ເປັນໜຶ່ງໃນຈຳນວນບັນດາວິສາຫະກິດທີ່ມີປະສົບການດ້ານ ການຜະລິດແລະ ດຳເນີນທຸລະກິດຜ້າພົມທີ່ເຮັດດ້ວຍຂົນສັດ, ຜ້າພົມແລນ ໄຊງ່ອນ (SAGOCA) ເປັນວິສາຫະກິດນຳໜ້າໃນຂົງເຂດການອອກແບບ, ປະດັບລວດລາຍຜ້າພົມ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ນິຍົມຊົມຊອບຈາກລູກຄ້າພາຍໃນ ແລະ ຕ່າງປະເທດ.
SAGOCAໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1992, ມີຊື່ວ່າ ວິສາຫະກິດຜະລິດຜ້າພົມແລນ ໄຊງ່ອນ ຈຳກັດ,ດຳເນີນກິດຈະການສະຫນອງຜ້າພົມປະດັບປະດາ, ຕ່ຳດ້ວຍມື ແລະ ນຳໃຊ້ວັດຖຸດິບໄດ້ມາຈາກທຳມະຊາດທີ່ເປັນມິດກັບສິ່ງແວດລ້ອມ. ໃນສະໄໝນັ້ນ, SAGOCA ໄດ້ກ້າສ່ຽງລົງທຶນ, ພັດທະນາການຜະລິດ ແລະ ຍາດໄດ້ຕະຫຼາດຈຳຫນ່າຍສິນຄ້າໄດ້ໄວວາຍ້ອນຜະລິດຕະພັນມີທ່າໄດ້ປຽບໃນດ້ານເອກະລັກວັດທະນະທຳອັນເປັນມູນເຊື້ອ ແລະ ມີສິລະປະ.
ນອກຈາກແຫຼ່ງວັດຖຸດິບທີ່ມີພ້ອມຢູ່ພາຍໃນຄື: ເສັ້ນໄໝມ້ອນ, ເສັ້ນຝ້າຍ, ເສັ້ນປ່ານ,SAGOCAຍັງໄດ້ນຳເຂົ້າວັດຖຸດິບຂົນແກະຈາກ ນິວຊີແລນ ແລະ ອົສຕາລີ. ຍ້ອນແຫລ່ງສະຫນອງ ວັດຖຸດິບມີຄຸນນະພາບສູງ, ຈຶ່ງເຮັດໃຫ້ຜ້າພົມແລນໄຊງ່ອນ ມີຊີວິດຊີວາ ແລະ ຫລາກຫລາຍຮູບແບບລະດູໜາວມີຄວາມອົບອຸ່ນດີ ແລະ ລະດູຮ້ອນມີຄວາມເຢັນສະບາຍ. |
ຜະລິດຕະພັນຜ້າພົມແລນ ໄຊງ່ອນ ທີ່ຕຳ່ດ້ວຍມືມີຄຸນນະພາບທີ່ລະອຽດ ແລະ ງາມ.
ນາຍຊ່າງກຳລັງໃຊ້ຄວາມລະອຽດລະອໍຕຳ່ຜ້າພົມແລນ ທີ່ສວຍງາມ ແລະ ແຫນ້ນຫນາດີ.
ຂັ້ນຕອນການເຮັດໃຫ້ຜ້າພົມກ້ຽງດີ.
ຕົວຢ່າງສີສັນຂອງແລນຕ່ຳຜ້າພົມມີຫຼາກຫຼາຍເພື່ອສະຫນອງຕາມຄວາມຕ້ອງການຂອງລູກຄ້າ.
SAGOCA ເປັນເຄື່ອງໝາຍການຄ້າມີຜ້າພົມແລນສຳເລັດຮູບຫຼາກຫຼາຍຮູບແບບ ເພື່ອໃຫ້ລູກຄ້າເລືອກຊື້.
ທ່ານ ມາຍດິ່ງກຽມ, ຜູ້ອຳນວຍກາຍໃຫຍ່ຂອງ SAGOCA ກຳລັງແນະນຳກ່ຽວກັບຜະລິດຕະພັນຜ້າພົມແລນ
ທີ່ຜະລິດດ້ວຍວັດຖຸດິບນຳມາຈາກທຳມະຊາດ ແລະ ເປັນມິດກັບສິ່ງແວດລ້ອມ. |
ປີ 2015, ລວມຍອດປະລິມານການຜະລິດຂອງ SAGOCA ແມ່ນ 10.000 m2, ໃນນັ້ນ 20% ແມ່ນສົ່ງອອກ (2.000 m2). ທ່ານ ມາຍດິ່ງກຽມ-ຜູ້ອຳນວຍການ SAGOCA. |
ປະຈຸບັນ, ຜ້າພົມແລນ ໄຊງ່ອນ ໄດ້ຊະນະໃຈລູກຄ້າດ້ວຍຜະລິດຕະພັນໂດດເດັ່ນສຸດ, ເຕັມໄປດ້ວຍເອກະລັກວັດທະນະທຳຫວຽດ. ລວດລາຍຢູ່ເທິງຜ້າພົມກໍ່ມີຫຼາກຫຼາຍຮູບແບບຄື: ຮູບແບບລາຍໄມ້, ຮູບສັດປະຈຳປີ 12 ໂຕ ຫຼື ວັດທະນະທຳ ກອງທອງ ແລະ ອື່ນໆ.
