ຂ່າວສານ

ພະ​ນັກ​ງານ, ນັກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ດ່ານ​ຊາຍ​ແດນ​ສາ​ກົນ ມ໊ອງ​ກ໊າຍ​ຕ້ອງ​ປະ​ຕິ​ບັດ​ວຽກ​ງານພົວ​ພັນ​ການ​ຕ່າງ​ປະ​ເທດ​ ເປັນ​ຢ່າງ​ດີ

ຕອນບ່າຍວັນທີ 26 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ມ໊ອງກ໊າຍ, ແຂວງກ໋ວາງນິງ. 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ມ໊ອງກ໊າຍ, ແຂວງກ໋ວາງນິງ (ພາບ: TTXVN)

ນີ້ແມ່ນກົມກອງທີ່ມີໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຮັກສາສະຖຽນນະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມ ຢູ່ເສັ້ນຊາຍແດນຍາວ 2,62 ກິໂລແມັດ, ແມ່ນສູນກາງສຳຄັນກ່ຽວກັບການຄ້າ ແລະ ການພົວພັນແລກປ່ຽນສາກົນ ລະຫວ່າງ ຫວຽດນາມ ແລະ ຈີນ ແລະ ບັນດາປະເທດອາຊຽນ ແລະ ຈີນ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ກຳລັງທະຫານປ້ອງກັນຊາຍແດນຕ້ອງຮັບຮູ້ຢ່າງຈະແຈ້ງກ່ຽວກັບເປົ້າໝາຍສູງສຸດນັ້ນແມ່ນປົກປັກຮັກສາ ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເສັ້ນຊາຍແດນປະເທດ, ຮັກສາສັນຕິພາບ, ສະຖຽນລະພາບ ຢູ່ເຂດຊາຍແດນເພື່ອຊຸກຍູ້ການຮ່ວມມື, ມິດຕະພາບ ແລະ ການພັດທະນາ, ບໍ່ກໍ່ຜົນສະທ້ອນຕໍ່ສະພາບການລວມ, ມິດຕະພາບ, ການຮ່ວມມືໃນການພົວພັນກັບປະເທດເພື່ອນບ້ານ, ປະຕິບັດວຽກງານພົວພັນຕ່າງປະເທດໃຫ້ເປັນຢ່າງດີ.

ພ້ອມກັນນັ້ນ, ເປັນເຈົ້າການໄຈ້ແຍກ, ໃຫ້ຂໍ້ສັງເກດ, ຕີລາຄາສະພາບການພາຍໃນ ແລະ ເຂດຊາຍແດນຢ່າງຖືກຕ້ອງ, ທັນການເພື່ອບໍ່ໃຫ້ຕົກຢູ່ໃນທ່າຮັບ ໃນທຸກກໍລະນີ, ຕໍ່ສູ້ກັບອາດຊະຍາກຳທຸກປະເພດຢ່າງມີປະສິດທິຜົນ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສະກັດກັ້ນຕ້ານການຄ້າເຖື່ອນ, ການຂົນສົ່ງສິນຄ້າຜິດກົດໝາຍຜ່ານຊາຍແດນ.

(ແຫຼ່ງຄັດຈາກ VOV)


top