ຂ່າວສານ

ພັດທະນາການທ່ອງທ່ຽວຊຸມຊົນຢູ່ເຂດພູສູງໃນແຂວງກວາງນິງ

ການທ່ອງທ່ຽວຊຸມຊົນແມ່ນຮູບແບບທີ່ຊາວເຜົ່າສ່ວນໜ້ອຍໄດ້ຜັນຂະຫຍາຍປະຕິບັດຢູ່ຫຼາຍທ້ອງຖິ່ນ. ຢູ່ແຂວງ ກວາງນິງ, ການທ່ອງທ່ຽວຊຸມຊົນຢູ່ເຂດຊົນເຜົ່າສ່ວນໜ້ອຍໄດ້ຮັບການພັດທະນາຢ່າງແຂງແຮງໃນຊຸມປີມໍ່ໆມານີ້, ທັງຊ່ວຍໃຫ້ປະຊາຊົນມີລາຍຮັບປົກກະຕິ, ທັງຫຼຸດຜ່ອນຄວາມທຸກຍາກ ແລະ ຮັກສາສີສັນວັດທະນະທຳຂອງຊົນເຜົ່າ.
  ເຂດທ່ອງທ່ຽວຊຸມຊົນທີ່ໃສ່ຊື່ວ່າ ອຳວາບຟາມ  

ໃນຊຸມວັນທ້າຍອາທິດຜ່ານມາ, ບ້ານເຖື້ອງ ຢູ່ຕາແສງ ກີເທືອງ ພວມຂ້ອງຄາກັບວຽກງານຕ້ອນຮັບແຂກມາພັກເຊົາ. ໃນເມື່ອກ່ອນ, ສະຖານທີ່ແຫ່ງນີ້ ເຄີຍເປັນຈຸດນັດພົບທີ່ດູດດື່ມຂອງ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ... ເຖິງວ່າຕ້ອງຜ່ານເສັ້ນທາງປ່າ ປະມານ 60 ກິໂລແມັດ ດ້ວຍຫຼາຍຕອນທີ່ຄົດງໍ ມີນ້ຳໝອກປົກຄຸມກໍຕາມ, ແຕ່ແຂກທ່ອງທ່ຽວທັງຫຼາຍຈະໄດ້ຮັບຊົມທິວທັດ ທຳມະຊາດທີ່ງົດງາມ, ໂຫຍ່ໂຕມະໂຫຖານ ດ້ວຍເຂດປ່າດົງດິບຊຶ່ງໄດ້ຮັບການຮັກສາຈາກຊາວເຜົ່າຢ້າວ, ຫຼືຈະໄດ້ຂີ່ເຮືອຕາມສາຍນ້ຳນ້ອຍ ແລະ ກິນອາຫານທ້ອງຖິ່ນທີ່ເປັນເອກະລັກສະເພາະຄື: ປີ້ງປາ, ປີ້ງໄກ່, ປີ້ງມັນ... ຫຼືຈະໄດ້ອາບນ້ຳດ້ວຍໃບຢາຂອງຊາວເຜົ່າຢ້າວ.   ດ້ວຍທ່າໄດ້ປຽບທາງທຳມະຊາດຢູ່ບ້ານເຖື້ອງ,   ທ່ານ ລີຕາຍເງິນ, ຊາວເຜົ່າຢ້າວ ແລະ ບັນດາຜູ້ຮ່ວມງານໄດ້ປະຕິບັດຮູບແບບທ່ອງທ່ຽວຊຸມຊົນທີ່ໃສ່ຊື່ວ່າ ອຳວາບຟາມ. ຮູບແບບທ່ອງທ່ຽວນີ້ ໄດ້ຂຸດຄົ້ນຜະລິດຕະພັນວັດທະນະທຳທ້ອງຖິ່ນຫຼາຍຢ່າງຢູ່ຕາມເຮືອນຮ້ານທີ່ມີກິ່ນຫອມຂອງໄມ້ຖືກປົກຄຸມໄປດ້ວຍຮົ່ມໄມ້ສີຂຽວສົດຂອງປ່າດົງດິບ. ທ່ານ ລີຕາຍເງິນ, ຜູ້ອຳນວຍການບໍລິສັດ ອຳວາບ ຟາມ, ຕາແສງເຂດພູສູງກີ່ເຖື້ອງ, ໃຫ້ຮູ້ວ່າ:

