ຂ່າວສານ

ພະຍາດອັກເສບປອດ ຍ້ອນເຊື້ອ ໄວຣັດ corona ກໍ່ຂຶນພວມມີການຜັນແປທີ່ສັບສົນ ແລະ ອັນຕະລາຍ ຢູ່ ຈີນ

      ຕອນເຊົ້າວັນທີ 20 ມັງກອນ, ພະຍາດອັກເສບປອດ ໂດຍຍ້ອນເຊື້ອ ໄວຣັດ corona ກໍ່ຂຶ້ນຢູ່ ຈີນພວມມີການຜັນແປທີ່ສັບສົນ ແລະ ອັນຕະລາຍ, ອົງການສາທາລະນະສຸກນະຄອນ ປັກກິ່ງ ແລະ ເຊີ໊ນເຈິນ ແຈ້ງວ່າໄດ້ ພົບເຫັນບັນດາກໍລະນີຕິດພະຍາດ ອັກເສບປອດຍ້ອນເຊື້ອໄວຣັດ corona ກໍ່ຂຶ້ນ. 

ພະຍາດອັກເສບປອດ ຍ້ອນເຊື້ອ ໄວຣັດ corona ກໍ່ຂຶນພວມມີການຜັນແປທີ່ສັບສົນ ແລະ ອັນຕະລາຍ ຢູ່ ຈີນ (ພາບ: CNN ) 
      ໃນຂະນະນັ້ນ, ພຽງແຕ່ພາຍໃນ 2 ວັນ ຄືວັນທີ 18 ແລະ 19 ມັງກອນ, ມີ ຜູ້ເສຍຊີວິດ 1 ຄົນ ແລະ ຜູ້ຕິດພະຍາດ 136 ຄົນ ຢູ່ ອູຄານ, ປະເທດຈີນ ເຊິ່ງໄດ້ເຮັດໃຫ້ຈຳນວນຜູ້ຕິດພະຍາດນັບແຕ່ເມື່ອໂລກລະບາດແຜ່ລາມຂຶ້ນເປັນ 198 ຄົນ, ໃນນັ້ນ ມີ ຜູ້ເສຍຊີວິດ 3 ຄົນ. ເຖິງວ່າ ອຳນາດການປົກຄອງ ຂອງ ຈີນ ໄດ້ປະກາດວ່າ, ໂລກລະບາດ ຍັງຢູ່ໃນລະດັບຄວບຄຸມ, ແຕ່ເຖິງຢ່າງໃດກໍ່ຕາມ ປັດຈຸບັນ ຍັງບໍ່ທັນມີ ຢາວັກຊິນ ຫຼື ຢາປິ່ນປົວ ພະຍາດນີ້ເທື່ອ.
 (ແຫຼ່ງຄັດຈາກ VOV)


top