ທີ່ການຕ້ອນຮັບ, ທ່ານເຈິ່ນເກິມຕູ້ ສະເໜີບັນດາພັກການເມືອງໃນພາກພື້ນ ຍູ້ແຮງການແລກປ່ຽນຂໍ້ມູນຂ່າວ, ແບ່ງປັນບົດຮຽນປະສົບການກ່ຽວກັບການກໍ່ສ້າງພັກ, ການຄຸ້ມຄອງບໍລິຫານ, ການພັດທະນາປະເທດ
ທ່ານເຈິ່ນເກິມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: VOV1)
ພັກກອມມູນິດ ຫວຽດນາມ ປາດຖະໜາຢາກເປີດກວ້າງການພົວພັນກັບບັນດາພັກການເມືອງຢູ່ປະເທດຕ່າງໆໃນໂລກສິ່ງນີ້ໂດຍທ່ານເຈິ່ນເກິມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ເນັ້ນໜັກທີ່ການຕ້ອນຮັບບັນດາຫົວໜ້າຄະນະພັກການເມືອງຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ທີ່ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມການໂອ້ລົມສົນທະນາ "ບົດບາດຂອງບັນພັກການເມືອງໃນການສ້າງປະຊາຄົມອາຊຽນ", ໃນຕອນບ່າຍວັນທີ 8 ມິຖຸນາ ຢູ່ສຳນັກງານສູນກາງພັກ, ທີ່ນະຄອນຮ່າໂນ້ຍ.
ທີ່ການຕ້ອນຮັບ, ທ່ານເຈິ່ນເກິມຕູ້ ສະເໜີບັນດາພັກການເມືອງໃນພາກພື້ນ ຍູ້ແຮງການແລກປ່ຽນຂໍ້ມູນຂ່າວ, ແບ່ງປັນບົດຮຽນປະສົບການກ່ຽວກັບການກໍ່ສ້າງພັກ, ການຄຸ້ມຄອງບໍລິຫານ, ການພັດທະນາປະເທດ; ຍົກສູງຈິດໃຈສາມັກຄີ, ເຄົາລົບຄວາມແຕກຕ່າງກັນ, ຊຸກຍູ້ການໂອ້ລົມສົນທະນາ, ຮ່ວມມື ແລະ ຄວາມເຫັນດີເຫັນພ້ອມ, ຢຶດໝັ້ນບັນດາຫຼັກການພື້ນຖານຂອງ ອາຊຽນ ແລະ ກົດໝາຍສາກົນ.
ສ່ວນຜູ້ຕາງໜ້າພັກການເມືອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເນັ້ນໜັກວ່າການຊຸກຍູ້ການໂອ້ລົມສົນທະນາລະຫວ່າງບັນດາພັກການເມືອງ ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ແບ່ງປັນບົດຮຽນໃນການຄຸ້ມຄອງ ແລະ ພັດທະນາ, ຜ່ານນັ້ນເພີ່ມເຕີມຊ່ອງທາງຮ່ວມມືສຳຄັນໃຫ້ແກ່ວິວັດການເຊື່ອມຕໍ່ພາກພື້ນ, ປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການພັດທະນາແບບຍືນຍົງ.