ຂ່າວສານ

ພະຍາດຝີຕຸ່ມລີງພວມແຜ່ລະບາດຢ່າງແຮງຢູ່ ເອີລົບ

ກະຊວງສາທາລະນະສຸກ ແດນມາກ ໄດ້ແຈ້ງໃຫ້ຊາບກ່ຽວກັບຜູ້ຕິດພະຍາດຝີຕຸ່ມລີງທຳອິດຢູ່ປະເທດນີ້. ຄົນເຈັບແມ່ນຊາຍຄົນໜຶ່ງໃນເກນອາຍຸໄວໜຸ່ມທີ່ກັບມາຈາກ ແອັດສະປາຍ.
    

ວັນທີ 23 ພຶດສະພາ, ກະຊວງສາທາລະນະສຸກ ແດນມາກ ໄດ້ແຈ້ງໃຫ້ຊາບກ່ຽວກັບຜູ້ຕິດພະຍາດຝີຕຸ່ມລີງທຳອິດຢູ່ປະເທດນີ້. ຄົນເຈັບແມ່ນຊາຍຄົນໜຶ່ງໃນເກນອາຍຸໄວໜຸ່ມທີ່ກັບມາຈາກ ແອັດສະປາຍ. ໃນວັນດຽວກັນ, ອົງການສາທາລະນະສຸກເຂດ Scotland (ອັງກິດ) ກໍ່ໄດ້ແຈ້ງໃຫ້ຊາບວ່າ ມີຜູ້ຕິດພະຍາດຝີຕຸ່ມລີງທຳອິດຢູ່ເຂດນີ້. ຕາມບົດລາຍງານຫຼ້າສຸດໃນວັນທີ 20 ພຶດສະພາ, ເຂດ England ຂອງ ອັງກິດ ກວດພົບມີຜູ້ຕິດພະຍາດດັ່ງກ່າວ 20 ຄົນແລ້ວ.

ໃນຂະນະນັ້ນ, ປອກຕຸຍການ ກໍ່ແຈ້ງໃຫ້ຊາບໄດ້ມີຜູ້ຕິດເຊື້ອພະຍາດຝີຕຸ່ມລີງ 14 ຄົນຕື່ມອີກ, ຕາມນັ້ນແລ້ວ ຈຳນວນຜູ້ຕິດພະຍາດຝີຕຸ່ມລີງຢູ່ປະເທດ ເອີລົບ ນີ້ໄດ້ຂຶ້ນເຖິງ 37 ຄົນ.

ຢູ່ ແອັດສະປາຍ, ປະເທດນີ້ກວດພົບຜູ້ຕິດພະຍາດຝີຕຸ່ມລີງ 4 ຄົນຕື່ມອີກ, ຍົກຈຳນວນຜູ້ຕິດພະຍາດດັ່ງກ່າວຂຶ້ນເປັນ 34 ຄົນ.


top