ຂ່າວສານ

ພັດທະຕະຫຼາດວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຄົບຊຸດ, ບັນລຸປະສິດທິຜົນ, ທັນສະໄໝ ແລະ ເຊື່ອມໂຍງ

ກອງປະຊຸມເພື່ອແນໃສ່ກຳນົດທິດ, ວາງອອກໜ້າທີ່, ມາດຕະການແກ້ໄຂເພື່ອຈັດຕັ້ງ, ເຄື່ອນໄຫວຕະຫຼາດວິທະຍາສາດ- ເຕັກໂນໂລຊີໃຫ້ເປັນຢ່າງດີກວ່າ.

ກອງປະຊຸມເພື່ອແນໃສ່ກຳນົດທິດ, ວາງອອກໜ້າທີ່, ມາດຕະການແກ້ໄຂເພື່ອຈັດຕັ້ງ, ເຄື່ອນໄຫວຕະຫຼາດວິທະຍາສາດ- ເຕັກໂນໂລຊີໃຫ້ເປັນຢ່າງດີກວ່າ.

    

(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມ)

ຕອນບ່າຍວັນທີ 23 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມ “ພັດທະນາຕະຫຼາດວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຄົບຊຸດ, ບັນລຸປະສິດທິຜົນ, ທັນສະໄໝ ແລະ ເຊື່ອມໂຍງ” ຕາມຮູບແບບເຊີ່ງໜ້າ ແລະ ແບບທາງໄກເຊື່ອມຕໍ່ກັບ 63 ແຂວງ, ນະຄອນ. ກອງປະຊຸມເພື່ອແນໃສ່ກຳນົດທິດ, ວາງອອກໜ້າທີ່, ມາດຕະການແກ້ໄຂເພື່ອຈັດຕັ້ງ, ເຄື່ອນໄຫວຕະຫຼາດວິທະຍາສາດ- ເຕັກໂນໂລຊີໃຫ້ເປັນຢ່າງດີກວ່າ, ຈາກນັ້ນ ນຳວິທະຍາສາດ - ເຕັກໂນໂລຊີ ໃຫ້ກາຍເປັນກຳລັງຜະລິດຫຼັກຂອງສັງຄົມ, ຊ່ວຍວິສາຫະກິດຜະລິດອອກຜະລິດຕະພັນ, ການບໍລິການໃໝ່ໃຫ້ຫຼາຍກວ່າ, ສ້າງກຳລັງແກ່ງແຍ້ງບຸກທະລຸຂອງພື້ນຖານເສດຖະກິດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

        “ຕະຫຼາດວິທະຍາສາດ - ເຕັກໂນໂລຊີ ແມ່ນໜຶ່ງໃນບັນດາປັດໄຈສຳຄັນໃນລະບອບເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມ. ໃນຊຸມປີຜ່ານມາ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ລົງທຶນ, ປະກາດໃຊ້, ຜັນຂະຫຍາຍຫຼາຍແຜນນະໂຍບາຍ, ນະໂຍບາຍທີ່ກ່ຽວຂ້ອງ ແລະ ຕະຫຼາດວິທະຍາສາດ - ເຕັກໂນໂລຊີ ໄດ້ເລີ່ມສ້າງຕັ້ງ, ພັດທະນາ ແລະ ບັນລຸໄດ້ຜົນງານໃດໜຶ່ງ”.

        ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ການພັດທະນາຕະຫຼາດວິທະຍາສາດ - ເຕັກໂນໂລຊີ ຕ້ອງຖືການຄົ້ນຄວ້າວິທະຍາສາດແມ່ນພື້ນຖານ, ນັກວິທະຍາສາດເປັນກຳລັງໜູນ, ວິສາຫະກິດເປັນໃຈກາງ, ສອດຄ່ອງກັບສະພາບການຂອງການປະຕິວັດອຸດສາຫະກຳ 4.0 ແລະ ວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

(ແຫຼ່ງຄັດຈາກ VOV)


top