ອາຊີບ ຫວຽດ

ຜ້າໄໝ ຈ້ຽວວັນໝ໊າວ

ເປັນໜຶ່ງໃນບັນດາຄອບຄົວທີ່ຢຶດອາຊີບຕໍ່າຫູກທໍ່ໄໝ ມາເປັນເວລາຫຼາຍປີ ຢູ່ໝູ່ບ້ານຜ້າໄໝ ວ້ານຟຸກ (ຮ່າໂນ້ຍ), ໂຮງງານຜະ ລິດຜ້າໄໝ ຈ້ຽວວັນໝ໊າວ ແມ່ນເປັນທ່ີຮູ້ຈັກ ໃນການຜະລິດ ຜ້າ ໄໝ ທ່ີອ່ອນນຸ້ມ ແລະ ບັນດາຜະລິດຕະພັນ ຜ້າໄໝ ທີ່ມີຄຸນນະ ພາບ, ຕອບສະໜອງ ໃຫ້ແກ່ຄວາມນິຍົມຊົມຊອບ ຂອງ ຜູ້ບໍລິ ໂພກໃນປັດຈຸບັນ. 
ທ່ານນາງ ຫງວຽນທິເຕີມ - ລູກໃພ້ຂອງທ່ານ ຈ້ຽວວັນໝ໊າວ ທັງ ເປັນເຈົ້າຂອງພື້ນຖານຜະລິດ ໃຫ້ຮູ້ວ່າ ໃນເບື້ອງຕົ້ນ ຄອບຄົວ ທ່ານ ຈ້ຽວວັນໝ໊າວ ທໍາການຜະລິດຢູ່ເຮືອນ, ປີ 1964, ບັນດາ ຄອບຄົວທີ່ທຳອາຊີບດັ່ງກ່າວ ໄດ້ເຂົ້າຮ່ວມ ໃນສະຫະກອນ ຕໍ່າ ຜ້າໄໝ ວ້ານຟຸກ ເພື່ອຮັບຈ້າງ ຜະລິດ ສິ້ນສ່ວນໃຫ້ ສະຫະກອນ ດ້ວຍແຫຼ່ງວັດຖຸດິບ ທີ່ນຳມາຈາກລັດ ເພື່ອສົ່ງອອກ ໄປສູ່ ບັນດາ ປະເທດ ເອີຣົບຕາເວັນອອກ. ເຖິງປີ 1986, ເມື່ອຜະລິດຕະພັນ ສົ່ງອອກບໍ່ໄດ້, ສະຫະກອນຕ້ອງປະເຊີນກັບສະພາບ ຖືກຍຸບ ເລີກ, ສະນັ້ນຄອບຄົວທ່ານ ໝ໊າວ ຈຶ່ງໄດ້ສະຫະກອນ ມອບເຄື່ອງ ຈັກ ໃຫ້ເຄິ່ງໜຶ່ງ ແລະ ພື້ນຖານຜະລິດ ເພື່ອສືບຕໍ່ຮັກສາ ອາຊີບ ມູນເຊື້ອ ຂອງ ໝູ່ບ້ານ ແຫ່ງນີ້. 

ເປັນຄວາມພັວພັນໃຫ້ກັບອາຊີບ ຕໍ່າຜ້າໄໝ, ປີ 1993, ທ່ານນາງ ເຕີມ ໄດ້ເຊົາເຮັດທຸລະກິດຢູ່ພາຍນອກ ເພື່ອມາທຳອາຊີບມູນ ເຊື້ອ ຂອງ ຄອບຄົວພ້ອມກັບປູ່. ໄລຍະນັ້ນ, ຄອບຄົວທ່ານ ໝ໊າວ ພຽງແຕ່ຜະລິດຜ້າໄໝ ເວິນ, ຊຶ່ງເປັນຜະລິດຕະພັນ ທີ່ເປັນສັນຍະ ລັກ ຂອງ ໝູ່ບ້ານຜ້າໄໝ ວ້ານຟຸກ. ທ່ານນາງ ເຕີມ ໄດ້ປຶກສາ ກັບ ທ່ານ ໝ໊າວ ວ່າ ຖ້າຢາກຮັກສາການຜະລິດ ຜະລິດຕະພັນ ຜ້າໄໝ ເວິນ, ຕ້ອງຜະລິດອອກ ບັນດາຜະລິດຕະພັນຜ້າໄໝ 2 ສີ ມີລາຄາທີ່ເໝາະສົມ ເພື່ອໃຫ້ ທຸກຄົນສາມາດຊື້ໄດ້. ເພາະສະ ນັ້ນ, ຄອບຄົວເພິ່ນ ຈຶ່ງລົງມືຜະລິດ ບັນດາຜະລິດຕະພັນຜ້າໄໝ ໃນສັດສ່ວນ 70% ເສັ້ນໄໝ ແລະ 30% ແມ່ນເສັ້ນໄໝເຄືອບ. ເວລານັ້ນ ຜະລິດຕະພັນດັ່ງກ່າວ ໄດ້ຫຼາຍຄົນເລືອກຊື້ ແລະ ຍັງ ສົ່ງອອກໄປສູ່ບັນດາປະເທດ ເອີຣົບ ຕາເວັນອອກ. 


