ເຄື່ອງໝາຍ ຫວຽດ

ຝູ໋ກີ໋ວ ເຂົ້າຮ່ວມງານ Jewellery & Gem WORLD ຮົ່ງກົງ: ນຳເອົາສຽງເວົ້າ ຂອງ ຫວຽດນາມ ທີ່ເຕັມໄປດ້ວຍຄວາມໝັ້ນໃຈ ອອກສູ່ໂລກ

ແຕ່ວັນທີ 14 ຫາ 20 ກັນຍາ 2026, ງານວາງສະແດງ Jewellery & Gem WORLD ຮົ່ງກົງ - ເຫດການການຄ້າທີ່ໃຫຍ່ທີ່ສຸດໃນໂລກ ຂອງຂະແໜງອຸສາຫະກຳອັນຍະມະນີ ແລະ ເພັດພອຍ - ຈະຈັດຂຶ້ນທີ່ ຮົ່ງກົງ (ສປ ຈີນ). ນີ້ເປັນຄັ້ງທີສອງທີ່ ກຸ່ມບໍລິສັດຄຳ, ເງິນ, ອັນຍະມະນີ ແລະ ເພັດພອຍ ຝູ໋ກີ໋ວ ເຂົ້າຮ່ວມ ໃນຖານະຜູ້ຜະລິດດີເດັ່ນ ຕົວແທນໃຫ້ກັບ ຫວຽດນາມ. ກ່ອນເປີດງານວາງສະແດງ, ວາລະສານ ຂ່າວພາບ ຫວຽດນາມ (VNP) ໄດ້ມີໂອກາດສົນທະນາກັບ ທ່ານ ເຈິ່ນຮວ່າງແອງ, ຜູ້ນຳອຳນວຍການຍີ່ຫໍ້ ແລະ ຜະລິດຕະພັນ ຂອງກຸ່ມບໍລິສັດ ຝູ໋ກີ໋ວ ກ່ຽວກັບຜົນງານການສ້າງສັນທີ່ຈະນຳມາວາງສະແດງ, ແນະນຳໃນເຫດການ ແລະ ເສັ້ນທາງການນຳເອົາເອກະລັກເຄື່ອງປະດັບ ຫວຽດນາມ ອອກສູ່ຕະຫຼາດສາກົນ.


 

ແຕ່ວັນທີ 14 ຫາ 20 ກັນຍາ 2026, ງານວາງສະແດງ Jewellery & Gem WORLD ຮົ່ງກົງ - ເຫດການການຄ້າທີ່ໃຫຍ່ທີ່ສຸດໃນໂລກ ຂອງຂະແໜງອຸສາຫະກຳອັນຍະມະນີ ແລະ ເພັດພອຍ - ຈະຈັດຂຶ້ນທີ່ ຮົ່ງກົງ (ສປ ຈີນ). ນີ້ເປັນຄັ້ງທີສອງທີ່ ກຸ່ມບໍລິສັດຄຳ, ເງິນ, ອັນຍະມະນີ ແລະ ເພັດພອຍ ຝູ໋ກີ໋ວ ເຂົ້າຮ່ວມ ໃນຖານະຜູ້ຜະລິດດີເດັ່ນ ຕົວແທນໃຫ້ກັບ ຫວຽດນາມ.

ກ່ອນເປີດງານວາງສະແດງ, ວາລະສານ ຂ່າວພາບ ຫວຽດນາມ (VNP) ໄດ້ມີໂອກາດສົນທະນາກັບ ທ່ານ ເຈິ່ນຮວ່າງແອງ, ຜູ້ນຳອຳນວຍການຍີ່ຫໍ້ ແລະ ຜະລິດຕະພັນ ຂອງກຸ່ມບໍລິສັດ ຝູ໋ກີ໋ວ ກ່ຽວກັບຜົນງານການສ້າງສັນທີ່ຈະນຳມາວາງສະແດງ, ແນະນຳໃນເຫດການ ແລະ ເສັ້ນທາງການນຳເອົາເອກະລັກເຄື່ອງປະດັບ ຫວຽດນາມ ອອກສູ່ຕະຫຼາດສາກົນ. 

ຍ້ອນຫຍັງ ຝູ໋ກີ໋ວ ຈຶ່ງເລືອກ JGW September?

ນັກຂ່າວ: Jewellery & Gem WORLD Hong Kong (JGW September) ໄດ້ຮັບການຂະໜານນາມວ່າ ເປັນ “ແມ່ຂອງທຸກງານວາງສະແດງເຄື່ອງປະດັບ” - ງານສະແດງສິນຄ້າຄໍາ, ອັນຍະມະນີ ທີ່ໃຫຍ່ທີ່ສຸດໃນໂລກ (World's biggest jewellery show). ສິ່ງໃດເປັນແຮງຈູງໃຈທີ່ເຮັດໃຫ້ກຸ່ມບໍລິສັດ ຝູ໋ກີ໋ວ ຕັດສິນໃຈເຂົ້າຮ່ວມເຫດການນີ້ເປັນຄັ້ງທີສອງ, ທ່ານສາມາດແບ່ງປັນໄດ້ບໍ່?

ທ່ານ ເຈິ່ນຮວ່າງແອງ: JGW September ແມ່ນໜຶ່ງໃນຈຸດນັດພົບທີ່ສໍາຄັນທີ່ສຸດ ໃນອຸດສາຫະກໍາ ເຄື່ອງປະດັບ ລະດັບໂລກ. ພາຍໃນງານ, ພວກ ຂ້າພະເຈົ້າບໍ່ພຽງແຕ່ໄດ້ເຫັນຄວາມຫຼາກຫຼາຍ ຂອງຜະລິດຕະພັນ ພາຍໃນຕະຫຼາດເທົ່ານັ້ນ, ແຕ່ຍັງໄດ້ເຫັນວິວັດທະ ນາການ ຂອງອຸດສາຫະກໍາ ເຄື່ອງປະດັບທົ່ວໂລກ: ຕັ້ງແຕ່ການອອກແບບ, ເຕັກໂນໂລຊີ, ເຕັກນິກການຜະລິດ ໄປຈົນເຖິງວິທີການ ທີ່ຍີ່ຫໍ້ຕ່າງໆ ສ້າງພາບລັກ ແລະ ເຂົ້າຫາຕະຫຼາດ.  

ສໍາລັບ ຝູ໋ກີ໋ວ, ການເຂົ້າຮ່ວມຄັ້ງທີສອງນີ້ ມີຄວາມໝາຍແຕກຕ່າງ ຈາກຄັ້ງທຳອິດ. ຖ້າຄັ້ງທຳອິດ ແມ່ນໂອກາດ ເພື່ອສັງເກດ, ຖອດຖອນບົດຮຽນ ແລະ ທຳຄວາມເຂົ້າໃຈກັບເວທີນາໆ ຊາດ, ຄັ້ງນີ້ພວກຂ້າພະເຈົ້າມາ ດ້ວຍທ່າທີ ທີ່ເປັນເຈົ້າການ ແລະ ເລື່ອງລາວຂອງ ຍີ່ຫໍ້ ທີ່ຈະແຈ້ງ. ພວກເຮົາຕ້ອງການນຳສະເໜີ ຝູ໋ກີ໋ວ ບໍ່ພຽງແຕ່ໃນຖານະວິສາຫະກິດຄຳ, ເງິນ, ອັນຍະມະນີ ແລະ ເພັດພອຍ ຈາກຫວຽດນາມ ເທົ່ານັ້ນ, ແຕ່ໃນຖານະ ຍີ່ຫໍ້ໂລຫະ ມີຄ່າ ຫວຽດ ນາມ ຍຸກປັດຈຸບັນ, ທີ່ມີຄວາມສາມາດໃນການສ້າງສັນ ຈາກພື້ນ ຖານ ວັດທະນະທຳ ຂອງ ຕົນເອງ.  

ສິ່ງທີ່ດຶງດູດໃຈທີ່ສຸດພາຍໃນງານ JGW September ກໍຄືການທີ່ຍີ່ຫໍ້ ໄດ້ຖືກຈັດຢູ່ໃນສະພາບແວດລ້ອມທີ່ກວ້າງຂວາງ ແລະ ມີການແຂ່ງຂັນສູງ. ເມື່ອຢືນຢູ່ທ່າມກາງ ຫຼາຍພັນວິສາຫະກິດ ທີ່ມາຈາກຫຼາຍປະເທດ, ພວກຂ້າພະເຈົ້າໄດ້ມີໂອກາດທົບທວນຢ່າງຈະແຈ້ງວ່າ ເຮົາແມ່ນໃຜ, ເຮົາມີສິ່ງໃດທີ່ແຕກຕ່າງ ແລະ ສິ່ງໃດທີ່ເຮັດໃຫ້ຄົນອື່ນສາມາດຈົດຈຳຍີ່ຫໍ້ ຂອງ ພວກເຮົາໄດ້.  

