ຂ່າວສານ

ພັດທະນາການພົວພັນຮ່ວມມືອຸດສາຫະກຳປ້ອງກັນຊາດລະຫວ່າງ ຫວຽດນາມ ກັບບັນດາປະເທດ

ງານວາງສະແດງແມ່ນເຫດການມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການຕ່າງປະເທດປ້ອງກັນຊາດ, ພັດທະນາການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ
  ງານວາງສະແດງແມ່ນເຫດການມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ (ພາບປະກອບ: TTXVN)  
ວັນທີ 08 ທັນວາ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນກອງທັບ ກຳປູເຈຍ, ບຣຸໄນ, ຕີມໍຕາເວັນອອກ, ໄທ, ສິງກະໂປ, ມາເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2022. ຢູ່ທີ່ນີ້, ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ, ງານວາງສະແດງແມ່ນເຫດການມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການຕ່າງປະເທດປ້ອງກັນຊາດ, ພັດທະນາການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ; ສະເໜີໃຫ້ການນຳກອງທັບບັນດາປະເທດ ສືບຕໍ່ເອົາໃຈໃສ່, ຊີ້ນຳ, ສ້າງເງື່ອນໄຂສະດວກ ໃຫ້ແກ່ອົງການທີ່ມີໜ້າທີ່, ວິສາຫະກິດອຸດສາຫະກຳປ້ອງກັນຊາດຂອງຕົນຫຼາຍກວ່າ ເພື່ອພັດທະນາການພົວພັນຮ່ວມມືອຸດສາຫະກຳປ້ອງກັນຊາດຢ່າງມີປະສິດທິຜົນ, ຮອບດ້ານກວ່າ ກັບບັນດາອົງການທີ່ມີໜ້າທີ່, ວິສາຫະກິດອຸດສາຫະກຳປ້ອງກັນຊາດຂອງ ຫວຽດນາມ, ສອດຄ່ອງກັບຂອບເຂດການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ແຕ່ລະປະເທດ. ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດ ທີ່ຢູ່ໃນເປົ້າໝາຍເພີ່ມທະວີການພົວພັນຮ່ວມມືມິດຕະພາບ, ການພັດທະນາ, ເພື່ອສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ ກໍຄືຂອງພາກພື້ນ ແລະ ໃນໂລກ.

top