ຂ່າວສານ

ພັກ ແລະ ລັດ ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ປ່ຽນ​ແປງ​ໃໝ່​ຂອງລະ​ບອບ​ລະບຽບ​ການ, ​​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງທະ​ນາຍ​ຄວາມ

ຕອນເຊົ້າວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຍຸຕິທຳຂັ້ນສູນກາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທະນາຍຄວາມທົ່ວປະເທດຄັ້ງທີ III.
ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບຮູບທ່ານປະທານປະເທດ ໂຮ່ຈີມິນ ໃຫ້ແກ່ກອງປະຊຸມໃຫຍ່ (ພາບ: TTXVN)

ທີ່ກອງປະຊຸມໃຫຍ່, ທ່ານປະທານປະເທດ ໄດ້ຢັ້ງຢືນວ່າພັກ ແລະ ລັດ ມີຄວາມເອົາໃຈໃສ່ ຕໍ່ການປ່ຽນແປງໃດ້ານລະບອບລະບຽບການ, ການຈັດຕັ້ງ, ການເຄື່ອນໄຫວຂອງທະນາຍຄວາມ. ພິເສດ, ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ກໍ່ຢັ້ງຢືນວ່າ ຕ້ອງເອົາໃຈໃສ່ຕໍ່ວຽກງານກໍ່ສ້າງແຫຼ່ງຊັບພະຍາກອນມະນຸດດ້ານຍຸຕິທຳທີ່ມີຄຸນນະພາບສູງ, ໃນນັ້ນ ມີບັນດາອາຊີບສະໜັບສະໜູນດ້ານຍຸຕິທຳ.

ທ່ານປະທານປະເທດ ໄດ້ເນັ້ນໜັກວ່າ ໜ້າທີ່ປະຕິຮູບດ້ານຍະຕິທຳ, ກໍ່ສ້າງລັດແຫ່ງສິດອຳນາດສັງຄົມນິຍົມ ພວມຕັ້ງບັນດາໜ້າທີ່ໃໝ່, ທ່ານສະເໜີໃຫ້ທະນາຍຄວາມຕ້ອງມີຄວາມເປັນເອກະລາດ, ສັດຊື່ບໍລິສຸດ, ເຄົາລົບຄວາມຈິງແບບພາວະວິໄສ, ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ, ປະຕິບັດຕາມຄຸນສົມບັດອາຊີບໃນການເຄື່ອນໄຫວ. ທະນາຍຄວາມມີພັນທະ ແລະ ຄວາມຮັບຜິດຊອບປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ອົງການຈັດຕັ້ງໃຫ້ເປັນຢ່າງດີທີ່ສຸດ, ພ້ອມທັງ, ປົກປ້ອງລະບອບກົດໝາຍສັງຄົມນິຍົມ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງລັດ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະເໜີວ່າ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ, ຕ້ອງເພີ່ມທະວີການຮ່ວມມືສາກົນກ່ຽວກັບກົດໝາຍ, ສ້າງເງື່ອນໄຂໃຫ້ທະນາຍຄວາມ ຫວຽດນາມ ພົບປະແລກປ່ຽນ, ຮ່ຳຮຽນປະສົບການຈາກສາກົນ, ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມການປົກປ້ອງສິດ, ຜົນປະໂຫຍດຂອງວິສາຫະກິດຫວຽດນາມ, ປົກປ້ອງຜົນປະໂຫຍດແຫ່ງຊາດ ໃນການຂັດແຍ້ງການດ້ານນິຕິກຳສາກົນ, ສົມທົບກັບກະຊວງຍຸຕິທຳກໍ່ສ້າງ, ບຳລຸງສ້າງຖັນແຖວທະນາຍ ລົງເລິກ ໃນຂົງເຂດການຄ້າສາກົນ, ຄົ້ນຄວ້າ, ກໍ່ສ້າງ ແລະ ສະເໜີຕໍ່ລັດຖະບານ ກ່ຽວກັບນະໂຍບາຍດຶງດູດທະນາຍຄວາມເຂົ້າຮ່ວມບັນດາເຫດການສາກົນທີ່ກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຫວຽດນາມ ຢ່າງເລິກເຊິ່ງກ່ວາອີກ.

(ແຫຼ່ງຄັດຈາກ VOV)


top