ແຟຊັ່ນ

ພະລັງຊີວິດໃໝ່ ຂອງເຄື່ອງແຕ່ງກາຍບູຮານ ຫວຽດ

ໃນປະຫວັດສາດ, ແຕ່ລະຍຸກສະໄໝ ຂອງ ປະເທດ ຕ່າງກໍ່ມີ ເຄື່ອງ ນຸ່ງໂດຍສະເພາະ ຖືກລັກສະນວັດທະນະທຳ ຂອງຍຸກນັ້ນ. ດ້ວຍ ຄວາມເອົາໃຈໃສ່ຂອງຄົນໜຸ່ມສາວ ຈໍານວນຫຼາຍ ພ້ອມກັບ ການ ພັດທະນາ ຮູບເງົາ, ໂຄງການສິລະປະ ທາງປະຫວັດສາດ, ບັນດາ ຊຸດເຄື່ອງນຸ່ງ ສະໄໝບູຮານ ຫວຽດ ໄດ້ກັບຄືນມາ ມີຊີວິດຊີວາ ໃນ ສັງຄົມຍຸກປັດຈຸບັນ. 
ປັດຈຸບັນ ມີຫຼາຍ fanpage ໄດ້ຄົ້ນຄວ້າ ແລະ ປະດິດສ້າງ ບັນດາ ວັດຖຸພັນ ບູຮານ ຂອງ ຫວຽດນາມ ເຊັ່ນ: ດ້າຍຫວຽດ ໂກ໋ຟອງ, Vietnam Center ເຊິ່ງດຶງດູດ ຄວາມສົນໃຈ ຂອງຜູ້ຊົມ ນັບຫຼາຍ ພັນຄົນ; ກຸ່ມສະມາຄົມ ເຄື່ອງແຕ່ງກາຍ ຫວຽດ ມີສະມາຊິກ ກວ່າ 71.000 ຄົນ ມີຫຼາຍບົດຂຽນ ແບ່ງປັນ ຄວາມຮູ້, ສົນທະນາ ກ່ຽວ ກັບເຄື່ອງແຕ່ງກາຍ ບູຮານ ຫວຽດ...

ຈາກ group ສະມາຄົມເຄື່ອງແຕ່ງກາຍ ຫວຽດ, ພວກຂ້າພະເຈົ້າ ໄດ້ມາຫານາງ ຫງວຽນຫງອກມິງເຈົາ, ໜຶ່ງໃນບັນດານັກອອກແບບ ໜຸ່ມນ້ອຍຂອງ ຫວຽດນາມ ທີ່ມີຄວາມຫຼົງໄຫຼກັບ ເຄື່ອງແຕ່ງກາຍ ບູຮານ ຫວຽດ, ເປັນເຈົ້າຂອງເຄື່ອງໝາຍ ການຄ້າ ໝີຕຸ້ຍ Store ຕັ້ງຢູ່ຖະໜົນ ເຈິ່ນຝູ໋, ເມືອງ ຮວ່ານກຽມ, ຮ່າໂນ້ຍ. ຮຽນຈົບຂະ    ແໜງການ ຫັນເປັນອັດຕະໂນມັດ ຢູ່ມະຫາວິທະຍາໄລ ເສດຖະ ກິດ ເຕັກນິກ ຮ່າໂນ້ຍ, ຕອນຍັງເປັນນັກສຶກສາ, ນາງ ມິງເຈົາ ໄດ້ ມີການສະສົມເຄື່ອງແຕ່ງກາຍ ບູຮານ ຫຼາຍຊຸດ ແລະ ຮູ້ໄດ້ວ່າ ໃນ ປະຫວັດສາດ ຫວຽດນາມ ກໍ່ມີບັນດາຊຸດເຄື່ອງນຸ່ງ ໂດຍສະເພາະ ຂອງຕົນ. ນາງ ມິງເຈົາ ເລີ່ມຫຍິບເສື້ອຜືນໜຶ່ງ ໃນສະໄໝ ຫງວຽນ ແມ່ນ ເສື້ອ ຫງູ໊ເທິນ (ເສື້ອຫ້າປ່ຽງ) ແຂນກວ້າງ. 


