ຂ່າວສານ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈົດຈໍາ ແລະ ຮູ້ບຸນຄຸນຕໍ່ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ

      ຕອນບ່າຍວັນທີ 19 ສິງຫາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະຜູ້ແທນ, ຄະນະຕິດຕໍ່ສື່ສານ, ພະນັກງານຕໍາຫຼວດລໍາລຽງໃຫ້ສະໜາມຮົບພາກໃຕ້ ໄລຍະຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ການພົບປະ (ພາບ: TTXVN)
      ຕາງໜ້າໃຫ້ການນໍາພັກ, ລັດ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວເຖິງບັນດາພະນັກງານຕໍາຫຼວດທີ່ໄດ້ລໍາລຽງໃຫ້ແກ່ສະໜາມຮົບພາກໃຕ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈົດຈໍາ ແລະ ຮູ້ບຸນຄຸນຕໍ່ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ທ່ານສະເໜີຕໍາຫຼວດບັນດາທ້ອງຖິ່ນ ຄວນມີການເຄື່ອນໄຫວຕອບບຸນແທນຄຸນຕໍ່ບັນດາພະນັກງານຕໍາຫຼວດທີ່ລໍາລຽງໃຫ້ສະໜາມຮົບພາກໃຕ້ຢ່າງເປັນປະຈໍາ. ບັນດາຜົນງານຂອງເຂົາເຈົ້າຍາມໃດກໍແມ່ນຄວາມເອກອ້າງທະນົງໃຈ, ປະກອບສ່ວນເຂົ້າໃນໜ້າປະຫວັດສາດທີ່ສະຫງ່າງາມຂອງຊາດຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top