ຄອບຄົວທ່ານ ຈ້ຽວວັນໝ໊າວ ໄດ້ທຳອາຊີບຕຳ່ຜ້າໄໝຢູ່ບ້ານ ວ້ານຟຸກ ມາເປັນເວລາຫຼາຍປີແລ້ວ.


ຊ່າງຕໍ່າຫູກທີ່ພື້ນຖານຜະລິດຜ້າໄໝຂອງຄອບຄົວ ທ່ານ ຈ້ຽວວັນໝ໊າວ. 


ກະສວຍ ຂອງ ກີ່ຕໍ່າຜ້າໄໝ.


ໄໝໄດ້ຮັກສາໃນນຳ້.


ກີ່ຕໍ່າຫູກ ໃນພື້ນຖານຜະລິດຜ້າໄໝ ຈ້ຽວວັນໝ໊າວ.


ເສັ້ນໄໝ ຢູ່ພື້ນຖານຜະລິດຜ້າໄໝ ຈ້ຽວວັນໝ໊າວ ໄດ້ ນຳ ເຂົ້າຈາກແຂວງ ເລີມດົ່ງ. 


ນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມ ແລະ ເລືອກຊື້ຜະລິດຕະພັນ ຜ້າໄໝ ຢູ່ພື້ນຖານຜະລິດຜ້າໄໝ ຂອງ ຄອບຄົວທ່ານ ຈ້ຽວວັນໝ໊າວ (ຮ່າໂນ້ຍ).
 


ນັກທ່ອງທ່ຽວຊອກຮູ້ກ່ຽວກັບວິທີການຜະລິດຜ້າໄໝ ໃນພື້ນຖານຜະລິດຜ້າໄໝ ຈ້ຽວວັນໝ໊າວ.


ນັກທ່ອງທ່ຽວມາຢ້ຽມຢາມພື້ນຖານຜະລິດຜ້າໄໝ ຈ້ຽວວັນໝ໊າວ.


ນັກທ່ອງທ່ຽວມາຢ້ຽມຢາມ ແລະ ເລືອກຊື້ຜະລິດຕະພັນ ຜ້າໄໝ ຢູ່ພື້ນຖານຜະລິດຜ້າໄໝ ຂອງ ຄອບຄົວທ່ານ ຈ້ຽວ ວັນໝ໊າວ (ຮ່າໂນ້ຍ). 

ທ່ານນາງ ເຕີມ ໃຫ້ຮູ້ວ່າ ແຕ່ກ່ອນຄອບຄົວເພິ່ນ ມັກນຳເຂົ້າ ວັດ ຖຸດິບ ຈາກ ວິ໊ງຟຸກ. ກ່ອນໜ້ານີ້ 5 ປີ, ຫຼັງຈາກໄປຢ້ຽມຢາມ ເຂດ ເລີມຮ່າ, ບາວລົກ (ເລີມດົ່ງ) ຈັດໂດຍພະແນກອຸດສາຫະກຳ ແລະ ການຄ້າຮ່າໂນ້ຍ, ເມື່ອຕິດຕໍ່ໄດ້ກັບບັນດາພື້ນຖານປູກ ມອນລ້ຽງມ້ອນ, ຄອບຄົວເພິ່ນຈຶ່ງ ຕັດສິນໃຈນຳເຂົ້າວັດຖຸດິບ ຈາກ ເລີມດົ່ງ ເພື່ອຜະລິດອອກບັນດາປະເພດສິນຄ້າທີ່ມີຄຸນນະ ພາບ ດີກວ່າ. 

