ຂ່າວສານ

ຝົນຕົກ,ນ້ຳຖ້ວມກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງທາງພາກກາງ, ເຂດໄຕງວຽນ

      ມີ 9 ຄົນເສຍຊີວິດ, 11 ຄົນຫາຍສາບສູນ; ເຮືອນ 33.400 ຫຼັງຖຶກເປເພ, ທາງລົດໄຟເໜືອ-ໃຕ້ຕອນໄປຜ່ານແຂວງເທື່ອທຽນເຫ້ວ ຖືກນ້ຳຖ້ວມ.

(ເຮືອນຫຼາຍຫຼັງຖືກນ້ຳຖ້ວມ)
      ສະພາບຝົນຕົກ, ນ້ຳຖ້ວມໃນຊຸມມື້ຜ່ານມາ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງທາງພາກກາງ ແລະ ເຂດໄຕງວຽນ. ຕາມຂໍ້ມູນຂ່າວຈາກຫ້ອງການປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄຟທຳມະຊາດແລ້ວ, ໄລ່ຮອດວັນທີ 10 ຕຸລາ, ມີ 9 ຄົນເສຍຊີວິດ, 11 ຄົນຫາຍສາບສູນ; ເຮືອນ 33.400 ຫຼັງຖືກເປເພ, ທາງລົດໄຟເໜືອ-ໃຕ້ຕອນໄປຜ່ານແຂວງເທື່ອທຽນເຫ້ວ ຖືກນ້ຳຖ້ວມ. ຕາມສູນອຸຕຸນິຍົມອຸທົກກະສາດແຫ່ງຊາດແລ້ວ, ໃນເວລາ 10 ໂມງຂອງວັນທີ 11 ຕຸລາ, ພາຍຸຫົວທີ 6 ປີ 2020 ມີຊື່ສາກົນແມ່ນ LINFA ໄດ້ເຂົ້າຝັ່ງບັນດາແຂວງ ກວາງນາມ, ກວາງງ້າຍ ແລະ ອ່ອນລົງເປັນຄວາມດັນອາກາດຕ່ຳ. ບັນດາແຂວງ: ເທື່ອທຽນເຫ້ວ, ກວາງນາມ, ກວາງງ້າຍ ເກີດຝົນຕົກໜັກ. ສະພາບນ້ຳຖ້ວມຢູ່ບັນດາແຂວງດັ່ງກ່າວ ສືບຕໍ່ມີການຜັນແປຢ່າງສັບສົນ. ບັນດາແຂວງທາງພາກກາງ ພວມຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງໂດຍພາຍຸກໍ່ຂຶ້ນ, ໜູນຊ່ວຍການດຳລົງຊີວິດຂອງປະຊາຊົນໃຫ້ກັບຄືນສູ່ສະພາບເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)

top