ພິທີປິດງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 – 2025 ດ້ວຍຫົວຂໍ້ “ລະດູໃບໄມ້ຫຼົ່ນແຫ່ງຄວາມຫວັງ - ແບ່ງປັນຄວາມຮັກແພງ” ແລະ ລາຍການລະດົມເງິນຊ່ວຍເຫຼືອພໍ່ແມ່ພີ່ນ້ອງຖືກຜົນກະທົບຈາກພາຍຸນ້ຳຖ້ວມ ໄດ້ດຳເນີນໃນຕອນຄ່ຳແຕ່ວັນທີ 3 ພະຈິກ ຢູ່ສູນວາງສະແດງ ຫວຽດນາມ (ດົງແອັງ, ຮ່າໂນ້ຍ).
ບັນດາຜູ້ແທນເຂົ້າຮ່ວມພິທີປິດງານຕະຫຼາດນັດ (ພາບ: VOV)
ໂດຍໄດ້ດຳເນີນແຕ່ວັນທີ 25 ຕຸລາ - 4 ພະຈິກ, ງານຕະຫຼາດນັດແມ່ນເຫດການສົ່ງເສີມການຄ້າໃຫຍ່ສຸດຂອງ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍຂອບຂະໜາດກວ່າ 3.000 ຮ້ານວາງສະແດງໃນເນື້ອທີ 100.000 ຕາແມັດ, ມີການເຂົ້າຮ່ວມຂອງທັງໝົດ 34 ແຂວງ, ນະຄອນ, ບັນດາກະຊວງ, ຂະແໜງການ, ກຸ່ມບໍລິສັດ, ບໍລິສັດໃຫຍ່, ພ້ອມດ້ວຍວິສາຫະກິດພາຍໃນ ແລະ ຕ່າງປະເທດນັບຮ້ອຍແຫ່ງ. ງານຕະຫຼາດນັດລະດູໃບໄມ້ຫຼົ່ນໄດ້ດຶງດູດແຂກມາຢ້ຽມຊົມນັບກວ່າ 1 ລ້ານເທື່ອຄົນ, ການແລກປ່ຽນການຄ້າ, ສັນຍາ ແລະ ບົດບັນທຶກຊ່ວຍຈຳການຮ່ວມມືລົງທຶນ, ຖ່າຍທອດເຕັກໂນໂລຢີລະຫວ່າງບັນດາວິສາຫະກິດພາຍໃນປະເທດ ແລະ ວິສາຫະກິດຕ່າງປະເທດນັບເປັນພັນ… ກ່າວຄຳເຫັນທີ່ພິທີປິດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຕີລາຄາວ່າ:
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີປິດ
“ຜົນສຳເລັດຂອງງານຕະຫຼາດນັດລະບູໃບໄມ້ຫຼົ່ນຄັ້ງທີ 1 ປີ 2025 ເປັນການຢັ້ງຢືນໃຫ້ແກ່ເລື່ອງ ຕະຫຼາດ ຫວຽດນາມ ບໍ່ພຽງແຕ່ມີຄວາມຈັບໃຈກ່ຽວກັບຂອບຂະໜາດ ແລະ ລະດັບການພັດທະນາເທົ່ານັ້ນ ຫາກຍັງແມ່ນສະຖານທີ່ປອດໄພ, ເປັນມິດສະໜິດສະໜົມ, ເຕັມໄປດ້ວຍແງ່ຫວັງ ແລະ ຈັບໃຈສຳລັບນັກລົງທຶນຢູ່ພາຍໃນ ແລະ ສາກົນອີກດ້ວຍ. ງານຕະຫຼາດນັດແມ່ນສັນຍາລັກໃຫ່ແກ່ນ້ຳໃຈສາມັກຄີ ແລະ ຄວາມຄາດຫວັງພັດທະນາລວມຂອງທົ່ວປວງຊົນທັງຊາດ ຫວຽດນາມ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ປະເທດ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ມຸ່ງໄປເຖິງອະນາຄົດ.”
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ ຜ່ານລາຍການງານຕະຫຼາດລັດ “ລະດູໃບໄມ້ຫຼົ່ນແຫ່ງຄວາມຫວັງ - ແບ່ງປັນຄວາມຮັກແພງ”, ຄະນະຈັດຕັ້ງໄດ້ຮັບເງິນບໍລິຈາກປະມານ 316 ຕື້ດົ່ງ (ປະມານ 12,6 ລ້ານ USD) ເພື່ອຊ່ວຍເຫຼືອໃຫ້ແກ່ພໍ່ແມ່ພີ່ນ້ອງຖືກຜົນກະທົບຈາກນ້ຳຖ້ວມຢູ່ພາກກາງ ຫວຽດນາມ. ໃນພິທີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ, ພໍ່ແມ່ພີ່ນ້ອງ ແລະ ນັກຮົບໃນທົ່ວປະເທດສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈສະໜັບສະໜູນປະຊາຊົນຢູ່ເຂດຖືກໄພພິບັດທຳມະຊາດ, ພາຍຸນ້ຳຖ້ວມ.