ຂ່າວສານ

ພັກ​ພູມ​ໃຈ​ໄທ ຖະ​ແຫຼງ​ຖອນ​ຕົວ​ອອກ​ຈາກ​ພັກ​ຮ່ວມ​ລັດ​ຖະ​ບານ ໄທ

ວັນທີ 18 ມິຖຸນາ, ພັກພູມໃຈໄທ ເຊິ່ງເປັນພັກໃຫຍ່ອັນດັບທີ 2 ໃນລັດຖະບານຂອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ດ້ວຍ 69 ບ່ອນນັ່ງໃນສະພາແຫ່ງຊາດ, ໄດ້ຖະແຫຼງຖອນຕົວອອກຈາກພັກລວມລັດຖະບານຢ່າງເປັນທາງການ.
ສຳນັກງານນາຍົກລັດຖະມົນຕີ ໄທ (ພາບ: VOV)

ຖະແຫຼງການຂອງພັກພູມໃຈໄທ ໄດ້ຍົກອອກມາໃນຕອນຄ່ຳວັນທີ 18 ມິຖຸນາ ພາຍຫຼັງທີ່ເທບບັນທຶກສຽງການໂອ້ລົມລະຫວ່າງ ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ແລະ ທ່ານປະທານສະພາສູງ ກຳປູເຈຍ Hun Sen ກ່ຽວຂ້ອງເຖິງບັນຫາຂັດແຍ້ງອະທິປະໄຕລະຫວ່າງສອງປະເທດຖືກຮົ່ວໄຫຼ. ພັກພູມໃຈໄທ ໃຫ້ຮູ້ວ່າ ຄະນະກຳມະການບໍລິຫານຂອງພັກ ໄດ້ປະຊຸມເພື່ອປຶກສາຫາລືກ່ຽວກັບບັນຫານີ້ ແລະ ຕັດສິນໃຈຖອນຕົວອອກຈາກພັກຮ່ວມລັດຖະບານ. ຕາມນັ້ນແລ້ວ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີທັງໝົດຂອງພັກພູມໃຈໄທ ໄດ້ຍື່ນໃບລາອອກຈາກຕຳແໜ່ງເຖິງທ່ານນາຍົກລັດຖະມົນຕີ, ເຊິ່ງມີຜົນສັກສິດນັບແຕ່ມື້ວັນທີ 19 ມິຖຸນາ ເປັນຕົ້ນໄປ.

ດ້ວຍການຕັດສິນຂອງພັກພຸມໃຈໄທ, ພັກເພື່ອໄທຂອງທ່ານນາງ ແພທອງທານ ນາຍົກລັດຖະມົນຕີ ຈະຍັງເຫຼືອພຽງແຕ່ 261 ບ່ອນນັ່ງຢູ່ສະພາຕ່ຳ, ໃນຂະນະທີ່ພັກຝ່າຍຄ້ານມີ 234 ບ່ອນນັ່ງ.


top