ເຄື່ອງໝາຍ ຫວຽດ

ຝູ໋ກີ໋ວ - “ອັນຍະມະນີ ຫວຽດ” ຢູ່ທ່າມກາງ JGW 2026

ຢູ່ທ່າມກາງ ປະມານ 3.000 ວິສາຫະກິດເຂົ້າຮ່ວມ ງານວາງສະແດງ ທີ່ມາຈາກ 46 ປະເທດ ແລະ ເຂດແຄວ້ນ ຢູ່ ງານວາງສະແດງ Jewellery & Gem WORLD Hong Kong 2026 (JGW 2026), ຈັດຂຶ້ນຢູ່ ຮົ່ງກົງ (ຈີນ), ພື້ນທີ່ໜຶ່ງ ທີ່ມີຊື່ວ່າ ຝູ໋ກີ໋ວ ໄດ້ປະກົດຕົວ ດ້ວຍຄຳ, ເງິນ ແລະ ບັນດາເລື່ອງລາວ ຈາກວັດທະນະທຳ ຫວຽດນາມ. ຈາກຕຳນານ ຈື໋ດົ່ງຕື໋ - ຕຽນຢຸງ (ໜຶ່ງໃນສີ່ອົງເທບອະມະຕະຂອງ ຫວຽດນາມ), ຮູບພາບ ມັງກອນ ຫວຽດ ຮອດວິຈິດສິນ ພະລາຊະວັງ ເຫວ້ ແລະ ພາບແຕ້ມພື້ນເມືອງ ຮ່າງຈົ໋ງ…, ບັນດາວັດຖຸດິບວັດທະນະທຳ ໄດ້ຖືກຫັນເປັນພາສາອັນຍະມະນີ ແລະ ເພັດພອຍ ຍຸກປັດຈຸບັນ ເພື່ອກ້າວເຂົ້າສູ່ການໂອ້ລົມສົນທະນາກັບໂລກ.

 

 

ຢູ່ທ່າມກາງ ປະມານ 3.000 ວິສາຫະກິດເຂົ້າຮ່ວມ ງານວາງສະແດງ ທີ່ມາຈາກ 46 ປະເທດ ແລະ ເຂດແຄວ້ນ ຢູ່ ງານວາງສະແດງ Jewellery & Gem WORLD Hong Kong 2026 (JGW 2026), ຈັດຂຶ້ນຢູ່ ຮົ່ງກົງ (ຈີນ), ພື້ນທີ່ໜຶ່ງ ທີ່ມີຊື່ວ່າ ຝູ໋ກີ໋ວ ໄດ້ປະກົດຕົວ ດ້ວຍຄຳ, ເງິນ ແລະ ບັນດາເລື່ອງລາວ ຈາກວັດທະນະທຳ ຫວຽດນາມ. ຈາກຕຳນານ ຈື໋ດົ່ງຕື໋ - ຕຽນຢຸງ (ໜຶ່ງໃນສີ່ອົງເທບອະມະຕະຂອງ ຫວຽດນາມ), ຮູບພາບ ມັງກອນ ຫວຽດ ຮອດວິຈິດສິນ ພະລາຊະວັງ ເຫວ້ ແລະ ພາບແຕ້ມພື້ນເມືອງ ຮ່າງຈົ໋ງ…, ບັນດາວັດຖຸດິບວັດທະນະທຳ ໄດ້ຖືກຫັນເປັນພາສາອັນຍະມະນີ ແລະ ເພັດພອຍ ຍຸກປັດຈຸບັນ ເພື່ອກ້າວເຂົ້າສູ່ການໂອ້ລົມສົນທະນາກັບໂລກ.

ພື້ນທີ່ ຫວຽດນາມ ແຫ່ງໜຶ່ງ ຢູ່ທ່າມກາງ JGW

ບັນດາຮ້ານຄ້າສາກົນ ຢູ່ JGW 2026 ສະແດງໃຫ້ເຫັນ ຫຼາຍວິທີ ທີ່ແຕກຕ່າງກັນ ເພື່ອສ້າງຈຸດປະທັບໃຈ ໃຫ້ກັບຜູ້ຊື້ແບບມືອາຊີບ.

ຢູ່ເຂດ Fine Design, Mian Teck Jewelry Export ຂອງ ໄທ ໄດ້ຈັດວາງ ຢູ່ຕຳແໜ່ງຈຸດສູນກາງ ປັກຜົມຄູ່ Gemstone Flower Basket ດ້ວຍຄຳ 18K ແລະ ບຼາຕິນ. ແບບອອກແບບ ຕາມຈິດໃຈ Art Deco ປະສົມປະສານ ກະຕ່າດອກໄມ້ເພັດ ທີ່ມີໂຄງສ້າງເລຂາຄະນິດ ກັບ ດອກກຸຫຼາບປະກາຮັງ, ໃບເຮັດດ້ວຍ sapphire, ruby ແລະ ແກ້ວມໍລະກົດ (emerald). ແບບອອກແບບອື່ນອີກ ຂອງບໍລິສັດ ໄດ້ນຳໃຊ້ ເມັດມໍລະກົດ ແກະສະຫຼັກ 10,59 ກະຣັດ, ຈັດວາງຢູ່ລະຫວ່າງ ນົກຍູງສອງໂຕ ທີ່ເຄິ່ງຄືກັນ ແລະ ເຕືອນໃຫ້ຄິດຮອດ ວິຈິດສິນ ອິນເດຍ - Mughal.

On Tung ຂອງ ຮົ່ງກົງ (ຈີນ) ໄດ້ເລືອກເອົາ ມຸກຜີທຸຍ ເປັນຈຸດສູນກາງ. ຈຸດເນັ້ນ ຢູ່ຮ້ານຄ້າ ແມ່ນສາຍຄໍ ທີ່ປະກອບດ້ວຍ 39 ເມັດມຸກຜີທຸຍທຳມະຊາດ, ຂະໜາດຄ່ອຍໆ ນ້ອຍລົງ. ວິສາຫະກິດ ໃຫ້ຮູ້ວ່າ ໄດ້ມີ 30 ປີ ໃນການຈັດຊື້ມຸກດິບ ຄຸນນະພາບສູງ ຢູ່ ມຽນມາ; ຍ້ອນແນວນັ້ນ, ເລື່ອງລາວ ຂອງຮ້ານຄ້າ ໄດ້ຖືກສ້າງຂຶ້ນ ເທິງຄວາມຊ່ຽວຊານ ກ່ຽວກັບວັດຖຸດິບ ແລະ ບົດຮຽນ ໃນຂົງເຂດທີ່ແຄບ.