ເພື່ອຈະຕຳ່ອອກມາຜ້າພົມ 1 m2, ນາຍຊ່າງຕ່ຳຕ້ອງໃຊ້ຄວາມພະຍາຍາມຂອງຕົນເປັນເວລາໜຶ່ງເດືອນ. ສະເພາະຂອດການຍ້ອມສີຜ້າພົມກໍຕ້ອງມີຂັ້ນຕອນການຜະລິດທີ່ເຂັ້ມງວດ. ໃນແຕ່ລະສີ,ຊ່າງເຕັກນິກຕ້ອງໄດ້ອອກແບບ ແລະ ຍ້ອມຕັ້ງ 5ເຖິງ 7 ຕົວແບບ, ຈາກນັ້ນ ຈີ່ງນຳມາປຽບທຽບ ແລ້ວເລືອກເອົາຕົວແບບໃດທີ່ໄດ້ມາດຕະຖານທີ່ສຸດ.
ດ້ວຍເຫດນັ້ນ, ຜະລິດຕະພັນຂອງ SAGOCA ຈຶ່ງຮັກສາໄດ້ຄວາມອ່ອນນຸ້ມ ແລະ ຮຸ່ງເຮືອງຜ່ານການເວລາ ທີ່ມີຫຼາຍຈຸດໂດດເດັ່ນຄື: ມີຄວາມຍືດຍຸນດີ, ບໍ່ຢືດອອກ ຫຼື ຍໍ້ເຂົ້າກັນ, ສາມາດກັນ ແລະ ຕ້ານໄຟຟ້າສະຖິດ, ບໍ່ສົ່ງສຽງດັງ ແລະ ກັນສຽງໄດ້ດີ. ພິເສດ, ຍ້ອນມີprotein ໃນເສັ້ນໄຍທຳມະຊາດຈີ່ງເຮັດໃຫ້ຜະລິດຕະພັນສາມາດກັນໄຟໄໝ້ໄດ້ເປັນຢ່າງດີ.
ຜະລິດຕະພັນມີຫຼາກຫຼາຍຮູບແບບແຕ່SAGOCAມຸ່ງໄປ ເຖິງຈຸດຫມາຍນັ້ນຄືຊ່ວຍໃຫ້ລູກຄ້າ ຄົ້ນຫາເຖິງທີ່ສຸດຂອງການເປັນຢູ່ທີ່ດີທີ່ສຸດ ແລະ ເໝາະສົມກັບເຄື່ອງຕົບແຕ່ງ ພາຍໃນເຮືອນຊັ້ນສູງ. ຜະລິດຕະພັນຂອງ SAGOCA ບໍ່ພຽງແຕ່ຄອບຄອງຕະຫຼາດພາຍໃນເທົ່ານັ້ນ, ຫາກຍັງໄດ້ສົ່ງອອກໄປສູ່ຫຼາຍປະເທດຕ່າງໆ ໃນໂລກຄື: ລັດເຊຍ, ຝຣັ່ງ, ເຢຍລະມັນ, ອາເມລິກາ, ຮຸງກາຣີ ແລະ ອື່ນໆ.
ຮູບພາບຜ້າພົມແລນພັນລະນາຊີວິດທີ່ມີສີຂະໜາດໃຫຍ່ສຸດຂອງປະທານໂຕນດຶກຖັ໋ງທີ່ຕຳ່ດ້ວຍມືຈາກແລນຂົນແກະ
ແລະ ເສັ້ນຝ້າຍຂອງ SAGOCA.
ທ່ານ ມາຍດິ່ງກຽມ,ຜູ້ອຳນວຍການ SAGOCA ແນະນຳຜ້າພົມແລນມູນເຊື້ອທີ່ເປັນຮູບ“ມັງກອນ 4 ໂຕເຝົ້າດວງຈັນ”.
ລວດລາຍກອງທອງເຕັມໄປດ້ວຍສີສັນວັດທະນະທຳ ຫວຽດ ຖືກປະດັບເທິງຜ້າພົມແລນ ໄຊງ່ອນ.
ຄວາມສວຍງາມຂອງຜະລິດຕະພັນຜ້າພົມແລນ ໄຊງ່ອນໄດ້ສະແດງໃຫ້ເຫັນສີມືອັນຄ່ອງແຄ້ວ,
ລະອຽດລະອໍຂອງບັນດານາຍຊ່າງຕຳ່ຜ້າພົມ.
ລວດລາຍທີ່ປະດັບເທິງຜະລິດຕະພັນຂອງ SAGOCA.
ຜ້າພົມແລນ ໄຊງ່ອນແຕ່ລະຜືນໄດ້ປະດັບຕາມສິລະປະຍຸກສະໄໝໃຫມ່.
ຜ້າພົມແລນ ໄຊງ່ອນ ເອົາຊະນະໃຈລູກຄ້າດ້ວຍຜະລິດຕະພັນທີ່ໂດດເດັ່ນ ແລະເຕັມໄປດ້ວຍເອກະລັກວັດທະນະທຳ ຫວຽດ. |
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