ຂ່າວສານ

ພັດທະນາວິສາຫະກິດ - ກຳລັງໜູນສຳຄັນ ຊຸກຍູ້ພື້ນຖານເສດຖະກິດ

      ມະຕິກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ກ່ຽວກັບການສືບຕໍ່ສ້າງໂຄງປະກອບຄືນໃໝ່, ປ່ຽນແປງໃໝ່ ແລະ ຍົກສູງ  ປະສິດທິຜົນລັດວິສາຫະກິດ ຊຶ່ງຫາກໍ່ປະກາດໃຊ້ ແລະ ກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ຊຶ່ງຫາກໍ່ຮັບການຮັບຮອງເອົາຈາກສະພາແຫ່ງຊາດ, ໄດ້ຮັບການຕີລາຄາສູງຈາກປະຊາຄົມວິສາຫະກິດ

(ພາບປະກອບ)
      ບັນດານັກຊ່ຽວຊານເສດຖະກິດຖືວ່າ: ນີ້ແມ່ນຈຸດເວລາທີ່ລັດວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ໄດ້ເສີມຂະຫຍາຍບົດບາດໃນການພັດທະນາຂອງເສດຖະກິດປະເທດຊາດຢ່າງສຸດຂີດ. ບົດຂຽນຂອງ ກາວທວາ - ຈູງທູຍ ມີຫົວຂໍ້ວ່າ ພັດທະນາວິສາຫະກິດ - ກຳລັງໜູນສຳຄັນຊຸກຍູ້ພື້ນຖານເສດຖະກິດ.
        ແຜນນະໂຍບາຍຂອງພັກກ່ຽວກັບລັດວິສາຫະກິດແມ່ນຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ປ່ຽນແປງຮູບການບໍລິຫານ, ຫັນລັດວິສາຫະກິດເປັນຫຸ້ນສ່ວນຕາມຮູບແບບກ້າວໜ້າໃນໂລກ.
        ຍູ້ແຮງຄວາມຄືບໜ້າຫັນລັດວິສາຫະກິດເປັນຫຸ້ນສ່ວນ
        ຕາມບັນດານັກຊ່ຽວຊານເສດຖະກິດແລ້ວ, ພັກ ແລະ ລັດຖະບານໄດ້ຮັບຮູ້ຈະແຈ້ງໃນຈຸດເວລານີ້, ລັດວິສາຫະກິດບໍ່ໄດ້ຫັນເປັນຫຸ້ນສ່ວນ ຈຶ່ງຈະສ້າງຄວາມຕິດຂັດໃຫ້ພື້ນຖານເສດຖະກິດ. ປະລິນຍາເອກ ເຈີນຢູລິກ ອະດີດຮອງຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ຖືວ່າ:
        ພວກເຮົາພວມສຳເລັດກ່ຽວກັບດ້ານລະບອບລະບຽບການຂອງລັດ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາ ນັ້ນແມ່ນສັນຍານດີທີ່ສຸດ ແລະ ຕັ້ງໜ້າທີ່ສຸດ. ສະເພາະ ກ່ຽວກັບບົດບາດເສດຖະກິດຂອງລັດແມ່ນກ້ວາງຂວາງພໍສົມຄວນ. ການປະຕິຮູບເສດຖະກິດແຫ່ງລັດ ໄດ້ດຳເນີນມາເປັນເວລານັບສິບປີແລ້ວ. ປະຈຸບັນ ຮອດຈຸດເວລາກຳນົດທິດໃຫ້ລັດວິສາຫະກິດໃຫ້ຖືກບ່ອນ, ຖືກຈຸດ.
        ປະຈຸບັນ ໃນທົ່ວປະເທດມີລັດວິສາຫະກິດ 700 ແຫ່ງ. ມີ 2 ວິທີການເພື່ອປະຕິບັດການຫັນບັນດາວິສາຫະກິດນີ້ເປັນຫຸ້ນສ່ວນຢ່າງມີປະສິດທິຜົນ. ທີ່ໜຶ່ງແມ່ນຍົກລະດັບບໍລິສັດໃຫຍ່ການລົງທຶນ ແລະ ດຳເນີນທຸລະກິດໃຊ້ທຶນຂອງລັດ (SCIC) ກາຍເປັນບໍລິສັດໃຫຍ່ກ່ວາ ແລະ ຄຸ້ມຄອງຊັບສິນແຫ່ງລັດ. ທີ່ສອງແມ່ນສ້າງຕັ້ງອົງການສຳນັກງານຕ່າງຫາກສັງກັດລັດຖະບານ ເພື່ອຄຸ້ມຄອງບັນດາລັດວິສາຫະກິດທີ່ຍັງເຫຼືອ. ປະລິນຍາເອກ ຫວູແທ່ງຕຶແອງ ຜູ້ອຳນວຍການຂອງໂຄງການ ສອນເສດຖະສາດ Fulbright ຢູ່ນະຄອນ ໂຮ່ຈີມິນ ໃຫ້ຄຳເຫັນວ່າ:
        “ເງື່ອນໄຂທຳອິດເພື່ອປະຕິຮູບລັດວິສາຫະກິດແມ່ນຫລຸດຜ່ອນຈຳນວນລັດວິສາຫະກິດລົງ. ຖ້າຫາກລັດວິສາຫະກິດມີປະມານ 15 – 25 – 30 ເວລານັ້ນ ຮູບການຄຸ້ມຄອງໃໝ່ຈຶ່ງສາມາດເປັນໄປໄດ້. ບາດກ້າວທີສອງ ລັດປະຕິບັດຕາມຫຼັກການເລືອກເຟັ້ນ ແລະ ຍົກເລີກ. ລັດຄວາຮັກສາປະມານ 15 – 25– 30 ວິສາຫະກິດເທົ່ານັ້ນ ສ່ວນບັນດາວິສາຫະກິດຍັງເຫຼືອຈະໄດ້ຮັບການຫັນເປັນຫຸ້ນສ່ວນຕາມຂັ້ນຕອນ, ເວລານັ້ນ ຈຶ່ງມີໂອກາດປະຕິຮູບລັດວິສາຫະກິດ ”