ໃນຂະນະດຽວກັນ, Orchistra Inc ໄດ້ສ້າງຄວາມສົນໃຈ ດ້ວຍບັນດາເມັດຫີນທີ່ພິເສດ: ໜ້າສາຍຄໍ sapphire Ceylon ບໍ່ຜ່ານການໃຫ້ຄວາມຮ້ອນ ທີ່ມີນ້ຳໜັກ 82,88 ກາຣັດ ເທິງສາຍຄໍເພັດ ແລະ ເຄືອບສີຂາວ; ແຫວນຝັງ ruby Mozambique “Crimson Red” ບໍ່ຜ່ານການໃຫ້ຄວາມຮ້ອນ; ພ້ອມກັບການແບບອອກແບບ toi et moi ທີ່ປະສົມປະສານ sapphire ມຽນມາ 5 ກາຣັດ ແລະ ເພັດເຈຍລະໄນ ແບບໂບຮານ 4 ກາຣັດ.

ຢູ່ທິດທາງອື່ນ, LJ West Diamonds ທີ່ມາຈາກ New York ໄດ້ນຳເອົາມາ ບັນດາເມັດເພັດສີ ທຳມະຊາດທີ່ຫາຍາກ, ໃນນັ້ນ ມີແຫວນຝັງເພັດສີຟ້າ Fancy Intense 1,44 ກາຣັດ, ທີ່ມີຄວາມໃສລະດັບ IF, ຈັດວາງຢູ່ລະຫວ່າງ ສອງເມັດເພັດ ສີຊົມພູ ເປັ່ງປະກາຍສີມ່ວງ; ພ້ອມກັບ ເມັດເພັດສີຂຽວ “ກົບແກ້ວ (chameleon)” ຮູບໝາກຈອງ ທີ່ມີນ້ຳໜັກ 5 ກາຣັດ ແລະ ຊຸດເຄື່ອງປະດັບ ທີ່ໄດ້ຮັບແຮງບັນດານໃຈ ຈາກດອກກ້ວຍໄມ້ ທີ່ນຳໃຊ້ ເພັດສີຊົມພູ Argyle.

ບັນດາຮ້ານຄ້າເຫຼົ່ານີ້ ສ້າງຈຸດປະທັບໃຈ ໂດຍຄວາມຫາຍາກ ຂອງວັດຖຸດິບ, ຂະໜາດຫີນ, ເຕັກນິກການປະດິດສ້າງ ຫຼື ມູນເຊື້ອ ດ້ານຄວາມງາມ ທີ່ໄດ້ຖືກຮັບຮູ້. ໃນສະພາບ ຄວາມເປັນຈິງນັ້ນ, ການເລືອກເອົາຂອງ ຝູ໋ກີ໋ວ ປະກົດອອກ ຢ່າງ ຂ້ອນຂ້າງຈະແຈ້ງ: ຈັດວາງເລື່ອງລາວ ຫວຽດນາມ ຢູ່ຈຸດສູນກາງ, ແລ້ວນຳໃຊ້ການອອກແບບ ແລະ ຫັດຖະກຳເຄື່ອງປະດັບ ຮ່ວມສະໄໝ ເພື່ອເລົ່າເລື່ອງລາວນັ້ນ ໃຫ້ກັບຜູ້ຊົມສາກົນ.

(ສັງລວມຈາກ JGW September 2026 Show Daily/JNA ແລະ ສຳເນົາວິສາຫະກິດ ຂອງ HKTDC).

 

ເຊົ້າວັນທີ 16 ກັນຍາ, ສູນການປະຊຸມ ແລະ ງານວາງສະແດງ ຮົ່ງກົງ (HKCEC) ຄຶກຄື້ນຂຶ້ນ ເລີ່ມຕັ້ງແຕ່ຊົ່ວໂມງທຳອິດ ທີ່ເປີດປະຕູ. ລູກຄ້າ, ຜູ້ຜະລິດ, ນັກອອກແບບ ແລະ ຜູ້ຕາງໜ້າ ບັນດາຍີ່ຫໍ້ ຈາກຫຼາຍປະເທດ ໄດ້ຫຼັ່ງໄຫຼໄປສູ່ບັນດາເຂດ ຈັດສະແດງຢ່າງຕໍ່ເນື່ອງ. ການຈັບມື, ແລກປ່ຽນນາມບັດ ແລະ ການໂອ້ລົມສົນທະນາ ໄດ້ດຳເນີນຂຶ້ນຢູ່ຕໍ່ໜ້າຕູ້ກະຈົກ ທີ່ທໍ້ປະກາຍແສງສະຫວ່າງຂອງຄຳ, ເພັດ, ອັນຍະມະນີ ແລະ ບັນດາຊຸດເຄື່ອງປະດັບ ທີ່ຫາກໍໄດ້ນຳມາຍັງ ຮົ່ງກົງ.  

ນີ້ແມ່ນວັນທີ່ເຂດງານວາງສະແດງຢູ່ HKCEC ເປີດປະຕູ ຢ່າງເປັນທາງການ ໃນຂອບເຂດ ງານວາງສະແດງ Jewellery & Gem WORLD Hong Kong (JGW September) 2026. ກ່ອນໜ້ານັ້ນສອງວັນ, ໄລຍະທຳອິດຂອງ JGW ໄດ້ເລີ່ມຕົ້ນຢູ່ AsiaWorld-Expo ດ້ວຍບັນດາເຂດທີ່ສະຫງວນໃຫ້ເພັດ, ຫີນສີ, ໄຂ່ມຸກ ແລະ ບັນດາວັດຖຸດິບປະເສີດ. ສອງສະຖານທີ່ ໄດ້ປະສົມປະສານກັນ ເປັນພື້ນທີ່ແລກປ່ຽນການຄ້າ ແຕ່ເລີ່ມ ຕັ້ງແຕ່ວັດຖຸດິບ ຮອດເຄື່ອງປະດັບສຳເລັດຮູບ, ອຸປະກອນ ແລະ ເຕັກໂນໂລຊີ ອັນຍະມະນີ ແລະ ເພັດພອຍ.

ຢູ່ເຂດ Premier, ຮ້ານວາງສະແດງ ຂອງ ກຸ່ມບໍລິສັດ ຝູ໋ກີ໋ວ ໄດ້ຖືກອອກແບບຕາມທິດເປີດ ເທິງເນື້ອທີ່ເກືອບ 30ມ2 . ພາບສີຂັດມັນ ແຜ່ນໜຶ່ງຂອງຈິດຕະກອນ ຟ້າມມາຍເຈົາ ໄດ້ຖືກນຳໃຊ້ ເປັນຈຸດແບ່ງພື້ນທີ່, ທັງສ້າງຈຸດຈຳແນກ ທີ່ສະໝ່ຳສະເໝີ ໃຫ້ແກ່ຮ້ານຄ້າ.  