“ໃນໄລຍະທຳອິດ, ປະຊາຊົນມີຄວາມລັງເລໃຈ. ແຕ່ເຖິງຢ່າງໃດກໍຕາມ, ເມື່ອນັກທ່ອງທ່ຽວມາແຫ່ງນີ້, ພໍ່ແມ່ພີນ້ອງກໍໄດ້ຂາຍມັນເຜືອກ, ຜັກກາດ, ນ້ຳເຜິ້ງໃຫ້ປະຊາຊົນໂດຍກົງ, ດັ່ງນັ້ນປະຊາຊົນໃນບ້ານຈຶ່ງສະໜັບສະໜູນຢ່າງສຸດໃຈ.ພໍ່ແມ່ພີນ້ອງຍັງໄປເກັບເອົາໃບຢາສູບຢູ່ໃນປ່າເພື່ອສະໜອງໃຫ້ບໍລິສັດ, ອັນໄດ້ສ້າງ ແຫຼ່ງລາຍຮັບໃຫ້ແກ່ປະຊາຊົນຕື່ມອີກ.”

ໂດຍບໍ່ເຮັດຮູບແບບພັກເຊົາຫຼືເຮັດ  homestay, ທ່ານ ໂດ້ດຶກອວຽນ ຊາວເຜົ່າໄຕ, ສະຫະກອນຢາສະໝຸນໄພ ເຕ້ວເລີມ, ຕາແສງ ໂວງ້າຍ, ເມືອງ ບິ່ງລຽວ ໄດ້ເລືອກເຟັ້ນການປຸງແຕ່ງຫົວນ້ຳມັນຊະນິດຕ່າງໆຊຶ່ງໄດ້ນຳໃຊ້ວັດຖຸດິບທີ່ມີຢູ່ແລ້ວໃນທ້ອງຖິ່ນ. ນີ້ແມ່ນບັນດາຜະລິດຕະພັນຂອງໂຄງການໜຶ່ງຕາແສງ, ໜຶ່ງຜະລິດຕະພັນ (OCOP)ຂອງກວາງນີງ. ພ້ອມກັບການແນະນຳຢູ່ບັນດາງານຕະຫຼາດນັດ, ສະຫະກອນໄດ້ນຳເອົາບັນດາຜະລິດຕະພັນເຂົ້າໃນບັນດາສະຖານທີ່ພັກເຊົາ ແລະ ວາງສະແດງ, ຂາຍໃນງານບຸນ. ທ່ານ ໂດ້ດຶກອວຽນ ເວົ້າວ່າ:

“ໃນງານບຸນ,  ແຕ່ລະຮ້ານວາງສະແດງ ກໍສາມາດຂາຍເຄື່ອງໄດ້ 2 ຫາ 3 ລ້ານດົງຕໍ່ມື້. ນີ້ກໍແມ່ນແຫຼງ່ລາຍໄດ້ອັນໃຫຍ່ຫຼວງສໍາລັບພວກຂ້າພະເຈົ້າ.   ເມື່ອຂາຍສິນຄ້າໄດ້ແລ້ວ, ພວກຂ້າພະເຈົ້າ ກໍ່ສົ່ງເສີມໃຫ້ພໍ່ແມ່ພີນ້ອງໄປເກັບຊື້ ວັດຖຸດິບຫຼາຍຂຶ້ນ, ເມື່ອກ່ອນນີ້ ແມ່ນເກັບຊື້ຂະໜາດນ້ອຍ, ແຕ່ປະຈຸບັນ, ຕ້ອງຈ້າງຄົນງານເພື່ອໄປຊື້ຕື່ມອີກເພື່ອສາມາດຜະລິດຢ່າງທັນເວລາໄດ້”

