ຂ່າວສານ

ຝລັ່ງ - ຈີນ ເປັນເອກະພາບຍູ້ແຮງການພົວພັນເສດຖະກິດໃຫ້ມີຄວາມສົມດຸນກ່ວາ

ຝລັ່ງ ແລະ ຈີນ ເຫັນດີເປັນເອກະພາບ ຍູ້ແຮງສ້າງການພົວພັນເສດຖະກິດຢ່າງແຮງ ແລະ ສົມດຸນກ່ວາ...

ວັນທີ 11 ພຶດສະພາ, ກະຊວງການຕ່າງປະເທດ ຝລັ່ງ ໃຫ້ຮູ້ວ່າ: ຝລັ່ງ ແລະ ຈີນ ເຫັນດີເປັນເອກະພາບ ຍູ້ແຮງສ້າງການພົວພັນເສດຖະກິດຢ່າງແຮງ ແລະ ສົມດຸນກ່ວາ, ພ້ອມທັງບຸລິມະສິດການເຄື່ອນໄຫວໃນບັນດາຂົງເຂດທີ່ສອງຝ່າຍຕ່າງມີຄວາມສົນໃຈ.

  ລັດຖະມົນຕີການຕ່າງປະເທດ ຈີນ ແລະ ຝລັ່ງ (ພາບ: AFP/ TTXVN)  

ການຮ່ວມມືເສດຖະກິດແມ່ນໜຶ່ງໃນບັນດາບຸລິມະສິດປຶກສາຫາລື ໃນການພົບປະລະຫວ່າງ ທ່ານນາງ Catherine Colonna, ລັດຖະມົນຕີການຕ່າງປະເທດ ຝລັ່ງ ແລະ ທ່ານ ຈິ໋ນກາງ, ລັດຖະມົນຕີການຕ່າງປະເທດ ຈີນ ໃນວັນທີ 10 ພຶດສະພາຢູ່ ນະຄອນຫຼວງ ປາຣີ, ເນື່ອງໃນໂອກາດການປະຕິບັດງານ ເອີລົບ ຄັ້ງທຳອິດຂອງທ່ານ ຈິ໋ນກາງ ກ່າວຄຳເຫັນທີ່ການເຈລະຈາ, ທ່ານນາງລັດຖະມົນຕີການຕ່າງປະເທດ Catherine Colonna, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຮູ້ແຈ້ງບົດບາດສຳຄັນຂອງ ຈີນ ບົນເວທີສາກົນ ກໍ່ຄືຜົນກະທົບສຳຄັນ ເຊິ່ງ ຈີນ ອາດຈະປະຕິບັດໄດ້ຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງໂລກ. ຈີນ ໄດ້ຍົກອອກບັນດາແນວຄວາມຄິດ ແລະ ບັນດາທັດສະນະທີ່ພວກຂ້າພະເຈົ້າອາດສາມາດຕອບສະໜອງໄດ້, ຖ້າຫາກວ່າ ທັງສອງຝ່າຍລ້ວນແຕ່ໃຫ້ຄຳໝັ້ນສັນຍາແໜ້ນແຟ້ນກັບການປະຕິບັດບັນດາຫຼັກການພື້ນຖານຂອງກົດບັດ ສປຊ”.


top