ຢູ່ຟາກໜຶ່ງ, ບັນດາຜະລິດຕະພັນເງິນ ມັງກອນ ຫວຽດ ຝູ໋ກີ໋ວ ໂດດເດັ່ນ ເທິງພື້ນສີຂັດມັນສີດຳ. ຮູບພາບມັງກອນ - ສັນຍະລັກ ທີ່ຄຸ້ນເຄີຍ ໃນວັດທະນະທຳ ຫວຽດນາມ - ໄດ້ຖືກຈັດສັນຕາມທິດ ຮູບແບບຮວບຮວມ, ສຸມໃສ່ເສັ້ນເນັ້ນ ແລະ ຮູບໂຄງ. ຮູບພາບນີ້ ໄດ້ປະກົດຕົວ ໃນຫຼາຍດົງຜະລິດຕະພັນເງິນຕົ້ນຕໍ ຂອງກຸ່ມບໍລິສັດ ຝູ໋ກີ໋ວ.  

ຢູ່ຟາກທີ່ເຫຼືອ, ບັນດາແບບອອກແບບ ຢູ່ໃນຊຸດສະສົມ “ການພົບປະ” ໄດ້ຖືກຈັດວາງ ເທິງພື້ນສີຂັດມັນສີແດງ. ໄດ້ຮັບແຮງບັນດານໃຈ ຈາກເລື່ອງລາວ ຈື໋ດົ່ງຕື໋ - ຕຽນຢຸງ, ຊຸດເຄື່ອງປະດັບຄຳ 18K ບໍ່ໄດ້ຈຳລອງແບບດັ້ງເດີມຂອງຕຳນານ ແຕ່ໄດ້ຫັນບັນດາຮູບພາບ ກ່ຽວກັບແມ່ນ້ຳລຳເຊ, ຄື້ນນ້ຳ, ຂີ້ຊາຍ ແລະ ການພົບປະ ເປັນລວດລາຍສ້າງຮູບເທິງເຄື່ອງປະດັບ.

ເຂດງານວາງສະແດງເຄື່ອງປະດັບສຳເລັດຮູບ ຢູ່ສູນການປະຊຸມ ແລະ ງານວາງສະແດງ ຮົ່ງກົງ (HKCEC) ເປີດປະຕູຢ່າງເປັນທາງການ ໃນວັນທີ 16 ກັນຍາ ໃນຂອບເຂດ ງານວາງສະແດງ Jewellery & Gem WORLD Hong Kong 2026.

ໃນງານວາງສະແດງແຫ່ງໜຶ່ງ ທີ່ຫຼາຍຮ້ານຄ້າ ສ້າງຄວາມປະທັບໃຈ ດ້ວຍເພັດສີ, ມຸກຜີທຸຍ, ອັນຍະມະນີ ຫຼາຍສິບ ກາຣັດ ຫຼື ບັນດາແບບອອກແບບ ທີ່ອວດອ້າງ ເຕັກນິກການເຈຍລະໄນ, ຝູ໋ກີ໋ວ ໄດ້ເລືອກເອົາເສັ້ນທາງອື່ນ: ໃຊ້ເລື່ອງລາວວັດທະນະທຳ ຫວຽດນາມ ເພື່ອເຊື່ອມຕໍ່ ບັນດາຜະລິດຕະພັນ ແລະ ສ້າງສັນຍະລັກຈຳແນກ ໃຫ້ແກ່ຮ້ານຄ້າ.

ຝູ໋ກີ໋ວ ນຳເອົາຫຍັງອອກສູ່ໂລກ?

ຝູ໋ກີ໋ວ ໄດ້ນຳເອົາມາຍັງ JGW Hong Kong 2026 ທັງໝົດ 35 ຜະລິດຕະພັນ ທີ່ຢູ່ໃນ 7 ກຸ່ມ: High Jewellery “ການພົບປະ”, “ກ້າວອອກຈາກມໍລະດົກ”, “ມັງກອນ ຫວຽດ ຝູ໋ກີ໋ວ”, “ຝູ໋ກີ໋ວ ບາວເງິນ”, “ສັດມົງຄຸນ ຝູ໋ກີ໋ວ”, “ຝູ໋ກີ໋ວ Vajara Collection” ແລະ “ຮູບມຸງຄຸນປະເສີດ”.  

ຄຽງຂ້າງກັບຊຸດເຄື່ອງປະດັບ “ການພົບປະ”, ກຸ່ມຜະລິດຕະພັນເງິນວິຈິດສິນ ໄດ້ສະແດງໃຫ້ເຫັນວິທີ ການເຂົ້າເຖິງ ອື່ນ ຕໍ່ກັບມໍລະດົກ ຫວຽດນາມ.

 

JGW September 2026 - ຈຸດພົບພໍ້ ຂອງຕ່ອງໂສ້ ການສະໜອງ ເຄື່ອງປະດັບໂລກ

Jewellery & Gem WORLD Hong Kong 2026 ດຳເນີນໄປ ແຕ່ວັນທີ 14 ຫາ 20 ກັນຍາ ຢູ່ສອງສະຖານທີ່ ຢູ່ ຮົ່ງກົງ (ຈີນ), ເຕົ້າໂຮມ ປະມານ 3.000 ວິສາຫະກິດເຂົ້າຮ່ວມງານວາງສະແດງ ທີ່ມາຈາກ 46 ປະເທດ ແລະ ເຂດແຄວ້ນ.

ແຕ່ວັນທີ 14 ຫາ 18 ກັນຍາ, AsiaWorld-Expo ຈັດ 3 ງານ ວາງສະແດງສະເພາະຂົງເຂດ ກ່ຽວກັບຫີນສີ, ເພັດ ແລະ ອັນຍະມະນີຊັ້ນສູງ, ໄຂ່ມຸກ ພ້ອມກັບບັນດາວັດຖຸດິບປະເສີດ. ແຕ່ວັນທີ 16 ຫາ 20 ກັນຍາ, ສູນການປະຊຸມ ແລະ ງານວາງສະແດງ ຮົ່ງກົງ (HKCEC) ຈັດ 3 ງານວາງສະແດງ ກ່ຽວກັບເຄື່ອງປະດັບສຳເລັດຮູບ, ການອອກແບບຊັ້ນສູງ, ການຫຸ້ມຫໍ່, ອຸປະກອນ, ເຄື່ອງມື ແລະ ເຕັກໂນໂລຊີ ເຄື່ອງປະດັບ.