ທ່ານ ເຈິ່ນຮວ່າງແອງ, ຜູ້ນຳອຳນວຍການຍີ່ຫໍ້ ແລະ ຜະລິດຕະພັນ ຂອງກຸ່ມບໍລິສັດ ຝູ໋ກີ໋ວ.

 

Jewellery & Gem WORLD ຮົ່ງກົງ (JGW September) ແມ່ນໜຶ່ງໃນບັນດາເຫດການ ການຄ້າທີ່ສໍາຄັນທີ່ສຸດ ຂອງ ຂະແໜງ ເຄື່ອງປະດັບ ແລະ ອັນຍະມະນີ ເພັດພອຍ ຈາກທົ່ວໂລກ, ໂດຍ Informa Markets ຈັດຂຶ້ນເປັນປະຈຳທຸກໆ ປີຢູ່ ຮົງກົງ (ສປຈີນ). ຜ່ານຫຼາຍທົດສະວັດ ແຫ່ງການຂະຫຍາຍຕົວ, ເຫດການໄດ້ກາຍ ເປັນຈຸດນັດພົບ ຂອງ ບັນດາຜູ້ຜະລິດ, ຜູ້ສະໜອງວັດຖຸດິບ, ຍີ່ຫໍ້, ນັກອອກແບບ ແລະ ຜູ້ຊື້ມືອາຊີບ ທີ່ມາຈາກທົ່ວໂລກ.  

ຕາມການລາຍງານ ຂອງ ຄະນະຈັດງານ, JGW September ໂຮມເອົາຫຼາຍກວ່າ 3.000 ວິສາຫະກິດເຂົ້າຮ່ວມງານວາງສະແດງ ທີ່ມາຈາກກວ່າ 40 ປະເທດ ແລະ ເຂດແຄວ້ນ, ພ້ອມກັບລູກຄ້າຊື້ B2B ຫຼາຍສິບພັນຄົນ. ຂະໜາດທີ່ໃຫຍ່ ແລະ ຄວາມເປັນມືອາຊີບສູງ ເຮັດໃຫ້ງານນິທັດສະການ ບໍ່ພຽງແຕ່ແມ່ນບ່ອນແລກປ່ຽນການຄ້າເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອໃຫ້ຂະແໜງ ເຄື່ອງປະດັບທົ່ວໂລກ ນຳສະເໜີບັນດາການອອກແບບ, ວັດຖຸດິບ, ເຕັກນິກການຜະລິດ, ເຕັກໂນໂລຊີ ແລະ ແນວໂນ້ມໃໝ່ໆ.  

ເອກະລັກສະເພາະໜຶ່ງຂອງ JGW September ແມ່ນເຫດການຖືກຈັດຂຶ້ນຢູ່ສອງສະຖານທີ່, ສອດຄ່ອງກັບບັນດາຂັ້ນຕອນທີ່ແຕກຕ່າງກັນໃນຕ່ອງໂສ້ການສະໜອງ. AsiaWorld-Expo (AWE), ຢູ່ໃກ້ກັບສະໜາມບິນສາກົນ ຮົ່ງກົງ, ສຸມໃສ່ວັດຖຸດິບ ໂດຍມີບັນດາເຂດອັນຍະມະນີ ຫຼາກສີ, ເພັດ, ອັນຍະມະນີ ຊັ້ນສູງ ແລະ ໄຂ່ມຸກ. ຮົ່ງກົງ Convention and Exhibition Centre (HKCEC) ຢູ່ Wan Chai ສຸມໃສ່ເຄື່ອງປະດັບສຳເລັດຮູບ, ການອອກແບບຊັ້ນສູງ ພ້ອມກັບບັນດາວິທີການແກ້ໄຂ, ອຸປະກອນ ແລະ ເຕັກໂນໂລຊີ ຮັບໃຊ້ຂະແໜງເຄື່ອງປະດັບ.  

ເຫດການຖືກຈັດຂຶ້ນເປັນ 6 ຈຸດວາງສະແດງສະເພາະ: JGW September: Gemstones; JGW September: Diamonds & Fine Gems; JGW September: Pearls+; JGW September: ຮົ່ງກົງ; JGW September: International ແລະ JGW September: Fine Design. ໂຄງສ້າງນີ້ສ້າງເປັນລະບົບນິເວດ B2B ທີ່ກວ້າງ ຂວາງ ຕັ້ງແຕ່ວັດຖຸດິບ, ການອອກແບບ ແລະ ການແກະສະຫຼັກ ຈົນເຖິງຜະລິດຕະພັນສຳເລັດຮູບ ແລະ ການຄ້າ.

ຍ້ອນແນວນັ້ນ JGW September ຈຶ່ງຖືວ່າ ແມ່ນຈຸດເຊື່ອມໂຍງທີ່ສໍາຄັນຂອງຕ່ອງໂສ້ການສະໜອງເຄື່ອງປະດັບ ທົ່ວໂລກ, ບ່ອນທີ່ຜູ້ສະໜອງວັດຖຸດິບ ພົບປະກັບຜູ້ຜະລິດ, ນັກອອກແບບເຊື່ອມໂຍງກັບຍີ່ຫໍ້ ແລະ ບັນດາວິສາຫະກິດເຂົ້າເຖິງຜູ້ຊື້ສາກົນໂດຍກົງ. ທ່່າໄດ້ປຽບ ຂອງ ຮົ່ງກົງ ໃນບົດບາດເປັນສູນກາງການຄ້າເສລີ ແລະ ຈຸດເຊື່ອມຕໍ່ການຄ້າອັນຍະມະນີ ເພັດພອຍ ທີ່ໃຫຍ່ຂອງໂລກ ຍິ່ງຕອກຢໍ້າຄວາມພິເສດ ຂອງ ງານນິທັດສະການໃນຂະແໜງ ເຄື່ອງ ປະດັບສາກົນ.

 

 

ນັກຂ່າວ: ຝູ໋ກີ໋ວ ມີຄວາມຫວັງຢ່າງໃດ ເມື່ອນຳເອົາຍີ່ຫໍ້ ຫວຽດນາມ ອອກສູ່ເວທີ ທີ່ໂຮມເອົາຫຼາຍກວ່າ 3.000 ວິສາຫະກິດເຂົ້າຮ່ວມງານ ທ່ີມາຈາກກວ່າ 40 ປະເທດ, ໂດຍຮັບບົດບາດເປັນ “ຖານສົ່ງ” ກຳ ນົດທຸກແນວໂນ້ມການອອກແບບ ແລະ ເຕັກໂນໂລຊີ ຂອງ ຂະ   ແໜງເຄື່ອງປະດັບ ໃນປີຕໍ່ໄປ, ທ່ານສາມາດໃຫ້ຮູ້ຕື່ມໄດ້ບໍ່?                

ທ່ານ ເຈິ່ນຮວ່າງແອງ: ພວກຂ້າພະເຈົ້າມີສາມຄວາມຫວັງທີ່ຂ້ອນຂ້າງຈະແຈ້ງ.

ໜຶ່ງ: ແມ່ນການທີ່ໄດ້ຮັບການຮັບຮູ້ ແລະ ທຳຄວາມເຂົ້າໃຈຢ່າງຖືກຕ້ອງກວ່າເກົ່າ ກ່ຽວກັບ ຝູ໋ກີ໋ວ ຈາກຕະຫຼາດສາກົນ. ພວກຂ້າ ພະເຈົ້າຕ້ອງການໃຫ້ຜູ້ຊົມຮັບຮູ້ວ່າ ຫວຽດນາມ ບໍ່ພຽງແຕ່ມີຄວາມສາມາດໃນການຜະລິດ ຫຼື ງານຝີມືຫັດຖະກໍາ ເທົ່ານັ້ນ, ແຕ່ຍັງສາ ມາດສ້າງສັນຜະລິດຕະພັນ ທີ່ມີພາສາ ດ້ານສະຫງວນຄວາມງາມເປັນເອກະລັກສະເພາະຂອງຕົນເອງໄດ້ຢ່າງສົມບູນ.  

