ຂ່າວສານ

ຝລັ່ງ -ຈີນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ

ຈີນ ແລະ ຝລັ່ງ ຢັ້ງຢືນຄືນຄຳໝັ້ນສັນຍາຊຸກຍູ້ການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ຫລຸດຜ່ອນ ຫລື ລົບລ້າງ ນິວເຄຼຍ ແລະ ນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ.
  ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ (ພາບ: AFP)  

ສິ່ງດັ່ງກ່າວໄດ້ເນັ້ນຫນັກໃນຖະແຫລງການຮ່ວມ ຝລັ່ງ -ຈີນ ໂດຍໄດ້ປະກາດໃນຕອນບ່າຍວັນທີ 7 ເມສາ. ແລະກໍ່ໃນຖະແຫລງການຮ່ວມ, ຈີນ ແລະ ຝລັ່ງ ເນັ້ນຫນັກຢ່າງແຮງເຖິງການສະຫນັບສະຫນູນສຳລັບລະບົບການຄ້າຫລາຍຝ່າຍໂດຍອີງໃສ່ບັນດາຫລັກການ, ໃນນັ້ນ ອົງການການຄ້າໂລກ ສວມບົດບາດຫລັກແຫລ່ງ. ສອງປະເທດຢັ້ງຢືນ ພ້ອມແລ້ວຮ່ວມມືເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກກ່ຽວກັບດ້ານການເງິນ ຂອງບັນດາພື້ນຖານເສດຖະກິດອື່ນ.

ຖະແຫລງການດັ່ງກ່າວໄດ້ຍົກອອກມາເນື່ອງໃນໂອກາດການຢ້ຽມຢາມ ຈີນ ຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron . ນີ້ແມ່ນການຢ້ຽມຢາມຈີນ ຄັ້ງທຳອິດຂອງທ່ານ Emmanuel Macron ໃນ 4 ປີຜ່ານມາ. ແລະ ໃນຂອບເຂດການຢ້ຽມຢາມ ສອງຝ່າຍໄດ້ລົງນາມຂໍ້ຕົກລົງການຮ່ວມມືຈຳນວນຫນຶ່ງໃນຂົງເຂດພະລັງງານ.

 


top