         ໃນໄລຍະກ່ອນນີ້, ຍ້ອນການສັນຈອນໄປມາປະສົບກັບຄວາມຫຍຸ້ງຍາກ, ເຮັດໃຫ້ຫຼາຍຄົນທີ່ໄດ້ມາເມືອງກີເຖື້ອງແລ້ວ ກໍບໍ່ຢາກກັບຄືນ. ແຕ່ປະຈຸບັນ, ເສັ້ນທາງຖືກເຮັດດ້ວຍເບຕົງຖາວອນ ເຊື່ອມຕໍ່ກັບນະຄອນ ຮະລອງ ແລະ ໄປຍັງກີເຖື້ອງໄດ້ຢ່າງສະດວກສະບາຍ ພ້ອມກັບບັນດາຄຸນຄ່າທາງດ້ານປ່າໄມ້ ແລະ ວັດທະນະທຳຂອງປະຊາຊົນບັນດາເຜົ່າພວມເປັນສິ່ງດຶງດູດໃຈນັກທ່ອງທ່ຽວກັບຄືນມາຢາມ. ຈາກຮູບແບບການທ່ອງທ່ຽວຊຸມຊົນນີ້, ພໍ່ແມ່ພີນ້ອງກໍມີຄວາມໝັ້ນໃຈ ພົວພັນແລກປ່ຽນຄ້າຂາຍ ຮູ້ວິທີຮັກສາສຸຂະອະນາໄມສິ່ງແວດລ້ອມ, ສຸຂະອະນາໄມດ້ານອາຫານ ແລະ ແຜ່ກະຈາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງໝູ່ບ້ານ. ເພື່ອແນໃສ່ຊຸກຍູ້ການພັດທະນາການທ່ອງທ່ຽວ ຢ່າງມີແບບມີແຜນ, ເມືອງ ບິ່ງລຽວ ສົມທົບກັບຫົວໜ່ວຍເຮັດການທ່ອງທ່ຽວ ສ້າງບັນດາແຜນການບຳລຸງສ້າງດ້ານທັກສະໃຫ້ຊາວບ້ານ ແລະ ມຸ່ງໄປເຖິງການອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງຊາວໄຕ, ເຜົ່າຢ້າວ, ຊານຈີ ເມື່ອເຮັດການທ່ອງທ່ຽວຊຸມຊົນ.  ທ່ານ ຟຸ່ງຮືວຫງອກແອງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່ອງທ່ຽວຮ່າໂນ້ຍ ຊຶ່ງປະຕິບັດບັນດາໂຄງການທ່ອງທ່ຽວຊຸມຊົນຢູ່ ບິ່ງລຽວ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ບຳລຸງສ້າງຢູ່ກັບທີ່ ແລະ ຊີ້ນຳໃຫ້ພໍ່ແມ່ພີນ້ອງເຮັດຕົວຈິງ. ພິເສດ, ພວກຂ້າພະເຈົ້າກໍຢາກເກັບຮັກສາ ແລະ ອະນຸລັກສະຖາປັດຕະຍະກຳເຮືອນຊານຂອງຊາວເຜົ່າຢ້າວແທງຟ້ານ, ເຜົ່າໄຕ, ຊານຈີ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ນີ້ກໍແມ່ນອະນຸລັກຮັກສາໃຫ້ຄົນລຸ້ນຕໍ່ໄປ ແລະ ຊ່ວຍໃຫ້ແຂກທ່ອງທ່ຽວເຂົ້າໃຈຢ່າງເລິກເຊິ່ງທາງດ້ານວັດທະນະທຳ ແລະ ພາສາເວົ້າຂອງເຜົ່າຕົນ”

ພັດທະນາການທ່ອງທ່ຽວຊຸມຊົນຢູ່ບິ່ງລຽວ, ເຖິງວ່າຍັງມີ ວຽກງານຫຼາຍ ຢ່າງທີ່ຕ້ອງເຮັດກໍ່ຕາມ, ແຕ່ໄດ້ປະກອບສ່ວນໂຄສະນາ ວັດທະນະທຳທີ່ເປັນ ເອກະລັກສະເພາະຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍໃຫ້ນັກທ່ອງທ່ຽວຢ່າງ ຫຼວງຫຼາຍ. ໂດຍເປັນເຈົ້າການໃນການປ່ຽນແປງໃໝ່ທາງດ້ານຈີນຕະນາການ ແລະ ວິທີປະຕິບັດ, ຊາວຕາແສງກີເຖື້ອງ ເວົ້າລວມ ແລະ ຊາວບ້ານເຖື້ອງເວົ້າສະເພາະ ລ້ວນແຕ່ມານະພະຍາຍາມໃນແຕ່ລະວັນ ດ້ວຍຄວາມມຸ່ງຫວັງຜູກຮັດ ການທ່ອງທ່ຽວຊຸມຊົນຕິດພັນກັບການພັດທະນາຊີວິດການເປັນຢູ່ໃຫ້ປະຊາຊົນ 

top