ວິທີການຈັດ “ໜຶ່ງງານວາງສະແດງ, ສອງສະຖານທີ່” ຊ່ວຍໃຫ້ຜູ້ຊື້ ເຂົ້າເຖິງ ຕ່ອງໂສ້ການສະໜອງເກືອບທັງໝົດ, ນັບຕັ້ງແຕ່ ວັດຖຸດິບ ໄປຈົນເຖິງ ຜະລິດຕະພັນທີ່ພ້ອມແລ້ວທີ່ຈະນຳອອກສູ່ ຕະຫຼາດ.

ຄຽງຂ້າງກັບກິດຈະກຳຈັດສະແດງ ແລະ ແລກປ່ຽນການຄ້າ, ງານວາງສະແດງຄັ້ງນີ້ ຍັງມີກອງປະຊຸມ GEM+ ກ່ຽວກັບ ຕະຫຼາດຫີນສີ; ລາງວັນ NextGen Coloured Gem Excellence Awards ສະຫງວນໃຫ້ບັນດາໂສມໜ້າໃໝ່; ພ້ອມກັບ Sublime Shine 2.0, ໂຄງການແນະນຳ ຫັດຖະກຳໂລຫະ ທີ່ຖືກປະຕິບັດ ດ້ວຍການເຂົ້າຮ່ວມຂອງ ສະພາຄຳໂລກ ແລະ Platinum Guild International. ຜູ້ຈັດງານ ຍັງໄດ້ນຳໃຊ້ອຸປະກອນຄົ້ນຫາ ວິສາຫະກິດ ເຂົ້າຮ່ວມງານວາງສະແດງ ດ້ວຍປັນຍາປະດິດ (AI), ຊ່ວຍໃຫ້ຜູ້ຊື້ ສ້າງລາຍຊື່ ແລະ ກຳນົດຢ່າງໄວວາ ບັນດາຮ້ານຄ້າ ທີ່ເໝາະສົມ.

(ແຫຼ່ງຂໍ້ມູນ: Informa Markets/JewelleryNet).

 

ຮູບປັ້ນ ຝູ໋ກີ໋ວ ກິເລນ ທີ່ມີນ້ຳໜັກ 1 ກິໂລ, ຖືກປະດິດສ້າງ ຈາກເງິນ 999, ໄດ້ຮັບແຮງບັນດານໃຈ ຈາກລວດລາຍວິຈິດສິນ ເຫວ້. ຮູບປັ້ນ ຝູ໋ກີ໋ວ ເງິນມ້າຈຽວຕ່າຍ, ກໍເຮັດດ້ວຍເງິນ 999 ແລະ ທີ່ມີນ້ຳໜັກ 1 ກິໂລ ເຊັ່ນດຽວກັນ, ໄດ້ຂຸດຄົ້ນຮູບພາບມ້າ ຈາກພາບແຕ້ມພື້ນເມືອງ ຮ່າງຈົ໋ງ, ເຊື່ອມໂຍງກັບ ບັນດາຄວາມຄິດ ກ່ຽວກັບຄວາມໂລ່ງລ່ຽນ, ຄວາມຮັ່ງມີ ແລະ ຄວາມສຳເລັດ.  

ບັນດາຜະລິດຕະພັນນີ້ ສະແດງໃຫ້ເຫັນທິດທາງ ທີ່ຂ້ອນຂ້າງ ຈະແຈ້ງ: ແທນທີ່ຈະຖືວ່າມໍລະດົກ ເປັນພຽງອົງປະກອບ ປະດັບປະດາ, ຝູ໋ກີ໋ວ ໄດ້ນຳເອົາຮູບພາບ, ລວດລາຍ ແລະ ເລື່ອງລາວມູນເຊື້ອ ເຂົ້າສູ່ຂະບວນການອອກແບບ, ການສ້າງຮູບ ແລະ ການປະດິດສ້າງ.

ຕົວຢ່າງອື່ນອີກແມ່ນ ກຸ່ມຜະລິດຕະພັນທີ່ໄດ້ຮັບແຮງບັນດານໃຈ ຈາກດອກ ບາດຢຽບ (ດອກບົວແປດກີບ) ໃນວິຈິດສິນ ພະລາຊະວັງ ເຫວ້. ລວດລາຍໄດ້ຖືກດັດແປງ ເທິງຖາດເງິນ ແລະ ຫຼຽນກາ; ພື້ນຜິວໄດ້ຖືກຈັດສັນ ເພື່ອສ້າງຄວາມແຕກຕ່າງ ລະຫວ່າງສ່ວນເຫຼື້ອມ ແລະ ສ່ວນມົວ. ເມື່ອແສງສະຫວ່າງ ປ່ຽນແປງ, ວັດຖຸດິບເງິນ ກໍສ້າງປະສິດທິພາບທາງສາຍຕາ ທີ່ແຕກຕ່າງກັນ.  

ວິທີເຮັດນີ້ ສອດຄ່ອງກັບສິ່ງທີ່ ທ່ານ ເຈິ່ນຮວ່າງແອງ, ຜູ້ນຳອຳນວຍການຍີ່ຫໍ້ ແລະ ຜະລິດຕະພັນ ຂອງກຸ່ມບໍລິສັດ ຝູ໋ກີ໋ວ ໄດ້ແບ່ງປັນ ກ່ອນງານວາງສະແດງ: ຄຸນຄ່າຂອງຜະລິດຕະພັນ ເຄື່ອງປະດັບ ສາກົນ ບໍ່ພຽງແຕ່ກວມເອົາ ການອອກແບບ, ແຕ່ຍັງຢູ່ທີ່ເຕັກນິກການປະດິດສ້າງ, ອັດຕາສ່ວນ, ວັດຖຸດິບ, ວິທີເລົ່າເລື່ອງລາວ ແລະ ວິທີທີ່ຜະລິດຕະພັນ ຖືກຕ້ອນຮັບ ຈາກຕະຫຼາດ.  

ຕາມທ່ານ ເຈິ່ນຮວ່າງແອງ ແລ້ວ, ປະຕິກິລິຍາຂອງລູກຄ້າສາກົນ ໃນວັນທຳອິດ ໄດ້ນຳມາເຊິ່ງສັນຍານທີ່ໜ້າສົນໃຈ. ຫຼາຍຄົນ ຖືກດຶງດູດກ່ອນອື່ນໝົດ ໂດຍຮູບໂຄງ, ພື້ນຜິວ ແລະ ບັນດາ ເສັ້ນການເຄື່ອນໄຫວ ຂອງການອອກແບບ, ກ່ອນທີ່ຈະຮູ້ວ່າ ຊຸດສະສົມ ມີຕົ້ນກຳເນີດມາຈາກຕຳນານ ຫວຽດນາມ.  

