ຂ່າວສານ

ພັດທະນາວັດທະນະທຳໃຫ້ກ້າວຫນ້າ- ພື້ນຖານຟື້ນຕົວ ແລະ ພັດທະນາເສດຖະກິດແບບຍືນຍົງ

ບັນດານັກວິທະຍາສາດ, ນັກຄຸ້ມຄອງ ຜູ້ຕາງຫນ້າວິສາຫະກິດ ຫວຽດນາມ ໄດ້ປຶກສາຫາລືເຮັດແຈ້ງບັນດາເນື້ອໃນ, ຫນ້າທີ່, ມາດຕະການພັດທະນາວັດທະນະທຳໃຫ້ມີຄວາມກ້າວຫນ້າ.

ບັນດານັກວິທະຍາສາດ, ນັກຄຸ້ມຄອງ ຜູ້ຕາງຫນ້າວິສາຫະກິດ ຫວຽດນາມ ໄດ້ປຶກສາຫາລືເຮັດແຈ້ງບັນດາເນື້ອໃນ, ຫນ້າທີ່, ມາດຕະການພັດທະນາວັດທະນະທຳໃຫ້ມີຄວາມກ້າວຫນ້າ.

  ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ  

“ປະຊາຄົມວິສາຫະກິດແມ່ນໝາກຫົວໃຈຂອງພື້ນຖານເສດຖະກິດ”. ວັດທະນະທຳວິສາຫະກິດແມ່ນລະບົບຄຸນຄ່າ, ທັດສະນະ, ການກະທຳຄອບງຳເຖິງການສ້າງຕັ້ງ, ພັດທະນາວິສາຫະກິດ. ການພັດທະນາວັດທະນະທຳໃຫ້ກ້າວຫນ້າ ເວົ້າລວມ, ວັດທະນະທຳດຳເນີນທຸລະກິດເວົ້າສະເພາະ ແມ່ນມີຄວາມສຳຄັນຍິ່ງ, ປະກອບສ່ວນສ້າງເສດຖະກິດ ຫວຽດນາມແບບຍືນຍົງ ພິເສດໃນສະພາບການໃຫມ່”. ນີ້ແມ່ນສານຈາກເວທີປາໄສແຫ່ງຊາດກ່ຽວກັບວັດທະນະທຳວິສາຫະກິດ ດ້ວຍຫົວຂໍ້ “ພັດທະນາວັດທະນະທຳໃຫ້ກ້າວຫນ້າ- ພື້ນຖານຟື້ນຕົວ ແລະ ພັດທະນາເສດຖະກິດແບບຍືນຍົງ” ຊື່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 3 ທັນວາ.

ທີ່ເວທີປາໄສ, ບັນດານັກວິທະຍາສາດ, ນັກຄຸ້ມຄອງ ຜູ້ຕາງຫນ້າວິສາຫະກິດ ຫວຽດນາມ ໄດ້ປຶກສາຫາລືເຮັດແຈ້ງບັນດາເນື້ອໃນ, ຫນ້າທີ່, ມາດຕະການພັດທະນາວັດທະນະທຳໃຫ້ມີຄວາມກ້າວຫນ້າຈາກພາຍໃນ, ປະກອບສ່ວນເຂົ້າໃນພາລະກິດພັດທະນາວັດທະນະທຳໃຫ້ກ້າວຫນ້າ ແລະ ພັດທະນາເສດຖະກິດແບບຍືນຍົງ.

ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ ກໍ່ໄດ້ຢັ້ງຢືນ: ການສ້າງວັດທະນະທຳວິສາຫະກິດ ນັບມຶ້ື້ນັບມີຄວາມສຳຄັນໃນສະພາບເຊື່ອມໂຍງ, ຄວນສ້າງຄຸນຄ່າດ້ານວັດທະນະທຳການດຳເນີນທຸລະກິດ ຫວຽດນາມ ໃນສະພາບການໃຫມ່.


top