ຂ່າວສານ

ຝລັ່ງ - ເຢຍລະມັນ ຈັດກອງປະຊຸມສຸດຍອດທາງອອນລາຍກັບ ຈີນ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ

      ທີ່ການເຈລະຈາທາງອອນລາຍທີ່ແກ່ຍາວມາເປັນເວລາກ່ວາ 1 ຊົ່ວໂມງ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ລະຫວ່າງ EU - ຈີນ, ກ່ຽວກັບບັນດາບາດກ້າວລະອຽດໃນບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດກໍ່ຄືບາງບັນຫາສາກົນຕ່າງໆ. 
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: Anadolu)
      ວັນທີ 5 ກໍລະກົດ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ພ້ອມກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ມີການເຈລະຈາທາງອອນລາຍກັບ ທ່ານສີຈິ້ນຜິງ ປະທານປະເທດຈີນ. ທີ່ການເຈລະຈາທາງອອນລາຍທີ່ແກ່ຍາວມາເປັນເວລາກ່ວາ 1 ຊົ່ວໂມງ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ລະຫວ່າງ EU - ຈີນ, ກ່ຽວກັບບັນດາບາດກ້າວລະອຽດໃນບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດກໍ່ຄືບາງບັນຫາສາກົນຕ່າງໆ. ສຳລັບການພົວພັນລະຫວ່າງ EU - ຈີນ, ຈຸດສຸມແມ່ນການຊູກຍູ້ໃຫ້ສັດຕະຍາບັນ ສັນຍາການລົງທຶນຢ່າງຮອບດ້ານ. ສຳລັບການຜັນແປຂອງໂລກລະບາດໂຄວິດ - 19 ໃນປັດຈຸບັນ, ຝ່າຍຝລັ່ງຖືວ່າ EU ແລະ ຈີນ ຄວນເຊື່ອມຕໍ່ບັນດາຖ້ຽວບິນຍິ່ງໄວກໍ່ຍິ່ງດີ, ໃນສະພາບທີ່ທັງສອງຝ່າຍລ້ວນແຕ່ບັນລຸໄດ້ບັນດາບາດກ້າວໃຫຍ່ໃນບັ້ນສັກວັກຊິນກັນໂຄວິດ - 19. ບັນດາຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບການສ້າງໂຄງປະກອບໜິ້ສິນຄືນ ໃຫ້ແກ່ບັນດາປະເທດອາບຟຼິກກາ ໃນໂຄງການ “ຂອບເຂດລວມ” ຂອງ G20 ແລະ ການຊຸກຍູ້ກຳລັງຄວາມສາມາດໃນການຜະລິດຢຸກຢາ ຢູ່ບັນດາປະເທດ ອາບຟຼິກກາ. ເຢຍລະມັນ - ຝລັ່ງ - ຈີນ ກໍ່ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ບັນດານັກເຈລະຈາຂໍ້ຕົກລົງນິວເຄຼຍ ອີຣານ ຍາດແຍ່ງ ກາລະໂອກາດ ເພື່ອບັນລຸໄດ້ຂໍ້ຕົກລົງໂດຍໄວ.
 (ແຫຼ່ງຄັດຈາກ VOV)


top