“ສິ່ງທີ່ໜ້າສົນໃຈແມ່ນ ເມື່ອຄົ້ນຫາເລື່ອງລາວທີ່ຢູ່ດ້ານຫຼັງ, ພວກເຂົາເຈົ້າຮັບຮູ້ວ່າ ບັນດາແບບ ອອກແບບ ທີ່ຄິດວ່າ ທັນສະໄໝຫຼາຍນັ້ນ ພັດມີຕົ້ນກຳເນີດ ມາຈາກຕຳນານຄວາມຮັກ ແຕ່ປາງກ່ອນ ຂອງ ຫວຽດນາມ”, ທ່ານກ່າວ.  

ຕາມທ່ານແລ້ວ, ຍີ່ຫໍ້ ຫວຽດນາມ ແຫ່ງໜຶ່ງ ບໍ່ຈຳເປັນຕ້ອງ ລອກແບບພາສາຂອງບັນດາຍີ່ຫໍ້ສາກົນ ເພື່ອໃຫ້ຖືກຮັບຮູ້. ສິ່ງທີ່ສໍາຄັນກວ່າແມ່ນ “ເລິກເຊິ່ງ ເຂົ້າສູ່ສິ່ງທີ່ສ້າງເປັນໂຕເຮົາ”, ຈາກມູນເຊື້ອວັດທະນະທຳ, ວັດຖຸດິບທ້ອງຖິ່ນ ຮອດຫັດຖະກຳ, ຫຼັງຈາກນັ້ນ ຫັນເປັນຈິນຕະນາການການອອກແບບ ຂອງມື້ນີ້.

 

ຊຸດສະສົມ “ການພົບປະ” ໄດ້ຮັບແຮງບັນດານໃຈ ຈາກເລື່ອງລາວ ຈື໋ດົ່ງຕື໋ - ຕຽນຢຸງ, ຫັນບັນດາຮູບພາບ ກ່ຽວກັບແມ່ນຳ້ລຳເຊ, ຄື້ນນ້ຳ ແລະ ຂີີ້ຊາຍ ເປັນລວດລາຍສ້າງຮູບ ເທິງເຄື່ອງປະດັບຄຳ 18K.

ເພື່ອໃຫ້ການອອກແບບສົ່ງສຽງອອກມາກ່ອນ

ໜຶ່ງໃນສິ່ງທ້າທາຍ ສຳລັບຜະລິດຕະພັນທີ່ໄດ້ຮັບແຮງບັນດານໃຈ ຈາກວັດທະນະທຳ ແມ່ນເຮັດແນວໃດ ເພື່ອໃຫ້ເລື່ອງລາວທ້ອງຖິ່ນ ບໍ່ກາຍເປັນອຸປະສັກ ຕໍ່ກັບຜູ້ຊົມສາກົນ. ຢູ່ຮ້ານ ຝູ໋ກີ໋ວ, ວິທີ ການເຂົ້າເຖິງ) ທີ່ຖືກເລືອກແມ່ນ ເພື່ອໃຫ້ການອອກແບບ ດຶງດູດກ່ອນ, ເລື່ອງລາວວັດທະນະທຳຄ່ອຍໆ ເປີດອອກຕາມຫຼັງ.  

ທ່ານ ນາມ, 28 ປີ, ລູກຄ້າເຂົ້າຊົມຊາວ ຫວຽດນາມ ທີ່ປະຈຸບັນ ອາໄສ ແລະ ເຮັດວຽກຢູ່ ສ ເກົາຫຼີ, ໃຫ້ຮູ້ວ່າ ໄດ້ມາ ງານວາງສະແດງນີ້ 4-5 ຄັ້ງແລ້ວ. ສິ່ງທີ່ເຮັດໃຫ້ລາວ ເອົາໃຈໃສ່ ກ່ອນອື່ນໝົດ ແມ່ນວິທີທີ່ວິສາຫະກິດ ຫວຽດນາມລົງທຶນໃສ່ ຮ້ານຄ້າ ແລະ ວາງຕຳແໜ່ງຜະລິດຕະພັນ ໃນການພົວພັນກັບ ບັນດາຍີ່ຫໍ້ສາກົນ.  

ທ່ານ ນາມ ແບ່ງປັນວ່າ: “ຂ້ອຍປະທັບໃຈກັບວິທີທີ່ຄົນ ຫວຽດນາມ ລົງທຶນຮ້ານຄ້າ ຢ່າງຍິ່ງໃຫຍ່ແບບນີ້. ຂ້ອຍໄດ້ໄປງານວາງສະແດງ 4-5 ຄັ້ງແລ້ວ ແລະ ເຫັນວ່າ ຜະລິດຕະພັນ ເຄື່ອງປະດັບ ຫວຽດນາມ ບໍ່ດ້ອຍໄປກວ່າ ຜະລິດຕະພັນສາກົນ. ຂ້ອຍປະທັບໃຈທີສຸດກັບ ຮູບປັ້ນ ເງິນມ້າຈຽວຕ່າຍ. ແຕ່ລະປະເທດ  ມີວິທີກຳນົດ ກ່ຽວກັບຄວາມສຳເລັດ; ມ້າເງິນໂຕນີ້ ມີຄວາມສະບາຍ, ຜ່ອນຄາຍ, ແຕກຕ່າງກັບຮູບພາບ ມ້າຕັ້ງໜ້າສູ່ຄວາມສຳເລັດ ທີ່ມັກເຫັນຢູ່ບັນດາປະເທດອື່ນ”.

 

ຊຸດສະສົມ “ການພົບປະ” ໄດ້ຮັບແຮງບັນດານໃຈ ຈາກເລື່ອງລາວ ຈື໋ດົ່ງຕື໋ - ຕຽນຢຸງ, ຫັນບັນດາຮູບພາບ ກ່ຽວກັບແມ່ນຳ້ລຳເຊ, ຄື້ນນ້ຳ ແລະ ຂີີ້ຊາຍ ເປັນລວດລາຍສ້າງຮູບ ເທິງເຄື່ອງປະດັບຄຳ 18K.
 