ເສັ້ນໄໝ ທີ່ນຳເຂົ້າມາຈາກ ເລີມດົ່ງ ຈະຕໍ່າເປັນຜ້າໄໝ ແລ້ວເອົາ ໄປຕົ້ມໃຫ້ອ່ອນ ແລ້ວ ຍ້ອມສີ. ມີຈຸດພິເສດ ກໍ່ຄືວ່າ ປັດຈຸບັນ, ພື້ນຖານຜະລິດຜ້າໄໝ ແຫ່ງນີ້ ຍັງຮັກສາການ ຜະລິດຜ້າໄໝ ເວິນ. ການຜະລິດຜ້າໄໝເວິນ ຕ້ອງຜ່ານຫຼາຍຂັ້ນຕອນກວ່າ ເມື່ອ ທຽບກັບການຜະລິດຜ້າໄໝ ປະເພດຕ່າງໆ, ຮຽກຮ້ອງຄວາມອົດ ທົນແລະ ຄວາມຫຼົງໄຫຼຂອງຜູ້ທຳການຜະລິດ. ເພື່ອສືບຕໍ່ຮັກສາ ອາຊີບຕໍ່າຜ້າໄໝ, ພື້ນຖານຜະລິດຜ້າໄໝ ຈ້ຽວວັນໝ໊າວ ຍັງຮັບ ຝຶກອາຊີບໃຫ້ບັນດາຄົນໜຸ່ມສາວ, ຜູ້ທີ່ມີຄວາມຮັກມັກ ກັບອາ ຊີບຕໍ່າຜ້າໄໝ. ເຖິງວ່າ ທ່ານ ຈ້ຽວວັນໝ໊າວ ໄດ້ເສຍຊີວິດໄປ ແລ້ວ, ແຕ່ການຝຶກອົບຮົມອາຊີບດັ່ງກ່າວ ຍັງສືບຕໍ່ດໍາເນີນໄປ ຢ່າງຕໍ່ເນື່ອງ.  






ຜະລິດຕະພັນຜ້າໄໝຈຳນວນໜຶ່ງຂອງຄອບຄົວທ່ານ ຈ້ຽວວັນໝ໊າວ ໄດ້ຮັບໃບຮັບຮອງ OCOP ຈາກຄະນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ.


ຜະລິດຕະພັນຜ້າໄໝຈຳນວນໜຶ່ງຂອງຄອບຄົວທ່ານ ຈ້ຽວວັນໝ໊າວ.


ເຄື່ອງໝາຍການຄ້າ “ໝ໊າວ Silk” ໄດ້ອັດໃສ່ຜະລິດຕະພັນ ຜ້າໄໝຂອງ ຄອບຄົວທ່ານ ຈ້ຽວວັນໝ໊າວ. 


ບັນດາຍິງສາວສວຍງາມໃນຊຸດ ອ໋າວຢ່າຍ ທີ່ເຮັດດ້ວຍຜ້າໄໝ.

ນອກຈາກນັ້ນ, ເພື່ອພັດທະນາເຄື່ອງໝາຍການຄ້າ, ປັດຈຸບັນ ພື້ນຖານການຜະລິດຜ້າໄໝ ຈ້ຽວວັນໝ໊າວ ໄດ້ສົມທົບກັບບັນດາ ບໍລິສັດທ່ອງທ່ຽວ ຢູ່ຮ່າໂນ້ຍ ແລະ ພະແນກການທ່ອງທ່ຽວ ຢູ່ ແຂວງ, ນະຄອນຈຳນວນໜຶ່ງ ເພື່ອນຳນັກທ່ອງທ່ຽວ ມາຢ້ຽມຢາມ ອາຊີບ ຕໍ່າຜ້າໄໝ ແລະ ຜະລິດຕະພັນຂອງໝູ່ບ້ານຜະລິດ ຜ້າ ໄໝ ວ້ານຟຸກ ເວົ້າລວມ, ໂດຍສະເພາະແມ່ນພື້ນຖານຜະລິດ ຜ້າໄໝ ຈ້ຽວວັນໝ໊າວ. 
ບົດ: ເງິນຮ່າ - ພາບ: ແທງຢາງ

top