ຂ່າວສານ

ພະລາດຊະວັງທັງລອງ ຈັດຕັ້ງພິທີຖະຫວາຍທູບທຽນບູຊາ ເລີ່ມຕົ້ນການເຄື່ອນໄຫວ ໃນປີໃໝ່ປິກຸນ 2019

ນີ້ແມ່ນການເຄື່ອນໄຫວວັດທະນະທໍາໃນຂອບເຂດລາຍການບຸນປີໃໝ່ປະຈໍາຊາດຫວຽດນາມ ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ ປີກຸນ 2019.

ພິທີຖະຫວາຍທູບທຽນບູຊາ

ຕອນເຊົ້າວັນທີ 13 ກຸມພາ (ກົງກັບວັນທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ), ທີ່ວັງ ກິ໊ງທຽນ ເຂດປູຊະນີຍະສະຖານ ພະລາດຊະວັງ ທັງລອງ. ສູນອະນຸລັກຮັກສາ ເຂດປູຊະນີຍະສະຖານທັງລອງ - ຮ່າໂນ້ຍ ໄດ້ສົມທົບກັບ ສະມາຄົມ ມໍລະດົກ ວັດທະນະທໍາ ທັງລອງ - ຮ່າໂນ້ຍ ຈັດຕັ້ງພິທີຖະຫວາຍທູບທຽນ ອາໄລຫາບັນພະບຸລຸດ, ບຸກຄົນທີ່ເກັ່ງກ້າສາມາດ ແລະ ມີຄຸນງາມຄວາມດີຕໍ່ປະເທດຊາດ. ນີ້ແມ່ນການເຄື່ອນໄຫວວັດທະນະທໍາໃນຂອບເຂດລາຍການບຸນປີໃໝ່ປະຈໍາຊາດຫວຽດນາມ ຊົມເຊີຍພັກ, ຊົມເຊີຍລະດູບານໃໝ່ ປີກຸນ 2019.

        ພິທີຖະຫວາຍທູບທຽນບູຊາ ໄດ້ເປີດສາກດ້ວຍການເຊີດສິງໂຕຂອງບັນດານັກສິລະປິນບ້ານຈ່ຽວຄຸກ, ເມືອງແທງຈີ່ ແລະ ວາດພາບເຖິງເທບນິຍາຍ “ລູກມັງກອນຫຼານເທວະດາ” ເຊິ່ງໄດ້ເວົ້າເຖິງການກໍາເນີດຂອງຊາດຫວຽດນາມ ແລະ ບັນດາລາຍການສະແດງສິລະປະວັນນະຄະດີພື້ນເມືອງ ທີ່ເປັນເອກະລັກສະເພາະ ໂດຍ ສູນ UNESCO ພັດທະນາວັດທະນະທໍາ ແລະ ກິລາ ສະແດງ.

(ແຫຼ່ງຄັດຈາກ VOV)


top