ສຳລັບ ທ່ານນາງ ຮວ່າງຈ່າເຮືອງ, ຜູ້ຕາງໜ້າ ຮ້ານຄຳ-ເງິນ ວ້ານຊວນ ແມ່ນຕົວແທນຈຳໜ່າຍ ທີ່ໄດ້ຮັບອະນຸຍາດ ຢ່າງເປັນທາງການ ຂອງຍີ່ຫໍ້ ຄຳ-ເງິນ ແລະ ເຄື່ອງປະດັບ ຝູ໋ກີ໋ວ, ອາລົມຈິດພັດມາຈາກມຸມມອງອື່ນ. ຢືນຢູ່ຕໍ່ໜ້າບັນດາຊຸດ ເຄື່ອງປະດັບຄຳ ຂອງ ຝູ໋ກີ໋ວ ຢູ່ ຮົ່ງກົງ, ທ່ານນາງ ໃຫ້ທັດສະນະວ່າ ຄວາມປານີດຂອງຜະລິດຕະພັນ ເຮັດໃຫ້ຕົນເອງ “ພູມໃຈຢ່າງຍິ່ງ ເມື່ອເຄື່ອງປະດັບ ຫວຽດນາມ ປະກົດຕົວ ຢູ່ຕະຫຼາດສາກົນ”.  

ປະຕິກິລິຍານັ້ນ ຍັງບໍ່ທັນສາມາດເປັນຕົວແທນໃຫ້ແກ່ ຕະຫຼາດ, ຍິ່ງໄປກວ່ານັ້ນ ຍັງບໍ່ທັນສາມາດ ນຳມາໃຊ້ເປັນພື້ນຖານ ໃນການສະຫຼຸບ ກ່ຽວກັບ ທ່າແຮງທາງການຄ້າ ຂອງຊຸດສິນຄ້າອີກດ້ວຍ. ແຕ່ຢູ່ງານວາງສະແດງ B2B, ເມື່ອລູກຄ້າຢຸດເບິ່ງ, ສັງເກດ, ຕັ້ງຄຳຖາມ ແລະ ຢາກຮູ້ເລື່ອງລາວ ຢູ່ດ້ານຫຼັງຜະລິດຕະພັນ, ນັ້ນຖືເປັນບາດກ້າວທຳອິດ ເພື່ອໃຫ້ ການພົບປະສາມາດຫັນເປັນການພົວພັນຮ່ວມມື.    

ນີ້ຄືຄວາມສຳຄັນຂອງງານ JGW ສຳລັບບັນດາທຸລະກິດ ທີ່ເຂົ້າຮ່ວມ: ຜະລິດຕະພັນ ບໍ່ພຽງແຕ່ຖືກມອງ ໃນຕູ້ກະຈົກ ສະເພາະ, ແຕ່ຖືກຈັດວາງຄຽງຂ້າງກັບທາງເລືອກອື່ນໆ ອີກຫຼາຍພັນລາຍການ ແລະ ຮັບການປະເມີນໂດຍກົງ ຈາກຜູ້ຊ່ຽວຊານໃນວົງການ.

ຊຸດສະສົມ “ການພົບປະ” ໄດ້ຮັບແຮງບັນດານໃຈ ຈາກເລື່ອງລາວ ຈື໋ດົ່ງຕື໋ - ຕຽນຢຸງ, ຫັນບັນດາຮູບພາບ ກ່ຽວກັບແມ່ນຳ້ລຳເຊ, ຄື້ນນ້ຳ ແລະ ຂີີ້ຊາຍ ເປັນລວດລາຍສ້າງຮູບ ເທິງເຄື່ອງປະດັບຄຳ 18K.

 

ວິທີເຮັດຂອງ ຝູ໋ກີ໋ວ ຄືກັນກັບ ຍີ່ປຸ່ນ ຢູ່ຈຸດໃດ?

ໃນລາຍຊື່ບັນດາຜະລິດຕະພັນທີ່ໜ້າສົນໃຈ ທີ່ຖືກ Gemstone Today ແນະນຳ ກ່ອນ JGW 2026, Pui In Catherine Siu ໄດ້ປະສົມປະສານ opal ໄຟ ກັບ ເພັດ ໃນປິ່ນປັກ Desire - Unbound. Austy Lee ໄດ້ໂຮມຊຸມ ໄຂ່ມຸກ melo, ໄຂ່ມຸກ conch, sapphire padparadscha, sapphire ສີ ແລະ ເພັດ ໃນແບບອອກແບບ The Flora of Macon. Tinelli & C Srl ແນະນຳ ບັນດາໂມງຄຳ 18K ທີ່ຖືກເຮັດດ້ວຍມື ຢູ່ Valenza, ໜຶ່ງໃນບັນດາ ສູນເຄື່ອງປະດັບ ທີ່ມີຊື່ສຽງ ຂອງ ອີຕາລີ..  

ຢ່າງໃດກໍຕາມ, ກໍລະນີທີ່ໃກ້ກັບວິທີເຮັດຂອງ ຝູ໋ກີ໋ວ ກວ່າເພິ່ນ ແມ່ນມາຈາກ ຍີ່ປຸ່ນ.

ນັກອອກແບບ Keiko Ito ໄດ້ຖືກແນະນຳ ດ້ວຍຊຸດເຄື່ອງປະດັບ Nature’s Spiral, ປະສົມປະສານ ໄຂ່ມຸກ Akoya, ຫີນສີ ແລະ raden - ເຕັກນິກການຝັງ ບັນດາແຜ່ນເປືອກຫອຍ ປະກາຍແສງ ເທິງພື້ນຜິວ, ທີ່ມີປະຫວັດສາດອັນຍາວນານ ໃນວິຈິດສິນປະດັບປະດາ ຍີ່ປຸ່ນ.  

ຈຸດທີ່ໜ້າສົນໃຈບໍ່ພຽງແຕ່ຕັ້ງຢູ່ ວັດຖຸດິບປະເສີດ. Keiko Ito ໄດ້ນຳເອົາ ຫັດຖະກຳມູນເຊື້ອ ຂອງປະເທດຕົນ ເຂົ້າສູ່ການອອກແບບຮ່ວມສະໄໝ, ເພື່ອໃຫ້ຜະລິດຕະພັນ ທັງສາມາດກ້າວເຂົ້າສູ່ຕະຫຼາດສາກົນ, ທັງເຮັດໃຫ້ຜູ້ຊົມ ຮັບຮູ້ສະຖານທີ່ ທີ່ມັນຖືກກຳເນີດຂຶ້ນ.

