ລະດົມທຸກພາກສ່ວນເສດຖະກິດ, ໃນນັ້ນມີເສດຖະກິດພາກເອກະຊົນເຂົ້າຮ່ວມການພັດທະນາອຸດສາຫະກຳປ້ອງກັນຊາດ, ໂດຍສະເພາະແມ່ນເຕັກໂນໂລຊີພື້ນຖານ, ເຕັກໂນໂລຊີແກ່ນສານ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການເຮັດວຽກ)
ຕອນບ່າຍວັນທີ 24 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງປ້ອງກັນປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອແນໃສ່ຜັນຂະຫຍາຍໜ້າທີ່ການທະຫານ, ການປ້ອງກັນຊາດປີ 2026, ໂດຍສະເພາະແມ່ນໜ້າທີ່ຈຸດສຸມການພັດທະນາອຸດສາຫະກຳປ້ອງກັນຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນໄລຍຈະມາເຖິງ, ສະພາບການໂລກສືບຕໍ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໃນສະພາບການນັ້ນ, ກອງທັບຕ້ອງຮັບປະກັນການຮັກສາເອກະລາດປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ, ລວມມີອະທິປະໄຕເຂດດິນຕໍ່ແຜ່ນ, ເຂດທະເລ, ໝູ່ເກາະ, ທາງອາກາດ ແລະ ທາງໄຊເບີ. ທ່ານເນັ້ນໜັກວ່າ ຕ້ອງສືບຕໍ່ພັດທະນາອຸດສາຫະກຳປ້ອງກັນຊາດ; ພັດທະນາບັນດາອາວຸດຕາມທິດທັນສະໄໝ, ມີເຕັກໂນໂລຊີສູງ; ພັດທະນາຜະລິດຕະພັນທີ່ນຳໃຊ້ໃຫ້ທັງໜ້າທີ່ປ້ອງກັນຊາດ ແລະ ພົນລະເຮືອນ, ສືບຕໍ່ຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງ, ບັນດາມະຕິຂອງລັດຖະບານ, ຄະນະພັກການທະຫານສູນກາງ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ອຸດສາຫະກຳການປ້ອງກັນຊາດໃຫ້ມີປະສິດທິຜົນ; ລະດົມທຸກພາກສ່ວນເສດຖະກິດ, ໃນນັ້ນມີເສດຖະກິດພາກເອກະຊົນເຂົ້າຮ່ວມການພັດທະນາອຸດສາຫະກຳປ້ອງກັນຊາດ, ໂດຍສະເພາະແມ່ນເຕັກໂນໂລຊີພື້ນຖານ, ເຕັກໂນໂລຊີແກ່ນສານ.