ສອງ: ແມ່ນການສ້າງຄວາມສໍາພັນທາງທຸລະກິດທີ່ແທ້ຈິງ. ງານວາງສະແດງໜຶ່ງຈະມີຄຸນຄ່າຢ່າງແທ້ຈິງ ເມື່ອການພົບປະຢູ່ທີ່ຮ້ານສະແດງ ສາມາດສືບຕໍ່ເປັນການແລກປ່ຽນ, ຮ່ວມມື ຫຼື ໂອກາດທາງທຸລະກິດ ຫຼັງຈາກງານວາງສະແດງ.  

ສາມ: ສິ່ງໜຶ່ງທີ່ຂ້າພະເຈົ້າຄິດວ່າ ມີຄວາມສໍາຄັນຍິ່ງ ສໍາລັບຍີີ່ຫໍ້, ນັ້ນແມ່ນຄວາມສາມາດ ໃນການຖືກຈົດຈຳ. ຄວາມສໍາເລັດສໍາລັບພວກຂ້າພະເຈົ້າບໍ່ໄດ້ວັດແທກ ພຽງແຕ່ຈຳນວນຜູ້ທີ່ເຂົ້າມາຢ້ຽມ ຊົມຮ້ານວາງສະແດງເທົ່ານັ້ນ. ສິ່ງທີ່ມີຄ່າກວ່າແມ່ນຫຼັງຈາກທີ່ພວກເຂົາ ອອກໄປ, ເຂົາເຈົ້າ ຍັງຈື່ໄດ້ວ່າ ໄດ້ພົບກັບຍີ່ຫໍ້ ໜຶ່ງທີ່ມາຈາກ ຫວຽດນາມ ທີ່ມີເລື່ອງລາວ, ຄວາມງາມ ແລະ ວິທີການເຂົ້າເຖິງທີ່ເປັນເອກະລັກ. ຖ້າເຮັດໄດ້ຄືແນວນັ້ນ, ການປະກົດຕົວຂອງ ຝູ໋ກີ໋ວ ຢູ່ JGW September ຈຶ່ງຈະມີຄວາມໝາຍຢ່າງແທ້ຈິງ.

ນັກຂ່າວ: ສາມາດເວົ້າໄດ້ວ່າ ຝູ໋ກີ໋ວ ກຳລັງສືບຕໍ່ປະຕິບັດ ສີ່ເປົ້າໝາຍ: ປະ ກອບສ່ວນຢັ້ງຢືນ ທີ່ຕັ້ງ ຂອງ ຂະແໜງ ເຄື່ອງປະດັບ ຫວຽດນາມ; ເລົ່າເລື່ອງລາວ ກ່ຽວກັບວັດທະນະທຳ ແລະ ປະຫວັດສາດ ຫວຽດ ນາມ ຜ່ານບັນດາຜະລິດຕະພັນ ເຈຍລະໄນ; ຮຽນຮູ້ ການບຸກທະ ລຸ ດ້ານເຕັກໂນໂລຊີໃໝ່ໆ ຂອງໂລກ ແລະ ຂະຫຍາຍເຄືອຂ່າຍຄູ່ຮ່ວມມືຍຸດທະສາດ ໃນຕ່ອງໂສ້ການສະໜອງທົ່ວໂລກ. ນັ້ນແມ່ນບັນດາເປົ້າໝາຍຫຼັກ ຂອງ ຝູ໋ກີ໋ວ ຢູ່ JGW September ໃນປີນີ້ຫຼືບໍ່, ທ່ານສາມາດໃຫ້ຮູ້ໄດ້ບໍ່?  

ທ່ານ ເຈິ່ນຮວ່າງແອງ: ໃນແງ່ ຂອງ ເຈດຕະນາ, ຂ້າພະເຈົ້າຄິດວ່າບັນດາເປົ້າໝາຍເຫຼົ່ານັ້ນ ຂ້ອນຂ້າງຄົບຖ້ວນແລ້ວ. ເຖິງຢ່າງໃດກໍຕາມ, ໃນມຸມມອງຂອງ ຝູ໋ກີ໋ວ, ພວກຂ້າພະເຈົ້າສາມາດສ້າງປະ ເດັນຫຼັກໄດ້ ສາມຈຸດສຸມໃຫຍ່ຄື ກ່ອນອື່ນໝົດ, ແມ່ນການຂະ ຫຍາຍຄວາມສໍາພັນ B2B (ວິສາຫະກິດ ກັບວິສາຫະກິດ) ສາກົນ, ເພາະງານວາງສະແດງແມ່ນສະຖານທີ່ທີ່ພວກຂ້າພະເຈົ້າສາມາດພົບປະກັບລູກຄ້າ, ຜູ້ຈຳໜ່າຍ, ຄູ່ຮ່ວມງານ ແລະ ບັນດາວິສາຫະກິດທີ່ກຳລັງຊອກຫາໂອກາດການຮ່ວມມື ໃນຂະແໜງການໂດຍກົງ. ຕໍ່ມາແມ່ນການສ້າງພາບລັກຂອງ ຝູ໋ກີ໋ວ ໃນຖານະຍີ່ຫໍ້ໂລຫະ ມີຄ່າ ຫວຽດນາມ ຍຸກປັດຈຸບັນ. ນີ້ແມ່ນສິ່ງທີ່ພວກຂ້າພະເຈົ້າຖືສຳຄັນເປັນພິເສດ. ພວກເຮົາບໍ່ຕ້ອງການປະກົດຕົວ ພາຍໃນງານວາງສະແດງສາກົນ ພຽງແຕ່ການນຳເອົາຜະລິດຕະພັນ ຫຼາຍຢ່າງ ມາຈັດວາງສະແດງເທົ່ານັ້ນ. ສິ່ງທີ່ສໍາຄັນກວ່ານັ້ນແມ່ນຕ້ອງມີມຸມມອງທີ່ຈະແຈ້ງ ກ່ຽວກັບຍີ່ຫໍ້ ແລະ ເຮັດໃຫ້ຜູ້ຊົມເຂົ້າໃຈວ່າ ຝູ໋ກີ໋ວ ກຳລັງຕ້ອງການປະກອບສ່ວນສິ່ງໃດ ເຂົ້າໃນພາບລວມຂອງຂະ ແໜງການ.

 

ສຸດທ້າຍ ຄືການຮຽນຮູ້ເພື່ອຍົກລະດັບມາດຕະຖານ ຂອງ ຕົນເອງ. ເມື່ອຢືນຢູ່ໃນສະພາບແວດລ້ອມສາກົນ, ຕັ້ງແຕ່ຄຸນນະພາບຂອງຜະລິດຕະພັນ, ວິທີການຈັດສະແດງ, ຂໍ້ມູນເອກະສານການຂາຍ ຕະຫຼອດຮອດວິທີການເຮັດວຽກກັບ Buyer (ຜູ້ຊື້) ລ້ວນແຕ່ກາຍ ເປັນມາດຕະຖານເພື່ອໃຫ້ພວກເຮົາມາທົບທວນຄືນ. ຂ້າພະເຈົ້າຄິດວ່າ ນີ້ຄືຄຸນຄ່າມະຫາສານ ຂອງ ການເຂົ້າຮ່ວມເວທີຕ່າງໆ ຄືກັບ JGW September.

ນັກຂ່າວ:  ມີບາງຄົນເວົ້າວ່າ ທຸກໆ ຄັ້ງທີ່ ຝູ໋ກີ໋ວ ເຂົ້າຮ່ວມ JGW September ກໍຄືການ “ນຳເອົາລະຄັງໄປຕີ ຢູ່ຕ່າງແດນ”, ເພາະຢູ່ດ້ານຫຼັງຮ້ານວາງສະແດງ ຂອງ ວິສາຫະກິດ ຍັງແມ່ນພາບລັກ ຂອງ ຂະແໜງ ເຄື່ອງປະດັບ ຫວຽດນາມ. ທ່ານມີຄວາມຄິດເຫັນແນວໃດກັບມຸມມອງນັ້ນ?  

ທ່ານ ເຈິ່ນຮວ່າງແອງ: ຂ້າພະເຈົ້າເຂົ້າໃຈວິທີການເວົ້ານັ້ນ, ແຕ່ຕົວຂ້າພະເຈົ້າເອງ ບໍ່ໄດ້ເບິ່ງເລື່ອງນີ້ ໃນຄວາມໝາຍທີ່ວ່າ ພວກເຮົາຕ້ອງກ້າວອອກສູ່ໂລກ ເພື່ອພິສູດວ່າ ພວກເຮົາມີຄວາມສາມາດກວ່າໃຜ.  

