ຂ່າວສານ

ຝົນຕົກໜັກນ້ຳຖ້ວມ ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດອິນຊີ ແລະ ຊັບສິນ ເຂດພາກກາງ ແລະ ເຂດໄຕງວຽນ

      ໄລ່ຮອດຕອນຄ່ຳວັນທີ 13 ຕຸລາ, ຈຳນວນຜູ້ເສຍຊີວິດຍ້ອນພະຍຸ, ນ້ຳຖ້ວມຢູ່ບັນດາທ້ອງຖິ່ນ ເຊິ່ງລວມມີ ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນ - ເຫວ໊, ກວ໋າງນາມ, ດ່າໜັງ, ກວ໋າງຫງາຍ, ຢາລາຍ, ດັກລັກ, ເລິມດົ່ງ, ກອນຕຸມ ລວມທັງໝົດແມ່ນ 36 ຄົນ ແລະ ມີຜູ້ຫາຍສາບສູນ 12 ຄົນ.
             ປັດຈຸບັນ, ເສັ້ນທາງຄົມມະນາຄົມທ້ອງຖິ່ນຍາວກວ່າ 14.700 ແມັດຖືກເຊາະເຈື່ອນ, ເປ່ເພ, ມີຫຼາຍຕອນຖືກນ້ຳຖ້ວມຂັງເລິກ. ກ່ຽວກັບດ້ານກະສິກຳ, ມີເນື້ອທີ່ປູກເຂົ້າ ແລະ ທັນຍາຫານຈຳນວນ 870 ເຮັກຕາ ຖືກນ້ຳຖ້ວມ. ສັດລ້ຽງຕາຍນັບໝື່ນໂຕ.

ສະພາກາແດງຫວຽດນາມ ໄດ້ມອບເງິນ ແລະ ເຄື່ອງບັນເທົາທຸກຄັ້ງທີ 2 ໃຫ້ບັນດາຄອບຄົວທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກຝົນຕົກໜັກ,
ນ້ຳຖ້ວມ (ພາບ: qdnd.vn)
      ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 13 -14 ຕຸລາ, ສູນກາງສະພາກາແດງຫວຽດນາມ ໄດ້ມອບເງິນ ແລະ ເຄື່ອງບັນເທົາທຸກຄັ້ງທີ 2 ໃຫ້ບັນດາຄອບຄົວທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກຝົນຕົກໜັກ, ນ້ຳຖ້ວມຢູ່ບັນດາແຂວງຄື ກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມ ໂດຍດ່ວນ ແລະ ລົງຢື້ຢາມຖາມຂ່າວ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ແຂວງເທື່ອທຽນເຫວ້.
        ພ້ອມກັບບັນດາການເຄື່ອນໄຫວກູ້ໄພກູ້ຊີບສຸກເສີນໃນຄັ້ງທີ 1 ໃຫ້ແກ່ບັນດາແຂວງ: ກວ໋າງບິ່ງ, ກວ໋າງຈິ ແລະ ກວ໋າງນາມ, ມາຮອດປັດຈຸບັນ, ສູນກາງສະພາກາແດງ ຫວຽດນາມໄດ້ໜູນຊ່ວຍບັນດາແຂວງພາກກາງເປັນມູນຄ່າເກືອບ 2 ຕື້ ດົ່ງ (ປະມານ 86.000 USD).
        ກໍໃນວັນທີ 13 ຕຸລາ, ຄະນະບໍລິຫານງານສູນກາງສະພາກາແດງ ຫວຽດນາມ ໄດ້ຮຽກຮ້ອງສະໜັບສະໜູນຊ່ວຍເຫຼືອພໍ່ແມ່ປະຊາຊົນພາກກາງ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ ເຊິ່ງຈະເລີ່ມແຕ່ວັນທີ 13 ຕຸລາ ຫາວັນທີ 12 ທັນວາ 2020.
        ໃນວັນດຽວກັນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ຮ່າໂນ້ຍ ກໍ່ໄດ້ມອບເງິນໜູນຊ່ວຍຈຳນວນ 7 ຕື້ດົ່ງ ໃຫ້ພໍ່ແມ່ປະຊາຊົນຢູ່ 5 ແຂວງພາກກາງທີ່ຖືກຜົນສະທ້ອນຈາກຝົນຕົກໜັກ, ນ້ຳຖ້ວມໃນຊຸມວັນຜ່ານມາ.
        ຕອນບ່າຍວັນທີ 13 ຕຸລາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ສະກັດກັ້ນໄພທຳມະຊາດ ກໍ່ໄດ້ມີໜ້າຢູ່ແຂວງເທື່ອທຽນເຫວ້ ເພື່ອກວດກາສະພາບຝົນຕົກ, ນ້ຳຖ້ວມ ແລະ ວຽກງານກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງ.
(ແຫຼ່ງຄັດຈາກ VOV)

top