ຂ່າວສານ

ພະ​ລັງ​ງານ​ນິວ​ເຄຼຍ​ສວມ​ບົດ​ບາດ​ແກ່ນສານໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ

ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມໄດ້ເຫັນດີເປັນເອກະພາບວ່າ ພະລັງງານນິວເຄຼຍສວມບົດບາດແກ່ນສານໃນການພັດທະນາແບບຍືນຍົງ...
(ພາບ: VOV)

ດ້ວຍຫົວຂໍ້ “ທຸກຢ່າງເລີ່ມຈາກປະລະມານູ”, ວາລະປະຊຸມຄົບຄະນະຂອງເວທີປາໄສສາກົນ ສັບປະດາປະລະມານູໂລກ ຈັດຂຶ້ນໃນຕອນບ່າຍວັນທີ 26 ກັນຍາຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ. ວາລະປະຊຸມໄດ້ເຕົ້າໂຮມການນຳ ແລະ ຜູ້ຊ່ຽວຊານແຖວໜ້າຫຼາຍທ່ານໃນຂົງເຂດພະລັງງານນິວເຄຼຍ ຊື່ງໃນນັ້ນມີທ່ານ Rafael Mariano Grossi ຜູ້ອຳນວຍການໃຫ່ຍອົງການ ພະລັງງານປະລະມານູສາກົນ  (IAEA).

ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມໄດ້ເຫັນດີເປັນເອກະພາບວ່າ ພະລັງງານນິວເຄຼຍສວມບົດບາດແກ່ນສານໃນການພັດທະນາແບບຍືນຍົງ, ຮັບປະກັນຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ, ເລື່ອງແບ່ງປັນເຕັກໂນໂລຊີຕ້ອງໄດ້ຮັບການຕິດຕາມກວດກາຢ່າງແໜ້ນແຝ້ນ ແລະ ໃນຂອບເຂດການຮ່ວມມືຮອບດ້ານ. ບັນດາຜູ້ແທນກໍ່ເນັ້ນໜັກເຖິງການກະທົບອັນຕັ້ງໜ້າ ຂອງໂຄງການໄຟຟ້ານິຍເຄຼຍ ແລະ ຂະແໜງພະລັງງານນິວເຄຼຍ ຊື່ງແມ່ນຂະແໜງທີ່ໃໝ່ອ່ຽມສຳລັບພື້ນຖານເສດຖະກິດ.


top