ນັ້ນກໍແມ່ນທິດທາງທີ່ ຝູ໋ກີ໋ວ ເລືອກເອົາ ຢູ່ JGW 2026. ຖ້າ Keiko Ito ນຳເອົາເຕັກນິກການຝັງ raden ຂອງ ຍີ່ປຸ່ນ ເຂົ້າສູ່ເຄື່ອງປະດັບ, ຝູ໋ກີ໋ວ ພັດຂຸດຄົ້ນ ພາບສີຂັດມັນ, ພາບແຕ້ມພື້ນເມືອງ ຮ່າງຈົ໋ງ, ວິຈິດສິນພະລາຊະວັງ ເຫວ້ ແລະ ເລື່ອງລາວ ຈື໋ດົ່ງຕື໋ - ຕຽນຢຸງ ເພື່ອສ້າງເປັນພາສາສະເພາະ ໃຫ້ກັບຜະລິດຕະພັນຄຳ, ເງິນ ຫວຽດນາມ.  

ສອງວິທີເຮັດ ບໍ່ຄືກັນ ກ່ຽວກັບວັດຖຸດິບ ຫຼື ຮູບແບບ, ແຕ່ພົບກັນ ຢູ່ຈຸດໜຶ່ງ: ມູນເຊື້ອ ບໍ່ໄດ້ຖືກນຳເຂົ້າສູ່ຜະລິດຕະພັນ ຄືກັບ ລາຍລະອຽດປະດັບປະດາ, ແຕ່ກາຍເປັນສ່ວນໜຶ່ງ ຂອງຈິນຕະນາການ ການອອກແບບ.  

ຄຳຖາມທີ່ຕັ້ງຂຶ້ນ ຍ້ອນແນວນັ້ນ ບໍ່ພຽງແຕ່ແມ່ນ ເຮັດແນວໃດ ເພື່ອໃຫ້ຜະລິດຕະພັນໜຶ່ງ ຖືກຕ້ອນຮັບຈາກໂລກ, ແຕ່ຍັງແມ່ນ: ເມື່ອກ້າວອອກສູ່ໂລກ, ຜະລິດຕະພັນນັ້ນ ສາມາດເລົ່າ ຢ່າງຈະແຈ້ງວ່າຕົນເອງມາຈາກໃສໄດ້ຫຼືບໍ່?

(ແຫຼ່ງຂໍ້ມູນ: Gemstone Today, “Jewellery and Gem World Hong Kong 2026: Dates, Venue and Visitor’s Guide”).
ບັນດາຜະລິດຕະພັນ ບາວເງະເຮືອງໂລ, ບາວບິ່ງຂາຍດິ້ງ ແລະ ລອງດິ່ງ ຝູ໋ກີ໋ວ ຖືກຈັດວາງ ໃນກຸ່ມການອອກແບບ ທີ່ໄດ້ຮັບແຮງບັນດານໃຈ ຈາກມໍລະດົກ ແລະ ວິຈິດສິນພະລາຊະວັງ ຫວຽດນາມ.

ຄັ້ງທີສອງ, ດ້ວຍທ່າທີທີ່ແຕກຕ່າງ

ຖ້າຫາກຄັ້ງທຳອິດທີ່ເຂົ້າຮ່ວມ JGW ແມ່ນໂອກາດ ເພື່ອສັງເກດ ແລະ ຊອກຮູ້ເວທີສາກົນ, ການກັບຄືນມາຄັ້ງນີ້ ໄດ້ຖືກ ຝູ໋ກີ໋ວ ກຳນົດ ດ້ວຍເປົ້າໝາຍທີ່ເປັນເຈົ້າການກວ່າ.  

ຮ້ານຄ້າປີນີ້ ໄດ້ຖືກວາງສະແດງຕາມຈິດໃຈ gallery ເປີດ. ຜະລິດຕະພັນ ບໍ່ພຽງແຕ່ຖືກຈັດແບ່ງຕາມປະເພດ ຄຳ ແລະ ເງິນ ເທົ່ານັ້ນ, ແຕ່ຍັງຖືກຈັດກຸ່ມຕາມຫົວຂໍ້ເລື່ອງລາວອີກດ້ວຍ. “ການພົບປະ” ແລະ “ກ້າວອອກຈາກມໍລະດົກ” ມີພື້ນທີ່ສະເພາະ ເພື່ອໃຫ້ຜູ້ຊົມເຂົ້າເຖິງຈາກການອອກແບບກ່ອນ, ແລ້ວຈຶ່ງຄົ້ນຫາ ຊັ້ນວັດທະນະທຳ ທີ່ຢູ່ດ້ານຫຼັງ.

ຮູບປັ້ນ ຝູ໋ກີ໋ວ ເງິນມ້າຈຽວຕ່າຍ ເຮັດດ້ວຍເງິນ 999, ທີ່ມີນ້ຳໜັກ 1 ກິໂລ, ຂຸດຄົ້ນຮູບພາບມ້າ ຈາກພາບແຕ້ມພື້ນເມືອງ ຮ່າງຈົ່ງ.
 

ທ່ານ ເຈິ່ນຮວ່າງແອງ ກ່າວວ່າ: “ພວກຂ້າພະເຈົ້າ ຢາກຫັນປ່ຽນ ຈາກການຖໍ້ຖ້າໃຫ້ລູກຄ້າ ມາຊົມຜະລິດຕະພັນ ໄປສູ່ ການເປັນເຈົ້າການ ສ້າງພື້ນທີ່ໜຶ່ງ ທີ່ເຮັດໃຫ້ພວກເຂົາເຈົ້າ ຢາກກ້າວເຂົ້າສູ່, ຄົ້ນຫາ ແລະ ເລີ່ມຕົ້ນການໂອ້ລົມສົນທະນາ”,  

ຄວາມເປັນເຈົ້າການນັ້ນ ຍັງສະແດງອອກ ໃນວິທີທີ່ວິສາຫະກິດ ເຂົ້າເຖິງລູກຄ້າ, ຜູ້ແຈກຢາຍ ແລະ ບັນດາຄູ່ຮ່ວມມືທີ່ມີທ່າແຮງ. ບັນດາການພົບປະ ຢູ່ JGW ສາມາດເປີດອອກ ຫຼາຍລະດັບການຮ່ວມມື: ແຫຼ່ງສະໜອງວັດຖຸດິບ, ການແຈກຢາຍ, ການອອກແບບ, ເຕັກໂນໂລຊີ, ການປັດໄຈ B2B ຫຼື OEM/ODM. ສຳລັບຄູ່ຮ່ວມມືໜຶ່ງ, ຈຸດເລີ່ມຕົ້ນ ສາມາດແມ່ນຄວາມອາດສາມາດ ແຈກຢາຍ ຜະລິດຕະພັນທີ່ສຳເລັດຮູບແລ້ວ. ສຳລັລຄົນອື່ນ, ນັ້ນອາດຈະແມ່ນການອອກແບບໃໝ່ ສະຫງວນສະເພາະ ໃຫ້ແກ່ຕະຫຼາດຂອງພວກເຂົາເຈົ້າ.

