງ. ແຫຼ່ງທຶນອຸປະຖຳ ແລະ ທຶນ ODA ທີ່ໄດ້ໃຫ້ຄຳໝັ້ນສັນຍາແມ່ນປະມານ 2,2 ຕື້ USD.


top