ນັກອອກແບບ ຫງວຽນຫງອກມິງເຈົາ ໃນຫ້ອງເຮັດວຽກ ຂອງ ຕົນ. ພາບ: ແທງຢາງ/VNP


ບັນດາລວດລາຍແມ່ນຫຍິບດ້ວຍມື. ພາບ: ແທງຢາງ/VNP


ເຄື່ອງແຕ່ງກາຍບູຮານຂອງ ຫວຽດນາມ ອອກແບບໂດຍ ຫງວຽນຫງອກມິນເຈົາ ໄດ້ຮັບຄວາມນິຍົມຊົມຊອບຈາກໄວໜຸ່ມ ແລະ ພໍ່ແມ່ປະຊາຊົນ. ພາບ: ແທງຢາງ/VNP


ບັນດາຊ່າງຕັດຫຍິບ ໄດ້ຮັບການປຶກສາຫາລືຢ່າງລະອຽດ ໂດຍນັກອອກແບບ ຫງວຽນຫງອກມິງເຈົາ ເພື່ອໃຫ້ໄດ້ຜະລິດ ຕະພັນທີ່ອອກມາ ດີທີ່ສຸດ. ພາບ: ແທງຢາງ/VNP

ພາຍຫຼັງການຕັດຫຍິບ ແລະ ດັດແກ້ຫຼາຍເທື່ອ, ສຸດທ້າຍໃນ ສາມ ເດືອນ, ນາງ ມິງເຈົາ ກໍ່ສຳເລັດ ໃນການຫຍິບ ເສື້ອຜືນທຳອິດ. ຈາກ ຜົນສຳເລັດໃນເບື້ອງຕົ້ນ ແລະ ການຊອກຮູ້ ຢ່າງລະອຽດ ກ່ຽວກັບ ຮູບຊົງຂອງເຄື່ອງແຕ່ງກາຍບູຮານ, ນາງ ເລີ່ມຜະລິດ ເສື້ອ ຫງູ໊ເທິນ ແລະ ເສື້ອ ເຍິດບິ່ງ ເພື່ອຮັບ ໃຊ້ ຄວາມຕ້ອງການ ຂອງ ຄົນໜຸ່ມສາວ ຫວຽດ ໃນບັນດາງານບຸນ, ບຸນປີໃໝ່ ແລະ ຊີວິດ ປະຈຳວັນ. 

ເສື້ອບູຮານ ສ່ວນຫຼາຍໄດ້ເຮັດຈາກແພໄໝ. ຈຸດພິເສດ ຂອງ ເຄື່ອງ ແຕ່ງກາຍບູຮານ ຫວຽດ ແມ່ນຄໍເສື້ອ ມີຮູບສີ່ລ່ຽມ, ເວລານຸ່ງ ຈະ ເຫັນ ປິກເສື້ອ ທັງສອງຕິດເຂົ້າກັນ ແລະ ໄດ້ແຕ່ງລວດລາຍເທິງ ຄໍເສື້ອ, ທາງກາງມີລວດລາຍ ຖຸຍບາ ແລະ ກະດຸມ ພີນິກ. 

ຂະບວນການຊອກຮູ້ ແລະ ສວມໃສ່ເຄື່ອງແຕ່ງກາຍບູຮານ ໄດ້ແຜ່ ກະຈາຍໂດຍໄວ, ປັດຈຸບັນ ບັນດາຄົນໜຸ່ມສາວ ຫວຽດ ໄດ້ລື້ງ ກັບ ການນຸ່ງ ເສື້ອ ເຍີດບິ່ງ, ເສື້ອ ຫງູ໊ເທິນ, ເສື້ອ ຢາວລິງ... ໃນບັນດາ ງານບຸນ, ບຸນປີໃໝ່ ປະຈຳຊາດ ແລະ ຊີວິດປະຈຳວັນ. 

ເຄື່ອງແຕ່ງກາຍບູຮານຈຳນວນໜຶ່ງ ຂອງນັກອອກ ແບບ ຫງວຽນຫງອກມິງເຈົາ. ພາບ: ເອກະສານ










ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ ແລະ ເອກະສານ - ແປໂດຍ: ຢືຟຽນ


top