ຂ່າວສານ

ພັກ, ລັດ ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ເຄື່ອນໄຫວ​ປະ​ດິດ​ຄິດ​ສ້າງ ວັນ​ນະ​ຄະ​ດີ, ສ​ິ​ລະ​ປະ

ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ຍາມໃດພັກ, ລັດ ກໍ່ສ້າງເງື່ອນໄຂດີທີ່ສຸດໃຫ້ການເຄື່ອນໄຫວປະດິດສ້າງ ວັນນະຄະດີ, ສິລະປະ, ບັນດາແຜນການ, ແນວທາງຂອງພັກ ກ່ຽວກັບວັນນະຄະດີ, ສິລະປະທີ່ໄດ້ຫັນລະບອບລະບຽບການເປັນລະບົບກົດໝາຍ, ນະໂຍບາຍ, ສ້າງກອບນິຕິກຳໃຫ້ແກ່ຫຼາຍບັນຫາຂຶ້ນກັບຂົງເຂດວັດນະຄະດີ, ສິລະປະ. 
ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນຖ່າຍຮູບນຳຜູ້ແທນເຂົ້າຮ່ວມກອງປະຊຸມ 

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະຫະພັນ ບັນດາສະມາຄົມວັນນະຄະດີ ສິລະປະ ຫວຽດນາມ ທີ່ດຳເນີນໃນຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ຍາມໃດພັກ, ລັດ ກໍ່ສ້າງເງື່ອນໄຂດີທີ່ສຸດໃຫ້ການເຄື່ອນໄຫວປະດິດສ້າງ ວັນນະຄະດີ, ສິລະປະ, ບັນດາແຜນການ, ແນວທາງຂອງພັກ ກ່ຽວກັບວັນນະຄະດີ, ສິລະປະທີ່ໄດ້ຫັນລະບອບລະບຽບການເປັນລະບົບກົດໝາຍ, ນະໂຍບາຍ, ສ້າງກອບນິຕິກຳໃຫ້ແກ່ຫຼາຍບັນຫາຂຶ້ນກັບຂົງເຂດວັດນະຄະດີ, ສິລະປະ. ທ່ານ ນາງກ່າວວ່າ:

        ພັກ, ລັດພ້ອມແລ້ວທີ່ຈະຮັບຟັງ, ຮັບເອົາບັນດາການໄຈ້ແຍກຕີລາຄາ, ການປະກອບສ່ວນຢ່າງຊັດເຈນຂອງຖັນແຖວນັກສິລະປິນຕໍ່ກິດຈະກຳສ້າງສາ ແລະ ປົກປັກຮັກສາປະເທດຊາດ. ດັ່ງນັ້ນ, ສະຫະພັນຕ້ອງກຳໄດ້ແນວຄິດຈິດໃຈ, ຄວາມຫວັງ, ຄຳເຫັນໄຈ້ແຍກຕີລາຄາ, ການປະກອບສ່ວນຂອງຖັນແຖວນັກສິລະປິນ, ສ້າງບັນດາເວທີປາໄສ, ກົນໄກທີ່ມີປະສິດທິຜົນເພື່ອ ສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບການຂອງປະເທດຊາດຢ່າງທັນການ.

(ແຫຼ່ງຄັດຈາກ VOV)


top