ຮູບປັ້ນ ຝູ໋ກີ໋ວ ເງິນມ້າຈຽວຕ່າຍ ເຮັດດ້ວຍເງິນ 999, ທີ່ມີນ້ຳໜັກ 1 ກິໂລ, ຂຸດຄົ້ນຮູບພາບມ້າ ຈາກພາບແຕ້ມພື້ນເມືອງ ຮ່າງຈົ່ງ.
 

ໃນມຸມມອງທີ່ກວ້າງກວ່າ, JGW ຍັງແມ່ນ “ການທົດລອງ” ເພື່ອໃຫ້ບັນດາຍີ່ຫໍ້ ມອງຄືນຂີດຄວາມສາມາດຂອງຕົນ ໃນການພົວພັນກັບສາກົນ. ຈາກຄຸນນະພາບຜະລິດຕະພັນ, ວິທີການຈັດສະແດງ, ເອກະສານຂາຍສິນຄ້າ ຮອດວິທີການໂຕ້ຕອບກັບຜູ້ຊື້, ທຸກໆ ອົງປະກອບ ລ້ວນແຕ່ສາມາດກາຍເປັນໄມ້ແທກ ເພື່ອໃຫ້ວິສາຫະກິດ ປະເມີນຕົນເອງ ແລະ ຍົກລະດັບມາດຕະຖານ.  

ສຳລັບ ຝູ໋ກີ໋ວ, ເປົ້າໝາຍ ຍ້ອນແນວນັ້ນ ບໍ່ໄດ້ຢຸດ ຢູ່ທີ່ ການຂາຍເຄື່ອງປະດັບຊິ້ນໜຶ່ງ ຫຼື ຊອກຫາໃບສັ່ງຊື້ສິນຄ້າໃດໜຶ່ງ. ວິສາຫະກິດ ຢາກສ້າງຮູບພາບ ຍີ່ຫໍ້ໂລຫະປະເສີດ ຫວຽດນາມ ແຫ່ງໜຶ່ງ ທີ່ມີຄວາມສາມາດພັດທະນາ ການອອກແບບສະເພາະ ຂອງຕົນ, ທັງຊອກຫາບັນດາການພົວພັນ ທີ່ສາມາດຫັນເປັນ ຂີດຄວາມສາມາດ, ຜະລິດຕະພັນ ແລະ ຄຸນຄ່າໃໝ່ ໃຫ້ແກ່ທັງສອງຝ່າຍ. ຄຳຕອບຮັບໂດຍກົງ ຈາກຕະຫຼາດສາກົນ ກໍແມ່ນແຫຼ່ງຂໍ້ມູນ ເພື່ອໃຫ້ ຝູ໋ກີ໋ວ ສືບຕໍ່ປັບປຸງຜະລິດຕະພັນ ໃຫ້ສົມບູນແບບ ຫຼັງງານວາງສະແດງ.

ທ່ານ ນາມ (ເສື້ອຂາວ, ຢືນຢູ່ກາງ), ລູກຄ້າຊາວ ຫວຽດນາມ ທີ່ປະຈຸບັນອາໄສຢູ່ ສ ເກົາຫຼີ, ແບ່ງປັນຄວາມປະທັບໃຈ ກ່ຽວກັບບັນດາຜະລິດຕະພັນ ຝູ໋ກີ໋ວ ຫຼັງຈາກເຂົ້າຊົມຮ້ານຄ້າ.

ຢູ່ທ່າມກາງ ປະມານ 3.000 ວິສາຫະກິດເຂົ້າຮ່ວມ ງານວາງສະແດງ ຢູ່ JGW 2026, ຝູ໋ກີ໋ວ ແມ່ນທີ່ຢູ່ແຫ່ງໜຶ່ງ. ແຕ່ກໍແມ່ນ ໃນພື້ນທີ່ທີ່ມີຫຼາຍພັນທີ່ຢູ່ແບບນັ້ນ, ຄຳຖາມ ກ່ຽວກັບເອກະລັກ ພັດປະກົດອອກຢ່າງຈະແຈ້ງ ຍິ່ງກວ່າຍາມໃດໝົດ.

ຄຳ, ເງິນ ແລະ ແກ້ວປະເສີດແມ່ນບໍ່ມີສັນຊາດ. ເພັດເມັດໜຶ່ງ, ຄຳແທ່ງໜຶ່ງ ຫຼື ເງິນກ້ອນໜຶ່ງ ສາມາດຖືກແລກປ່ຽນການຄ້າ ຢູ່ທົ່ວໂລກ ຕາມບັນດາມາດຕະຖານ ທີ່ນັບມື້ນັບເປັນເອກະພາບ. ສິ່ງທີ່ລຽນແບບໄດ້ຍາກກວ່າ ແມ່ນຕັ້ງຢູ່ສິ່ງທີ່ມະນຸດ ສ້າງຕື່ມ ໃສ່ວັດຖຸດິບນັ້ນຄື: ຝີມື, ຫັດຖະກຳ, ຄວາມຊົງຈຳ, ສະຫງວນຄວາມງາມ ແລະ ວັດທະນະທຳ.

ທ່ານນາງ ຮວ່າງຈ່າເຮືອງ ຕິດຕາມບັນດາຊຸດສະສົມ ຫວຽດນາມ ທີ່ຖືກແນະນຳ ຢູ່ງານວາງສະແດງ.

ຍ້ອນແນວນັ້ນ, ສິ່ງທ້າທາຍ ສຳລັບ ເຄື່ອງປະດັບ ຫວຽດນາມ ເມື່ອກ້າວອອກສູ່ໂລກ ບາງທີ ບໍ່ພຽງແຕ່ແມ່ນການເຮັດອອກມາ ຜະລິດຕະພັນທີ່ງາມ. ຢູ່ທ່າມກາງ ເຄື່ອງປະດັບແວວວາວ ຫຼາຍໝື່ນຊິ້ນ ຢູ່ ຮົ່ງກົງ, ສິ່ງທີ່ຍາກກວ່າ ແມ່ນການເຮັດໃຫ້ຄົນໜຶ່ງ ທີ່ກຳລັງຟ້າວຍ່າງ ຕ້ອງຢຸດຊົ່ວຄາວ, ມອງຕື່ມອີກຄັ້ງໜຶ່ງ ແລະ ຢາກຖາມວ່າ: ເຄື່ອງປະດັບຊິ້ນນີ້ ມາຈາກໃສ?

 
  • ເນື້ອໃນ:  ທຽນເຮືອງ - ພາບ: ທຽນເຮືອງ - ເຕັກນິກກະຣາຟິກ: ເຮືອງຖາວ/VNP

 


top