ຂ່າວສານ

ຝົນຕົກ, ນ້ຳຖ້ວມໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ດ້ານຊີວິດອິນຊີຢູ່ເຂດພາກກາງ ແລະ ໄຕງວຽນ

      ໄລ່ຮອດເວລາ 17 ໂມງຂອງວັນທີ 10 ຕຸລາ, ມີຜູ້ເສຍຊີວິດ 15 ຄົນ ແລະ ຜູ້ຫາຍສາບສູນ 21 ຄົນ.

ສະພາບຝົນຕົກ, ນ້ຳຖ້ວມຢູ່ເຂດພາກກາງ ແລະ ໄຕງວຽນ ມີການຜັນແປຢ່າງສັບສົນ
(ພາບ: baoquangbinh.vn)
      ສະພາບຝົນຕົກ, ນ້ຳຖ້ວມຢູ່ເຂດພາກກາງ ແລະ ໄຕງວຽນ ມີການຜັນແປຢ່າງສັບສົນ, ໄລ່ຮອດເວລາ 17 ໂມງຂອງວັນທີ 10 ຕຸລາ, ມີຜູ້ເສຍຊີວິດ 15 ຄົນ ແລະ ຜູ້ຫາຍສາບສູນ 21 ຄົນ. ບັນດາແຂວງ, ນະຄອນຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນສະພາບຝົນຕົກ, ນ້ຳຖ້ວມແມ່ນ: ກວາງຈີ້, ກວາງບິ່ງ, ເທື່ອທຽນເຫ້ວ, ດ່ານັ້ງ, ກວາງນາມ, ຢາລາຍ. ຝົນຕົກໜັກໄດ້ເຮັດໃຫ້ເນື້ອທີ່ນາ, ຜົນລະປູກ 14.500 ເຮັກຕາ; ເຂດລ້ຽງສິນໃນນ້ຳ 1000 ເຮັກຕາຖືກນ້ຳຖ້ວມ. ມີເຮືອນຊານຂອງປະຊາຊົນ ແລະ ໂຮງຮຽນກວ່າ 26.000 ຫຼັງຖືກນ້ຳຖ້ວມສູງ 1ມ ຂຶ້ນໄປ.
        ບັນດາທ້ອງຖິ່ນພ້ອມກັບບັນດາຫົວໜ່ວຍການທະຫານ ໄດ້ລະດົມກຳລັງ, ພາຫະນະກູ້ຊ່ວຍ, ຟື້ນຟູຜົນສະທ້ອນຈາກສະພາບຝົນຕົກ, ນ້ຳຖ້ວມ. ຈັດຕັ້ງການຍົກຍ້າຍ 15.000 ຄອບຄົວໄປຍັງເຂດປອດໄພ.
(ແຫຼ່ງຄັດຈາກ VOV)


top