ສິ່ງທີ່ພວກຂ້າພະເຈົ້າຕ້ອງການເຮັດ ແມ່ນງ່າຍກວ່ານັ້ນ, ນັ້ນແມ່ນການນຳເອົາສຽງເວົ້າ ຂອງ ຫວຽດນາມ ທີ່ເຕັມໄປດ້ວຍຄວາມໝັ້ນໃຈ ເພື່ອມາຢືນຄຽງຂ້າງກັບບັນດາສຽງເວົ້າອື່ນໆ ຂອງໂລກ. ໃນງານວາງສະແດງສາກົນ, ທຸກໆ ຍີ່ຫໍ້ລ້ວນແຕ່ນຳເອົາວັດທະນະທຳ, ເຕັກນິກ, ປະຫວັດສາດ ແລະ ມຸມມອງ ສະເພາະຂອງບ່ອນທີ່ເຂົາ ເຈົ້າມາ. ຝູ໋ກີ໋ວ ກໍເຊັ່ນດຽວກັນ, ພວກຂ້າພະເຈົ້ານຳເອົາ ວັດຖຸທາດຂອງ ຫວຽດນາມ ມາ, ແຕ່ສິ່ງທີ່ສໍາຄັນ ແມ່ນຕ້ອງຫັນປ່ຽນພວກມັນໃຫ້ກາຍເປັນຜະລິດຕະພັນຍຸກໃໝ່ ແລະ ລະອຽດອ່ອນຢ່າງພຽງພໍ ເພື່ອໃຫ້ຄົນອື່ນ ສາມາດຮັບຮູ້ໄດ້ ເຖິງວ່າ ເຂົາເຈົ້າຍັງບໍ່ທັນຮູ້ຫຼາຍກ່ຽວກັບເລື່ອງລາວ ຢູ່ເບື້ອງຫຼັງກໍຕາມ. ຂ້າພະເຈົ້າເຊື່ອວ່າ ເມື່ອຜະລິດຕະພັນດີພໍ, ເລື່ອງລາວ ມີຄວາມຈິງໃຈພຽງພໍ ແລະ ວິທີການສະແດງອອກມີຄວາມເປັນທຳມະຊາດດີພໍ, ພວກເຮົາບໍ່ຈຳເປັນຕ້ອງພະຍາຍາມ “ພິສູດ” ເອກະລັກ. ເອກະລັກຈະກາຍ ເປັນຂໍ້ດີໂດຍຕົວມັນເອງ.

 

ໂລກຈະໄດ້ເຫັນສິ່ງໃດຢູ່ ຝູ໋ກີ໋ວ?

ນັກຂ່າວ: ຝູ໋ກີ໋ວ ຈະນຳສະເໜີບັນດາກຸ່ມຜະລິດຕະພັນໃດແດ່ຢູ່ JGW September ໃນປີນີ້, ທ່ານສາມາດໃຫ້ຮູ້ໄດ້ບໍ່?

ທ່ານ ເຈິ່ນຮວ່າງແອງ: ພາຍໃນ JGW September ປີນີ້, ຝູ໋ກີ໋ວ ໄດ້ນຳສະເໜີ ໂລກ ຂອງ ຜະລິດຕະພັນທີ່ກວ້າງກວ່າຂອບເຂດ ຂອງເຄື່ອງປະດັບ ຕາມຄວາມໝາຍທົ່ວໄປ. ນອກຈາກການອອກແບບເຄື່ອງປະດັບແລ້ວ, ພວກຂ້າພະເຈົ້າຍັງນຳເອົາ ບັນດາຜະລິດຕະພັນ ແລະ ວັດຖຸພັນ ທີ່ເຮັດດ້ວຍໂລຫະມີຄ່າ, ບັນດາການອອກແບບ ທີ່ຂຸດຄົ້ນຄຸນຄ່າວັດທະນະທຳ ຫວຽດນາມ ແລະ ບາງສາຍຜະລິດຕະພັນ ທີ່ມີຄວາມສາມາດ ໃນການຂະຫຍາຍຕົວ ກັບຄວາມຕ້ອງການ B2B ກໍຄືການຮ່ວມມື ກັບບັນດາຄູ່ຮ່ວມງານສາກົນ. ຍ້ອນແນວນັ້ນ, ພວກຂ້າພະເຈົ້າຈຶ່ງຕ້ອງການກຳນົດຕຳ   ແໜ່ງຂອງ ຝູ໋ກີ໋ວ ໃນຖານະຍີ່ຫໍ້ໂລຫະມີຄ່າ ຫວຽດນາມ ທີ່ນຳເອົາຈິດວິນຍານມໍລະດົກ ແຕ່ຖືກສະແດງອອກ ດ້ວຍພາສາ ຂອງ ຍຸກ ໃໝ່. ຄຳ, ເງິນ ຫຼື ອັນຍະມະນີ ເພັດພອຍ ສຳລັບພວກຂ້າພະເຈົ້າ ບໍ່ພຽງແຕ່ແມ່ນວັດຖຸດິບຊັ້ນສູງເທົ່ານັ້ນ, ແຕ່ຍັງແມ່ນພາຫະນະເພື່ອເລົ່າເລື່ອງ, ສ້າງຄວາມຊົງຈຳ ແລະ ສົ່ງຕໍ່ບັນດາຄຸນຄ່າວັດທະ ນະທຳ ເຂົ້າໃນຊີວິດປະຈຳວັນ ໃນປັດຈຸບັນ.

ນັກຂ່າວ: ໃນນັ້ນ, ແມ່ນບັນດາການອອກແບບ ຫຼື ຊຸດສະສົມໃດ ທີ່ທ່ານຫວັງວ່າຈະສ້າງຄວາມປະທັບໃຈຫຼາຍທີ່ສຸດໃຫ້ກັບເພື່ອນມິດສາກົນ, ສະແດງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄວາມສາມາດໃນການສ້າງສັນ ແລະ ການຜະລິດ ຂອງ ຝູ໋ກີ໋ວ?  

ທ່ານ ເຈິ່ນຮວ່າງແອງ: ໜຶ່ງໃນຈຸດເດັ່ນ ທີ່ຂ້າພະເຈົ້າຫວັງເປັນພິ ເສດ ແມ່ນຊຸດສະສົມ “ການພົບປະ”, ທີ່ໄດ້ຮັບແຮງບັນດານໃຈຈາກຕຳນານ ເລື່ອງ ຈື໋ດົ່ງຕື໋ - ຕຽນຢຸງ (ໜຶ່ງໃນສີ່ອົງເທບອະມະຕະຂອງ ຫວຽດນາມ).

ສິ່ງທີ່ພວກຂ້າພະເຈົ້າມີຄວາມເອົາໃຈໃສ່ ບໍ່ແມ່ນການເລົ່າຕຳນານຄືນ ໂດຍການໃຊ້ພາບປະກອບໂດຍກົງ. ແທນທີ່ຈະເຮັດແນວນັ້ນ, ທີມງານສ້າງສັນຂອງ ຝູ໋ກີ໋ວ ໄດ້ຊອກຫາວິທີຄັດສັນເອົາ ບັນດາປັດໄຈ ທ່ີເປັນເອກະລັກສະເພາະ ຂອງ ເລື່ອງລາວ ເຊັ່ນ: ສາຍນ້ຳ, ຄື້ນນ້ຳ, ຫາດຊາຍ, ການພົບປະ ແລະ ການເຄື່ອນໄຫວທີ່ອ່ອນຊ້ອຍ ເພື່ອນຳເຂົ້າໃນເສັ້ນລວດລາຍ, ພື້ນຜິວ ແລະ ໂຄງສ້າງຂອງເຄື່ອງປະດັບ. ຂ້າພະເຈົ້າຄິດວ່າ ນີ້ແມ່ນວິທີ ທີ່ ຝູ໋ກີ໋ວ ຕ້ອງການເຂົ້າຫາມໍລະດົກ. ເລື່ອງລາວບູຮານ ເລື່ອງໜຶ່ງ ບໍ່ຈຳເປັນຕ້ອງປະ ກົດຕົວໃນຜະລິດຕະພັນໃນຮູບແບບຂອງຮູບພາບສະເພາະໃດໜຶ່ງ, ແຕ່ສາມາດກາຍເປັນເສັ້ນໂຄ້ງ, ຈັງຫວະການເຄື່ອນໄຫວ, ພື້ນຜິວ ຫຼື ຄວາມຮູ້ສຶກໄດ້.

