ຂ່າວສານ

ພັກກອມມູນິດ ຈີນ ຍົກສູງອັດຕາກຳມະການຍິງໃນຄະນະບໍລິຫານງານສູນກາງພັກຊຸດທີ XX

ດັ່ງນັ້ນ, ຈຳນວນກຳມະການຍິງກວມເອົາ 5,36% ໃນຈຳນວນກຳມະການທາງການ 205 ທ່ານຂອງຄະນະບໍລິຫານງານສູນກາງຊຸດທີ XX, ສູງກ່ວາເມື່ອທຽບໃສ່ອັດຕາກຳມະການຍິງຂອງຊຸດກ່ອນແມ່ນ 4,9%.
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ ໃນວັນທີ 22/10/2022 (ພາບ: THX/TTXVN)  

ຕາມບັນຊີລາຍຊື່ທາງການແລ້ວ, ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຊຸດທີ XX ໄດ້ເລືອກຕັ້ງກຳມະການຍິງ 11 ທ່ານໃນການເລືອກຕັ້ງທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ. ດັ່ງນັ້ນ, ຈຳນວນກຳມະການຍິງກວມເອົາ 5,36% ໃນຈຳນວນກຳມະການທາງການ 205 ທ່ານຂອງຄະນະບໍລິຫານງານສູນກາງຊຸດທີ XX, ສູງກ່ວາເມື່ອທຽບໃສ່ອັດຕາກຳມະການຍິງຂອງຊຸດກ່ອນແມ່ນ 4,9%.

ແມ່ຍິງນັບມື້ນັບສວມບົດບາດພົ້ນເດັ່ນກ່ວາ ໃນບັນດາຂົງເຂດການເມືອງ, ວັດທະນະທຳ, ເສດຖະກິດ ແລະ ສັງຄົມຢູ່ ຈີນ ໃນຊຸມປີມໍ່ໆມານີ້. ວັນທີ 22 ຕຸລາ, ໃນວາລະປິດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດ ຈີນ, ບັນດາຜູ້ແທນໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XX ລວມມີກຳມະການທາງການ 205 ທ່ານ ແລະ ກຳມະການສຳຮອງ 171 ທ່ານ, ກຳມະການຄະນະກຳມະການກວດກາວິໄນສູນກາງພັກຊຸດທີ XX 133 ທ່ານ. ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຊຸດທີ XIX, ປະທານປະເທດ ແຫ່ງ ສປ ຈີນ ໄດ້ຮັບການເລືອກຕັ້ງເຂົ້າອາຍຸການໃໝ່. ຕາມແຜນການແລ້ວ, ຄະນະບໍລິຫານງານສູນກາງພັກຊຸດທີ XX ຈະໂຮມປະຊຸມຄົບຄະນະຄັ້ງປະຖົມມະເລິກ ເພື່ອເລືອກຕັ້ງກົມການເມືອງ, ຜູ້ປະຈຳການກົມການເມືອງ.


top