ຂ່າວສານ

ພັດທະນາລະບົບສະໜອງຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ຢ່າງປອດໄພ

ຕອນເຊົ້າວັນທີ 23 ຕຸລາ 2020, ທີ່ນະຄອນຫຼວງ ຮ່າໂນ້ຍ, ລາຍການສົມທົບພັດທະນາລະບົບສະໜອງຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ຢ່າງປອດໄພ ໄລຍະ 2015-2020 ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສົມທົບກັບຄະນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ ຈັ້ດຂຶ້ນ ແນໃສ່ຍົກສູງຜົນງານການຜະລິດຂອງກະສິກຳ ນະຄອນຫຼວງ. 
ພາບໃນກອງປະຊຸມ. ພາບ: ດົງແບກ


ທ່ານ ຫງວຽນວັນສືວ, ຮອງປະທານ ຜູ້ປະຈຳການ ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ກ່າວປາໄສທີ່ກອງປະຊຸມ. ພາບ: ດົງແບກ
 

ເຖິງປັດຈຸບັນ, ມີພຽງ 21 ແຂວງ, ນະຄອນ ໄດ້ສະໜອງຜັກ, ຊີ້ນໃຫ້ແກ່ ຮ່າໂນ້ຍ, ກວມ 1/3 ຈຳນວນແຂວງ, ນະຄອນໃນທົ່ວປະເທດ.
  
ທີ່ກອງປະຊຸມ, ທ່ານ ຕ້າວັນເຕື່ອງ, ຮອງຜູ້ອຳນວຍການ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ໃຫ້ຮູ້ວ່າ ຕາມການສະຖິຕິ, ເຖິງປັດຈຸບັນ ທົ່ວປະເທດມີ 1.630 ລະບົບ, 2.991 ຮ້ານຂາຍເຄື່ອງ, ໃນນັ້ນ ສະເພາະ ຮ່າໂນ້ຍ ແມ່ນ 141 ລະບົບ ແລະ 70 ຮ້ານຂາຍເຄື່ອງ.
 
ຜູ້ຕາງໜ້າກະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ກວາງນິງ ໃຫ້ຮູ້ວ່າ ການເຄື່ອງໄຫວເຊື່ອມຕໍ່ຜະລິດ-ຈຳໜ່າຍຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ລະຫວ່າງ ແຂວງ ກວາງນິງ ແລະ ນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍເປັນປະຈຳ, ສິ່ງດັ່ງກ່າວ ໄດ້ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ແກ່ການຜະລິດ, ຈຳໜ່າຍຜະລິດຕະພັນກະເສດຂອງແຂວງ ກວາງນິງ.
 
ເຖິງປັດຈຸບັນ, ແຂວງ ກວາງນິງ ມີ 42 ພື້ນຖານການຜະລິດ, ດຳເນີນເຮັດທຸລະກິດ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້, ເພີ່ມ 30 ພື້ນຖານການຜະລິດເມື່ອທຽບກັບປິ 2020, ແຈກຢາຍທີ່ 90 ຮ້ານຂາຍເຄື່ອງໃນບໍລິເວນນະຄອນ ຮ່າໂນ້ຍ. ບັນດາຜະລິດຕະພັນເຄື່ອງກະເສດໄດ້ຈຳໜ່າຍຢູ່ນະຄອນ ຮ່າໂນ້ຍ ລ້ວນແຕ່ໄດ້ຮັບປະກັນຄວາມສະຫງົບປອດໄພດ້ານສະບຽງອາຫານຕາມການກຳນົດ. 

ບັນດາຜູ້ແທນໄປຢ້ຽມຢາມຮ້າຍວາງສະແດງຜະລິດຕະພັນກະເສດ. ພາບ: ດົງແບກ


ຮ້ານວາງສະແດງຜະລິດຕະພັນກະເສດ. ພາບ: ດົງແບກ


ບັນດາຜະລິດຕະພັນກະເສດໄດ້ວາງສະແດງທີ່ກອງປະຊຸມ. ພາບ: ດົງແບກ

ເພື່ອໃຫ້ມີລະບົບຮ້ານຂາຍຜັກ, ຊີ້ນສະອາດ, ຄະນະກຳມະການ ປະຊາຊົນ ຮ່າໂນ້ຍ  ສະເໜີຕໍ່ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເພີ່ມທະວີການຊີ້ນຳ, ສົມທົບ ແລະ ຊ່ວຍເຫຼືອບັນດາແຂວງ, ນະຄອນ ຜັນຂະຫຍາຍ, ກຳນົດທິດ ວຽກງານສ້າງແຜນສັງລົມເຂດຜະລິດໃຫ້ດີ. ພ້ອມກັນນັ້ນ ກໍ່ຜັນຂະຫຍາຍບັນດາແຜນການນຳໃຊ້, ມອບຮັບຄວາມກ້າວໜ້າຂອງເຕັກນິກໃໝ່, ເຕັກໂນໂລຊີລະດັບສູງ ເຂົ້າໃນການຜະລິດກະສິກຳ ແລະ ກໍ່ສ້າງບັນດາລະບົບເຊື່ອມຕໍ່ໃນການຜະລິດ, ປຸງແຕ່ງ, ຈຳໜ່າຍຜະລິດຕະພັນກະເສດ, ເຄື່ອງປ່າ, ສິນໃນນຳ້ ທີ່ມີຄຸນນະພາບສູງ.

ຄຽງຂ້າງນັ້ນ, ບັນດາພະແນກກະສິກຳ ແລະ ພັດທະນາຊົນນະບົດຂອງ 21 ແຂວງໃນຄະນະຈັດທຳແຜນການສົມທົບພັດທະນາລະບົບສະໜອງຜັກ, ຊີ້ນສະອາດໃຫ້ແກ່ນະຄອນ ຮ່າໂນ້ຍ ສືບຕໍ່ຍູ້ແຮງການຮ່ວມມື, ແລກປ່ຽນ, ແບ່ງປັນບົດຮຽນ ກ່ຽວກັບວຽກງານຄຸ້ມຄອງແຫ່ງລັດ ກ່ຽວກັບຄຸນນະພາບ, ຄວາມສະຫງົບປອດໄພດ້ານສະບຽງອາຫານ.
 
ພະແນກກະສິກຳ ແລະ ພັດທະນາຊົນນະບົດ ຮ່າໂນ້ຍ ຕ້ອງເພີ່ມທະວີການສົມທົບກັບພະແນກກະສິກຳ ແລະ ພັດທະນາ ຊົນນະບົດບັນດາແຂວງ, ນະຄອນຕ່າງໆ ເພື່ອແລກປ່ຽນບົດຮຽນ, ຜັນຂະຫຍາຍ, ເປີດກວ້າງບັນດາແຜນການຮ່ວມມື ພັດທະນາລະບົບສະໜອງຜັກ, ຊີ້ນສະອາດໃຫ້ແກ່ນະຄອນ ຮ່າໂນ້ຍ.
 
ພ້ອມກັນນັ້ນ, ເປັນເຈົ້າການ ສົມທົບກັບບັນດາພະແນກ, ຂະແໜງການ, ຄະນະກຳມະການ ປະຊາຊົນບັນດາເຂດ, ເມືອງ ສືບຕໍ່ຜັນຂະຫຍາຍພັດທະນາລະບົບການເຊື່ອມຕໍ່ ແຕ່ການຜະລິດເຖິງການຈຳໜ່າຍຜະລິດຕະພັນ, ຄຸ້ມຄອງຄົ້ນຫາຕົ້ນກຳເນີດ, ກໍ່ສ້າງເຄື່ອງໝາຍການຄ້າໃຫ້ແກ່ຜະລິດຕະພັນກະເສດຂອງນະຄອນຫຼວງ, ຍົກສູງຄຸນຄ່າຜະລິດຕະພັນ, ຄຸ້ມຄອງຄຸນນະພາບ, ຄວາມສະຫງົບປອດໄພດ້ານສະບຽງອາຫານ ເພື່ອຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ຈຳໜ່າຍສິນຄ້າຢູ່ພາຍໃນ ແລະ ສົ່ງອອກ. 
ປະຕິບັດ: ດົງແບກ

top