 

ຮູບປັ້ນ ຝູ໋ກີ໋ວ ກິເລນໂດ - ເງິນ 999 ຢູ່ໃນ ຊຸດສະສົມ “ກ້າວອອກຈາກມໍລະດົກ”.

ເມື່ອນັ້ນ, ຜູ້ທີ່ບໍ່ເຄີຍຮູ້ຈັກ ຈື໋ດົ່ງຕື໋ ກໍສາມາດເຫັນໄດ້ວ່າ ຜະລິດຕະພັນມີຄວາມງາມ ແລະ ໜ້າສົນໃຈ. ເມື່ອເຂົາເຈົ້າຮູ້ກ່ຽວກັບເລື່ອງລາວ ຢູ່ເບື້ອງຫຼັງ, ຜະລິດຕະພັນ ກໍຈະເປີດມຸມມອງ ໃຫ້ເຫັນຄວາມໝາຍຕ່າງໆ ຍິ່ງຂຶ້ນ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າຄາດຫວັງ.

ນັກຂ່າວ: ໃນໄລຍະຫຼັງໆ ມານີ້ ຫຼາຍຜະລິດຕະພັນ ຂອງ ຝູ໋ກີ໋ວ ໄດ້ຮັບແຮງບັນດານໃຈ ຈາກວັດທະນະທຳ ມູນເຊື້ອ, ວິຈິດສິນບູຮານ ແລະ ປັນ ຍາຕາເວັນອອກ. ເຫດໃດວິສາຫະກິດ ຈຶ່ງເລືອກເອົາທິດທາງນີ້?  

ທ່ານ ເຈິ່ນຮວ່າງແອງ: ແມ່ນແລ້ວ, ເພາະເມື່ອກ້າວອອກສູ່ຕະຫຼາດສາກົນ, ສິ່ງທີ່ພວກຂ້າພະເຈົ້າ ບໍ່ຕ້ອງການເຮັດຫຼາຍທີ່ສຸດ ແມ່ນການກາຍເປັນຮູບແບບອື່ນຂອງ ສິ່ງທີ່ໂລກມີຢູ່ແລ້ວ. ທຸກ ວັດທະ ນະທຳ ລ້ວນແຕ່ ມີຂຸມຊັບ ແຫ່ງວັດຖຸ ທີ່ເປັນເອກະລັກ ສະເພາະຂອງ ຕົນເອງ. ສຳລັບຫວຽດນາມ, ພວກເຮົາມີປະຫວັດສາດ ອັນຍາວນານ, ມີສິລະປະ, ສະຖາປັດຕະຍະກຳ, ຕຳນານ, ຄວາມເຊື່ອ ແລະ ທັງລະບົບສັນຍາລັກສະເພາະ ທີ່ເປັນເອກະລັກ ແລະ ອຸດົມ ສົມບູນຫຼາຍ. ນັ້ນແມ່ນແຫຼ່ງແຮງບັນດານໃຈ ການສ້າງສັນທີ່ຍິ່ງໃຫຍ່ຫຼາຍ ຖ້າພວກເຮົາ ຮູ້ກັບມາເບິ່ງ ດ້ວຍມຸມມອງຂອງມື້ນີ້. ສຳ ລັບ ຝູ໋ກີ໋ວ, ມໍລະດົກ ບໍ່ແມ່ນຫໍສະໝຸດ ລວດລາຍເພື່ອເອົາມາປັບໃສ່ ຜະລິດຕະພັນ. ສິ່ງທີ່ພວກເຮົາມີຄວາມເອົາໃຈໃສ່ກວ່ານັ້ນ ແມ່ນຈິດວິນຍານ ຂອງ ມໍລະດົກ: ຈັງຫວະ, ມາດຕາສ່ວນ, ເສັ້ນລວດລາຍ, ໂຄງສ້າງ, ເລື່ອງລາວ ແລະ ຄວາມຮູ້ສຶກ. ເມື່ອບັນດາຄຸນຄ່ານັ້ນ ຖືກຫັນປ່ຽນໃຫ້ກາຍເປັນພາສາ ການອອກແບບຍຸກໃໝ່, ຜະລິດຕະພັນ ກໍຈະມີທັງຮາກເຫງົ້າ ແລະ ທັງມີຄວາມສາມາດ ກ້າວເຂົ້າສູ່ ຊີວິດປະຈຳວັນທັນສະໄໝ. ຂ້າພະເຈົ້າຄິດວ່າ ນັ້ນແມ່ນທິດທາງທີ່ເໝາະສົມ ຖ້າພວກເຮົາຕ້ອງການສ້າງສັນເອກະ ລັກ ທີ່ຍືນຍົງຢ່າງແທ້ຈິງ.

ສາຍຄໍຊາຍ ຝູ໋ກີ໋ວ - ຄຳ 750 ຢູ່ໃນ ຊຸດສະສົມ High Jewelry “ການພົບປະ”.

ນັກຂ່າວ:ຕາມທ່ານແລ້ວ, ສິ່ງໃດທີ່ເຮັດໃຫ້ຜະລິດຕະພັນ ເຄື່ອງປະດັບ ທີ່ນຳເອົາເອກະລັກ ວັດທະນະທຳ ຍັງສາມາດເຂົ້າເຖິງລູກຄ້າສາກົນໄດ້, ເຖິງວ່າມີຄວາມແຕກຕ່າງກັນດ້ານພາສາ ແລະ ມູນເຊື້ອ?                

ທ່ານ ເຈິ່ນຮວ່າງແອງ: ຕາມຂ້າພະເຈົ້າແລ້ວ, ຜະລິດຕະພັນໜຶ່ງ ກ່ອນອື່ນໝົດແມ່ນຕ້ອງງາມ. ຜູ້ຊົມບໍ່ຈຳເປັນຕ້ອງອ່ານ ຄໍາອະທິ ບາຍຍາວໆ ຈຶ່ງຈະສາມາດຮູ້ສຶກ ດຶງດູດໃຈ ໄດ້. ຮູບຮ່າງ, ມາດຕາສ່ວນ, ວັດຖຸດິບ, ວິທີການຕົກແຕ່ງສຳເລັດ ແລະ ຄວາມຮູ້ສຶກຂອງຜະລິດຕະພັນ ຕ້ອງສາມາດເວົ້າໄດ້ດ້ວຍຕົວມັນເອງກ່ອນ. ຫຼັງຈາກນັ້ນ, ເລື່ອງລາວ ວັດທະນະທຳ ຈະເຮັດໃຫ້ຜະລິດຕະພັນມີຄວາມເລິກເຊິ່ງ ແລະ ໜ້າຈົດຈຳຍິ່ງຂຶ້ນ. ຄົນໃດຄົນໜຶ່ງຢູ່ ຮົ່ງກົງ, ປາຣີ ຫຼື ໂຕກຽວ ທີ່ອາດຈະບໍ່ຮູ້ຕຳນານຂອງ ຫວຽດນາມ, ແຕ່ເຂົາ ເຈົ້າຍັງສາມາດຮັບຮູ້ໄດ້ເຖິງຄວາມງາມ ຂອງເສັ້ນລວດລາຍ ຫຼື ຄວາມປານີດ ໃນວິທີການຈັດການພື້ນຜິວ. ນັ້ນແມ່ນສິ່ງທີ່ໜ້າສົນ ໃຈຫຼາຍ ຂອງ ການອອກແບບ: ພາສາຮູບພາບ ສາມາດກ້າວຂ້າມອຸປະສັກ ຂອງ ພາສາເວົ້າ ແລະ ຕົວໜັງສືໄດ້.               

ເພາະສະນັ້ນ, ວັດທະນະທຳ ບໍ່ຄວນກາຍເປັນບົດຮຽນ ທີ່ຜູ້ຊື້ບັງ ຄັບຕ້ອງເຂົ້າໃຈ. ມັນຄວນຄືກັບຊັ້ນຄວາມເລິກ ຢູ່ເບື້ອງຫຼັງຜະລິດ ຕະພັນ. ເມື່ອຄົນເຮົາ ມີຄວາມຢາກຮູ້ຢາກເຫັນ ແລະ ຕ້ອງການຊອກຮູ້ຕື່ມ, ເລື່ອງລາວ ນັ້ນຈະເຮັດໃຫ້ເຄື່ອງຂອງສິ່ງນັ້ນກາຍເປັນສິ່ງທີ່ພິເສດ ຍິ່ງຂຶ້ນ.

ສາຍຄໍຊາຍ ຝູ໋ກີ໋ວ - ຄຳ 750 ຢູ່ໃນ ຊຸດສະສົມ High Jewelry “ການພົບປະ”.

ສິ່ງທີ່ ຝູ໋ກີ໋ວ ຕ້ອງການຮຽນຮູ້ຈາກໂລກ

ນັກຂ່າວ: JGW September ແມ່ນສະຖານທີ່ໂຮມເອົາ ຫຼາຍຍີ່ຫໍ້ ແລະ ແນວໂນ້ມໃໝ່ໆ ຂອງຂະແໜງ ຄຳ, ເງິນ, ອັນຍະມະນີ ແລະ ເຄື່ອງປະ ດັບທົ່ວໂລກ. ສິ່ງໃດທີ່ທ່ານປາຖະໜາ ຢາກສັງເກດ ແລະ ຮຽນຮູ້ຫຼາຍທີ່ສຸດຈາກງານວາງສະແດງໃນປີນີ້?  

ທ່ານ ເຈິ່ນຮວ່າງແອງ: ສິ່ງທີ່ຂ້າພະເຈົ້າໃຫ້ຄວາມເອົາໃຈໃສ່ຫຼາຍທີ່ສຸດ ແມ່ນວິທີ ທີ່ບັນດາຍີ່ຫໍ້ ຫັນປ່ຽນຄວາມຄິດສ້າງສັນ ໃຫ້ກາຍ ເປັນ ຜະລິດຕະພັນ ທີ່ມີຄວາມສາມາດ ກ້າວອອກສູ່ຕະຫຼາດສາ ກົນ. ຄວາມຄິດສ້າງສັນທີ່ງາມແມ່ນເລື່ອງໜຶ່ງ, ແຕ່ເພື່ອໃຫ້ຜະລິດ ຕະພັນໜຶ່ງ ສາມາດຢືນຢັນຕົວຕົນໄດ້ຢ່າງແທ້ຈິງ ຢູ່ຕະຫຼາດ ແມ່ນຍັງພົວພັນເຖິງຫຼາຍອົງປະກອບເຊັ່ນ: ລະດັບຄວາມສຳເລັດ,ມາດ ຕາສ່ວນ, ວິທີການເລືອກວັດຖຸດິບ, ວິທີການຈັດສະແດງ, ເລື່ອງລາວການຂາຍ, ວິທີການກຳນົດລາຄາ ແລະ ທັງວິທີທີ່ຜູ້ຊື້ ເບິ່ງຮັບຜະລິດຕະພັນ. ຂ້າພະເຈົ້າມີຄວາມຕ້ອງການເປັນພິເສດ ທີ່ຈະສັງ ເກດວິທີ ທີ່ບັນດາຍີ່ຫໍ້ ສ້າງປະສົບການ ຢູ່ງານວາງສະແດງ. ໃນຂອບເຂດທີ່ມີຫຼາຍພັນຮ້ານວາງສະແດງ, ສິ່ງໃດທີ່ເຮັດໃຫ້ຄົນໆໜຶ່ງຢຸດເບິ່ງ? ສິ່ງໃດທີ່ເຮັດໃຫ້ເຂົາເຈົ້າຕ້ອງການຈັບຜະລິດຕະພັນຂຶ້ນມາເບິ່ງ, ຕ້ອງການຖາມເລື່ອງລາວຕື່ມ ຫຼື ຕ້ອງການຝາກຂໍ້ມູນໄວ້? ສຳລັບຂ້າພະເຈົ້າ, JGW September ຍັງແມ່ນໂອກາດທີ່ດີຫຼາຍເພື່ອໃຫ້ ຝູ໋ກີ໋ວ ນຳເອົາຕົວເອງ ໄປໄວ້ໃນລະບົບອ້າງອີງທີ່ໃຫຍ່ກວ່າ. ເມື່ອໄດ້ເຫັນສິ່ງທີ່ດີທີ່ສຸດ ກຳລັງເກີດຂຶ້ນໃນໂລກ, ພວກເຮົາຈະຮູ້ວ່າ ຕົນເອງກຳລັງຢູ່ຈຸດໃດ ແລະ ຈຳເປັນຕ້ອງຍົກລະດັບມາດ ຕະຖານຢູ່ຈຸດໃດ.

ນັກຂ່າວ: ຕາມທ່ານແລ້ວ, ສິ່ງໃດທີ່ນັບມື້ນັບເປັນຕົວຕັດສິນຄວາມດຶງດູດໃຈ ຂອງຜະລິດຕະພັນ ເຄື່ອງປະດັບຢູ່ ຕະຫຼາດສາກົນ: ການອອກແບບ, ຄຸນນະພາບການແກະສະຫຼັກ, ເລື່ອງລາວວັດທະນະທຳ, ແຫຼ່ງກຳ ເນີດວັດຖຸດິບ ຫຼື ຄວາມຍືນຍົງ? ຍ້ອນຫຍັງ?  

ທ່ານ ເຈິ່ນຮວ່າງແອງ: ຂ້າພະເຈົ້າຄິດວ່າ ໃນປັດຈຸບັນ ແມ່ນຍາກຫຼາຍ ທີ່ຜະລິດຕະພັນໜຶ່ງ ຈະປະສົບຜົນສຳເລັດໄດ້ ຍ້ອນປັດໄຈດຽວ. ການອອກແບບແມ່ນສິ່ງທີ່ເຮັດໃຫ້ຄົນເຮົາເອົາໃຈໃສ່ກ່ອນອື່ນໝົດ. ຄຸນນະພາບການຜະລິດ ແມ່ນສິ່ງທີ່ສ້າງຄວາມເຊື່ອໝັ້ນ ເມື່ອເຂົາເຈົ້າຈັບຜະລິດຕະພັນຢູ່ໃນມື. ເລື່ອງລາວ, ແຫຼ່ງກຳ ເນີດ ແລະ ບັນດາຄຸນຄ່າຢູ່ເບື້ອງຫຼັງ ພັດສ້າງເຫດຜົນ ເພື່ອໃຫ້ເຂົາ ເຈົ້າຈົດຈຳຜະລິດຕະພັນໄດ້ດົນກວ່າ. ນັບມື້ນັບມີລູກຄ້າຫຼາຍຄົນ ໃຫ້ຄວາມເອົາໃຈໃສ່ ເຖິງວິທີ ທີ່ຜະລິດຕະພັນໜຶ່ງຖືກສ້າງຂຶ້ນມາ, ວັດ ຖຸດິບ ມາຈາກໃສ ແລະ ຍີ່ຫໍ້ ຢືນຢູ່ຝ່າຍຄຸນຄ່າໃດ. ຍ້ອນແນວນັ້ນ, ຂ້າພະເຈົ້າບໍ່ຄິດວ່າ ພວກເຮົາຄວນເອົາການອອກແບບ, ການຜະ ລິດ ຫຼື ເລື່ອງລາວ ວັດທະນະທຳ ມາແຂ່ງຂັນກັນ. ຍີ່ຫໍ້ທີ່ດີຕ້ອງນຳເອົາທຸກປັດໄຈເຫຼົ່ານັ້ນເຂົ້າໃນລະບົບທີ່ເປັນເອກະພາບດຽວກັນ. ເມື່ອຮູບຮ່າງງາມ, ຄຸນນະພາບດີ ແລະ ເລື່ອງລາວທີ່ຈິງໃຈມາພົບກັນ, ຜະລິດຕະພັນກໍຈະມີຊີວິດຊີວາຍືນຍົງກວ່າຫຼາຍ ເມື່ອທຽບກັບແນວໂນ້ມຊົ່ວຄາວ.

ນັກຂ່າວ: ຫຼັງຈາກງານວາງສະແດງ, ສິ່ງທີ່ໃຫຍ່ທີ່ສຸດທີ່ ຝູ໋ກີ໋ວ ຫວັງນຳກັບມາແມ່ນຫຍັງ, ທ່ານສາມາດໃຫ້ຮູ້ຕື່ມໄດ້ບໍ່?                

ທ່ານ ເຈິ່ນຮວ່າງແອງ: ແນ່ນອນວ່າ ພວກຂ້າພະເຈົ້າມີຄວາມຫວັງຈະມີໂອກາດທາງການຄ້າ ແລະ ບັນດາຄຳສັ່ງຊື້ສະເພາະ. ແຕ່ຖ້າເບິ່ງງານວາງສະແດງ ຜ່ານພຽງແຕ່ຈຳນວນຄຳສັ່ງຊື້, ຂ້າພະເຈົ້າຄິດວ່າ ຍັງບໍ່ທັນພຽງພໍ. ສິ່ງທີ່ຂ້າພະເຈົ້າຫວັງຫຼາຍກວ່ານັ້ນ ແມ່ນການນຳເອົາບັນດາສາຍພົວພັນ ທີ່ສາມາດສືບຕໍ່ຂະຫຍາຍຕົວ ຫຼັງຈາກອອກຈາກ ຮ່ົງກົງ. ນັ້ນອາດຈະແມ່ນລູກຄ້າຄົນໜຶ່ງ ທີ່ຕ້ອງ ການແລກປ່ຽນຕື່ມ, ຄູ່ຮ່ວມງານຄົນໜຶ່ງທີ່ເຫັນໂອກາດການຮ່ວມມືຫຼື ພຽງແຕ່ແມ່ນການສົນທະນາທີ່ຊ່ວຍໃຫ້ພວກຂ້າພະເຈົ້າ ເຂົ້າໃຈຕະຫຼາດໄດ້ຈະແຈ້ງຍິ່ງຂຶ້ນ. ນອກຈາກນັ້ນ, ການສ່ອງແສງກັບມາຕົວຈິງຂອງລູກຄ້າສາກົນ ແມ່ນມີຄວາມສໍາຄັນຫຼາຍ. ບາງຄັ້ງພຽງແຕ່ຄຳຖາມດຽວຂອງລູກຄ້າ ກໍເຮັດໃຫ້ພວກເຮົາເຫັນສິ່ງທີ່ເວລານັ່ງຢູ່ຫ້ອງການພວກເຮົາບໍ່ເຫັນ ແລະ ສຸດທ້າຍແມ່ນມາດຕະຖານອ້າງອີງໃໝ່ສຳລັບຕົວ ຝູ໋ກີ໋ວ ເອງ. ຫຼັງຈາກແຕ່ລະຄັ້ງທີ່ກ້າວອອກໄປຂ້າງນອກ, ຂ້າພະເຈົ້າຫວັງວ່າ ທີມງານຈະກັບມາພ້ອມກັບຄຳຖາມທີ່ງ່າຍໆ, ນັ້ນແມ່ນພວກເຮົາສາມາດເຮັດສິ່ງໃດໄດ້ດີກວ່າເກົ່າ? ຖ້າງານວາງສະແດງ ຊ່ວຍໃຫ້ທົ່ວລະບົບຍົກມາດຕະຖານການເຮັດວຽກຂຶ້ນອີກຂັ້ນໜຶ່ງ, ນັ້ນກໍແມ່ນຜົນໄດ້ຮັບທີ່ມີຄ່າຫຼາຍແລ້ວ.

 

 

ໃນທິດທາງການຂະຫຍາຍຕົວຜະລິດຕະພັນ ໃນໄລຍະຜ່ານມາ, ຝູ໋ກີ໋ວ ເລືອກເອົາວັດທະນະທຳ ແລະ ມໍລະດົກ ເປັນໜຶ່ງໃນບັນດາແຫຼ່ງວັດຖຸດິບ ທີ່ສໍາຄັນ ສຳລັບການສ້າງສັນ. ແທນທີ່ຈະເລືອກຮູບແບບດັ້ງເດີມ ຂອງ ບັນດາລວດລາຍມູນເຊື້ອໃສ່ຄຳ ແລະ ເງິນ, ວິສາຫະກິດ ໄດ້ມຸ່ງໄປສູ່ການກັ່ນຕອງ ແລະ ຫັນປ່ຽນບັນດາຄຸນຄ່າເກົ່າໃຫ້ກາຍເປັນພາສາ ການອອກແບບຍຸກໃໝ່, ເພື່ອໃຫ້ມໍລະດົກສາມາດສືບຕໍ່ປະກົດຕົວໃນຊີວິດປະຈຳວັນໃນມື້ນີ້.

ແຫຼ່ງແຮງບັນດານໃຈນີ້ ໄດ້ກວມຫຼາຍຊັ້ນວັດທະນະທຳ ຫວຽດນາມ. ນັ້ນອາດຈະແມ່ນຕຳນານ ເລື່ອງ ຈື໋ດົ່ງຕື໋ - ທຽນຢຸງ, ບັນດາຮູບແຕ້ມພື້ນເມືອງ ທີ່ມີມາແຕ່ດົນນານ, ຮູບພາບມັງກອນ ຫວຽດນາມ, ກອງທອງ ຫຼື ດອກບົວ. ບັນດາລວດລາຍ, ຮູບພາບ ແລະ ເສັ້ນລວດລາຍບູຮານ ຖືກຄັດເລືອກ, ຈັດໂຄງສ້າງຄືນໃໝ່ໃຫ້ກາຍເປັນຮູບຮ່າງ, ພື້ນຜິວ ແລະ ການເຄື່ອນໄຫວໃໝ່, ສ້າງເປັນບັນດາຜະລິດຕະພັນ ທີ່ທັງເຕືອນໃຫ້ຄິດເຖິງຮາກເຫງົ້າ, ທັງນຳເອົາຈິດວິນຍານ ຂອງ ການອອກແບບທ່ີທັນສະໄໝ.  

ນອກຈາກອົງປະກອບ ທາງວັດທະນະທຳ ຫວຽດນາມ ແລ້ວ, ຝູ໋ກີ໋ວ ຍັງໄດ້ຂຸດຄົ້ນຄັງສັນຍາລັກມົງຄຸນ ຕາເວັນອອກ ເຊັ່ນ: ຮູບພາບກິເລນ, ມ້າ, ສິ່ງສັກສິດ ທັງແປດ ຫຼື ມ້າລົມ ມົງຄຸນ. ແຕ່ລະຮູບພາບນຳເອົາບັນດາຄວາມໝາຍກ່ຽວກັບໂຊກລາບ, ຄວາມສະຫງົບສຸກ, ຄວາມຮັ່ງມີ, ຄວາມພະຍາຍາມ ແລະ ຄວາມຈະເລີນຮຸ່ງເຮືອງ, ຜ່ານນັ້ນຂະຫຍາຍຂອບເຂດວັດທະນະທຳ ສຳລັບຜະລິດຕະພັນ ໂດຍທີ່ຍັງຮັກສາຄວາມໃກ້ຊິດກັບຊີວິດຈິດໃຈຂອງຄົນ ອາຊີ.  

ບັນດາວັດຖຸດິບ ວັດທະນະທຳ ທ່ີສືບທອດກັນມາຍາວນານເຫຼົ່າ ນັ້ນ ຖືກສະແດງອອກດ້ວຍຄຳ 18K, ເງິນ 999, ອັນຍະມະນີ ເພັດພອຍ, ໄຂ່ມຸກ ພ້ອມກັບບັນດາເຕັກນິກການສ້າງຮູບແບບແລະ ຕົກແຕ່ງ ທີ່ທັນສະໄໝ. ຕັ້ງແຕ່ເຄື່ອງປະດັບ ຈົນເຖິງເຄື່ອງຫັດຖະ ກຳເງິນ, ມູນເຊື້ອ ແລະ ເຕັກນິກການຜະລິດ ທ່ີທັນສະໄໝມາພົບກັນ ເພື່ອສ້າງເປັນບັນດາການອອກແບບທີ່ສາມາດນຳໃຊ້, ຊື່ນຊົມ ແລະ ເກັບຮັກສາໄວ້ໃນຊີວິດປະຈຳວັນໃນມື້ນີ້. ນັ້ນກໍແມ່ນວິທີທີ່ ຝູ໋ກີ໋ວ ເລືອກເພື່ອເລົ່າບັນດາເລື່ອງລາວ ວັດທະນະທຳ ດ້ວຍສິລະປະຄຳປະດັບ.

 

ສາຍຄໍຍິງ ຝູ໋ກີ໋ວ - ຄຳ 750 ຢູ່ໃນ ຊຸດສະສົມ High Jewelry “ການພົບປະ”.

ຈາກ ຫວຽດນາມ ອອກສູ່ໂລກ

ນັກຂ່າວ: ຮຽນທ່ານ ເຈິ່ນຮວ່າງແອງ, ນີ້ແມ່ນຄັ້ງທີ 2 ທີ່ ຝູ໋ກີ໋ວ ເຂົ້າຮ່ວມ JGW September. ທ່ານມີຄວາມຫວັງວ່າ ໃນອະນາຄົດ ຈະນັບມື້ນັບມີຫຼາຍຍີ່ຫໍ້ເຄື່ອງປະດັບ ຫວຽດນາມ ປະກົດຕົວຢູ່ຄຽງຂ້າງ ຝູ໋ກີ໋ວ ຢູ່ JGW September ແລະ ບັນດາງານວາງສະແດງສາກົນໃຫຍ່ອື່ນໆ ຫຼື ບໍ່? ຕາມທ່ານແລ້ວ, ສິ່ງນັ້ນຈະນຳເອົາຄວາມໝາຍແນວໃດ ມາໃຫ້ກັບຂະແໜງເຄື່ອງປະດັບ ຫວຽດນາມ?                

ທ່ານ ເຈິ່ນຮວ່າງແອງ: ແມ່ນແລ້ວ ແລະ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສິ່ງນັ້ນຈະເກີດຂຶ້ນ ນັບມື້ຫຼາຍ. ວິສາຫະກິດ ຫວຽດນາມ ແຫ່ງໜຶ່ງປະກົດຕົວຢູ່ໃນງານວາງສະແດງສາກົນ ສາມາດສ້າງຄວາມສົນໃຈໄດ້. ແຕ່ເມື່ອມີຫຼາຍຍີ່ຫໍ້ ຫວຽດນາມ ປະກົດຕົວພ້ອມກັນ, ແຕ່ລະຍີ່ຫໍ້ນຳເອົາຈຸດແຂງ, ພາສາ ແລະ ເລື່ອງລາວສະເພາະຂອງຕົນເອງມາ, ໂລກກໍຈະເລີ່ມເບິ່ງ ຫວຽດນາມ ໃນຂະໜາດທີ່ແຕກຕ່າງອອກໄປ. ເມື່ອນັ້ນ, ຄົນເຮົາບໍ່ພຽງແຕ່ເວົ້າວ່າ: “ນີ້ແມ່ນຍີ່ຫໍ້ ຫວຽດ ນາມ ທີ່ໜ້າສົນໃຈ” ເທົ່ານັ້ນ, ແຕ່ສາມາດເລີ່ມຄິດວ່າ: “ຫວຽດ ນາມ ກຳລັງມີຍີ່ຫໍ້ເຄື່ອງປະດັບ ໃໝ່ໆ ທີ່ໜ້າສົນໃຈ”. ຂ້າພະເຈົ້າຄິດວ່າ ນັ້ນຈຶ່ງແມ່ນຄຸນຄ່າທີ່ໃຫຍ່ກວ່າສຳລັບຂະແໜງການ. ພວກ ເຮົາມີຄວາມສາມາດ, ມີພື້ນຖານວັດທະນະທຳ ທີ່ອຸດົມສົມບູນແລະ ກຳລັງມີຜູ້ເຮັດວຽກສ້າງສັນ ນັບມື້ນັບຫຼາຍຂຶ້ນ ທີ່ຕ້ອງການຊອກຫາພາສາສະເພາະຂອງຕົນເອງ. ຖ້າບັນດາວິສາຫະກິດຮ່ວມກັນຍົກມາດຕະຖານຜະລິດຕະພັນ, ພາບລັກ ແລະ ວິທີການເຮັດວຽກສາກົນ, ທີຕັ້ງຂອງ ເຄື່ອງປະດັບ ຫວຽດນາມ ກໍຈະຖືກສ້າງຂຶ້ນຢ່າງເປັນທຳມະຊາດ ແລະ ຍືນຍົງກວ່າ. ສຳລັບ ຝູ໋ກີ໋ວ, ພວກຂ້າ ພະເຈົ້າບໍ່ຄິດວ່າ ການມີຍີ່ຫໍ້ ຫວຽດນາມ ເພີ່ມຂຶ້ນຢູ່ຄຽງຂ້າງຈະເຮັດໃຫ້ຄວາມແຕກຕ່າງ ຂອງ ພວກເຮົາຫຼຸດລົງ. ໃນທາງກົງກັນ ຂ້າມ, ລະບົບນິເວດທີ່ເຂັ້ມແຂງຈະຊ່ວຍໃຫ້ທຸກຄົນຖືກຮັບຮູ້ຢ່າງຈິງເອົາຈັງກວ່າ ຢູ່ຕະຫຼາດສາກົນ.

ສາຍແຂນຊາຍ ຝູ໋ກີ໋ວ - ຄຳ 750 ຢູ່ໃນ ຊຸດສະສົມ High Jewelry “ການພົບປະ”.

ນັກຂ່າວ: ຖ້າມີ ຂໍ້ຄວາມໜຶ່ງ ທີ່ຕ້ອງການສົ່ງເຖິງເພື່ອນມິດສາກົນຜ່ານ JGW September, ທ່ານຕ້ອງການໃຫ້ເຂົາເຈົ້າຈົດຈຳສິ່ງໃດ ກ່ຽວກັບຂະ ແໜງເຄື່ອງປະດັບ ຫວຽດນາມ ແລະ ເຄື່ອງໝາຍການຄ້າ ຝູ໋ກີ໋ວ?  

ທ່ານ ເຈິ່ນຮວ່າງແອງ: ຂ້າພະເຈົ້າຫວັງວ່າ ເມື່ອເວົ້າເຖິງ ຫວຽດ ນາມ, ເພື່ອນມິດສາກົນ ບໍ່ພຽງແຕ່ຄິດເຖິງບ່ອນທີ່ມີສັກກະຍາພາບໃນການຜະລິດ ຫຼື ຜະລິດເຄື່ອງປະດັບ ຄຸນນະພາບສູງ. ຂ້າພະ ເຈົ້າຫວັງວ່າ ເຂົາເຈົ້າຈະເຫັນວ່າ ຢູ່ເບື້ອງຫຼັງບັນດາຜະລິດຕະພັນນັ້ນ ແມ່ນພື້ນຖານວັດທະນະທຳ ທີ່ອຸດົມສົມບູນ, ຖືກເພີ່ມພູນຄູນສ້າງຜ່ານຫຼາຍພັນປີ ຂອງປະຫວັດສາດ, ພ້ອມກັບບັນດາເລື່ອງ ລາວ, ສັນຍາລັກ ແລະ ມຸມມອງ ກ່ຽວກັບຄວາມງາມ ທີ່ສາມາດກາຍ ເປັນວັດຖຸດິບ ສຳລັບການອອກແບບຍຸກໃໝ່. ສຳລັບ ຝູ໋ກີ໋ວ ເອງ, ສິ່ງທີ່ພວກຂ້າພະເຈົ້າຕ້ອງການໃຫ້ຄົນຈົດຈຳ ແມ່ນຂ້ອນຂ້າງງ່າຍ: ແມ່ນຍີ່ຫໍ້ໂລຫະມີຄ່າ ຫວຽດນາມ ຍຸກໃໝ່, ບ່ອນທີ່ມໍລະ ດົກບໍ່ໄດ້ຖືກເອົາມາວາງໄວ້ຢ່າງຄົບຖ້ວນຈາກອະດີດໃສ່ເຄື່ອງຂອງສິ້ນໜຶ່ງ, ແຕ່ຖືກກັບມາເບິ່ງຄືນ, ກັ່ນຕອງ ແລະ ຟື້ນຟູຄືນໃໝ່ໃຫ້ຊີວິດປັດຈຸບັນ. ຖ້າແຂກສາກົນ ຄົນໜຶ່ງຍ່າງອອກຈາກຮ້ານວາງສະແດງ ຂອງ ຝູ໋ກີ໋ວ ພ້ອມກັບຄວາມຮູ້ສຶກວ່າ ເຂົາເຈົ້າເພິ່ງໄດ້ເຫັນສິ່ງໃດສິ່ງໜຶ່ງທີ່ເປັນ ຫວຽດນາມ, ແຕ່ພ້ອມດຽວກັນກໍຍັງທັນສະໄໝ, ປາ ນີດ ແລະ ສາມາດສັງກັດໂລກໃນມື້ນີ້ໄດ້, ສຳລັບຂ້າພະເຈົ້າ, ນັ້ນກໍແມ່ນຄວາມສຳເລັດທີ່ດີເລີດແລ້ວ.

ນັກຂ່າວ: ຂໍສະແດງຄວາມຂອບໃຈຢ່າງສູງນຳ ທ່ານ ເຈິ່ນຮວ່າງແອງ ສຳລັບການສົນທະນານີ້!

 

  • ເນື້ອໃນ:  ຮຸຍມິງ - ທຽນເຮືອງ
  • ພາບ: ກຸ່ມບໍລິສັດ ຝູ໋ກີ໋ວເປັນຜູ້ສະໜອງໃຫ້
  • ເຕັກນິກກະຣາຟິກ: ຈາງຍຸງ/VNP

 

 

 

 

 

 

 


top