ຂ່າວສານ

ພະ​ສົງ​ສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິ​ກະ​ຊົນ ຫວຽດ​ນາມ ຕ້ອນ​ຮັບ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ​ພ.ສ 2566

ຕອນເຊົ້າວັນທີ 15 ພຶດສະພາ, ກົງກັບວັນເພງເດືອນ 4 ໄລ່ຕາມຈັນຖະປະຕິທິນ, ວັນບຸນວິສາຂະບູຊາ ພ.ສ 2566 ໄດ້ດຳເນີນຢ່າງສົມກຽດຢູ່ຫຼາຍທ້ອງຖິ່ນ.

ຕອນເຊົ້າວັນທີ 15 ພຶດສະພາ, ກົງກັບວັນເພງເດືອນ 4 ໄລ່ຕາມຈັນຖະປະຕິທິນ, ວັນບຸນວິສາຂະບູຊາ ພ.ສ 2566 ໄດ້ດຳເນີນຢ່າງສົມກຽດຢູ່ຫຼາຍທ້ອງຖິ່ນ.

   

ພາບປະກອບ: TTXVN

ເມື່ອມາອວຍພອນວັນບຸນໃຫ່ຍດັ່ງກ່າວຢູ່ເກິ່ນເທີ, ຕອນເຊົ້າວັນທີ 15 ພຶດສະພາ, ທ່ານເຈິ່ນແທັງເໝີ້ນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ສົ່ງຄຳອວຍພອນໄປຍັງຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນນ ພ້ອມກັບຜູ້ຖືສາສະໜາພຸດ ຫວຽດນາມ ຢູ່ນະຄອນເກິ່ນເທີ ໝົດທຸກຄົນ ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມສະຫງົບສຸກ. ທ່ານເຈິ່ນແທັງເໝີ້ນ ຖະໜາກວ່າ ບັນດາພະສົງສຳມະເນນ, ພຸດທະສາສະນິກາຊົນ ຈະສືບຕໍ່ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສາມັກຄີບັນດາສາສະໜາ, ປະກອບສ່ວນສ້າງສາປະເທດຫວຽດນາມ ທີ່ມີປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີຄວາມສະເໝີພາບ, ສີວິໄລ.

ແລະກໍ່ໃນວັນດຽວກັນ, ຢູ່ນະຄອນໂຮ່ຈີມິນ, ສູນກາງສາສະໜາພຸດ ຫວຽດນາມ ແລະ ຄະນະບໍລິຫານງານສາສະໜາພຸດ ຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດວັນບຸນວິສາຂະບູຊາ ຢູ່ສູນບໍລິຫານ - ວັດທະນະທຳ - ຈິດວິນຍານ ຫວຽດນາມ (ເມືອງ 10), ເຊິ່ງດຶງດູດການເຂົ້າຮ່ວມຂອງພະສົງສຳມະເນນ, ພຸດທະສາສະນິກາຊົນນັບພັນຄົນ...

(ແຫຼ່ງຄັດຈາກ VOV)


top