        ຕາມບັນດານັກຊ່ຽວຊານ, ສຳລັບບັນດາລັດວິສາຫະກິດພວມດຳເນີນທຸລະກິດຢ່າງມີປະສິດທິຜົນ, ຄວນກວດກາກົນໄກ, ການຄຸ້ມຄອງຄືນ, ການຈັດຕັ້ງບໍລິຫານຄືແນວໃດ ເພື່ອໃຫ້ວິສາຫະກິດເຄື່ອນໄຫວຢ່າງມີປະສິດທິຜົນກ່ວາ.
      ກຳລັງໜູນເພື່ອເຮັດສຳເລັດເປົ້າໝາຍ 1 ລ້ານວິສາຫະກິດໃນປີ 2020
         ໂດຍແມ່ນຄົນທີ່ຍາມໃດກໍຮ່ວມເດີນທາງ ແລະ ເຂົ້າໃຈແຈ້ງບັນດາຄວາມຫຍຸ້ງຍາກຂອງວິສາຫະກິດໃນປະຈຸບັນ, ທ່ານ ໂຕຮ່ວາຍນາມ ຮອງປະທານ ທັງເປັນເລຂາທິການໃຫຍ່ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍໃຫ້ຮູ້ວ່າ ເລື່ອງສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍແມ່ນບາດກ້າວຫັນມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 12 ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ, ປະກອບສ່ວນສ້າງການພັດທະນາແບບສະເໝີພາບໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ. ປະຊາຄົມວິສາຫະກິດເວົ້າລວມ ແລະ ວິສາຫະກິດຂະໜາດກາງ  ແລະ ນ້ອຍເວົ້າສະເພາະ ຕ່າງກໍມີຄວາມຫວັງຢາກມີເງື່ອນໄຂສະດວກໃນການຊົມໃຊ້ບັນດາແຫຼ່ງກຳລັງກ່ຽວກັບທີ່ດິນ, ສິນເຊື່ອເພື່ອພັດທະນາການຜະລິດ ດຳເນີນທຸລະກິດ, ປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ. ທ່ານ ໂຕຮ່ວາຍນາມ ຮອງປະທານ ທັງເປັນເລຂາທິການໃຫຍ່ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍເນັ້ນໜັກວ່າ:
    “ ເມື່ອກົດໝາຍໄດ້ປະກາດໃຊ້ນັ້ນ, ຄວາມຫວັງຢ່າງຍິ່ງ ນັ້ນແມ່ນການຈັດຕັ້ງຜັນຂະຫຍາຍປະຕິບັດຕ້ອງໄວ, ບັນດາທ້ອງຖິ່ນຕ້ອງເອົາໃຈໃສ່ເຖິງການໜູນຊ່ວຍໃຫ້ແກ່ວິສາຫະກິດ. ຄວາມຫວັງທີ 2 , ເມື່ອເວົ້າເຖິງການໜູນຊ່ວຍ ແມ່ນຕ້ອງເວົ້າເຖິງແຫຼ່ງກຳລັງເພື່ອຫນູນຊ່ວຍ. ໃນກົດໝາຍໃໝ່, ຂ້າພະເຈົ້າຫວັງວ່າ ຈະດຶງດູດແຫຼ່ງກຳລັງໃນສັງຄົມ. ຄວາມຫວັງຕໍ່ໄປອີກ, ນັ້ນແມ່ນພວກເຮົາຕ້ອງໜູນຊ່ວຍບັນດາວິສາຫະກິດສາມາດປ່ຽນແປງໃໝ່ຢ່າງມີປະສິດທິຜົນ, ໜູນຊ່ວຍບັນດາວິສາຫະກິດເຂົ້າຮ່ວມລະບົບການຜະລິດ, ດຳເນີນທຸລະກິດ
    ບັນດາຜູ້ຊ່ຽວຊານເສດຖະກິດຍັງຖືວ່າ ຈະຜັນຂະຫຍາຍມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ 12 ກ່ຽວກັບການຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະ ກົດໝາຍວ່າດ້ວຍການໜູນຊ່ວຍ ວິສາຫະກິດຂະໜາດກາງ ແລະ ນ້ອຍໂດຍໄວ ຊຶ່ງຈະເປັນການຊຸກຍູ້ການພັດທະນາຂອງພື້ນຖານເສດຖະກິດ, ພ້ອມທັງ ເປັນກຳລັງໜູນເພື່ອໃຫ້ຫວຽດນາມບັນລຸເປົ້າໝາຍມີ 1 ລ້ານວິສາຫະກິດເຄື່ອນໄຫວຢ່າງມີປະສິດທິຜົນໃນປີ 2020 ຕາມແຜນການໄດ້ວາງອອກ./. 
 (ແຫຼ່ງຄັດຈາກ VOV)


 

top