ມີຜູ້ມີສິດເລືອກຕັ້ງ ຫວຽດນາມ ຫຼາຍກວ່າ 76 ລ້ານຄົນ (ກວມເອົາອັດຕາ 99,68%) ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031. ໝາກຜົນດັ່ງກ່າວ ໄດ້ສ່ອງແສງຢ່າງຈະແຈ້ງເຖິງລະດັບຄວາມສົນໃຈຂອງປະຊາຊົນຕໍ່ວິວັດທະນາການບໍລິຫານລັດ, ວາງອອກບັນດາຄວາມຫວັງຕໍ່ອາຍຸການໃໝ່ຂອງກົງຈັກບັນດາອົງການສຳນັກງານໂດຍປະຊາຊົນເລືອກຕັ້ງ.
ທ່ານນາງ ຫງວຽນກວິ່ງລຽນ, ຫົວໜ້າຄະນະວຽກງານປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ
ຜົນສຳເລັດຂອງການເລືອກຕັ້ງໃນວັນທີ 15 ມີນາ 2026 ໄດ້ສະແດງອອກຜ່ານຫຼາຍແງ່ມູມ, ຈາກວຽກງານການຈັດຕັ້ງ, ລະດັບການເຂົ້າຮ່ວມຂອງຜູ້ມີສິດເລືອກຕັ້ງ ຕະຫຼອດຮອດຄວາມໝາຍດ້ານການເມືອງ - ສັງຄົມ ແລະ ຜົນກະທົບຕໍ່ການເຄື່ອນໄຫວຂອງກົງຈັກລັດ ຫວຽດນາມ ໃນອາຍຸການໃໝ່.
ການເລືອກຕັ້ງສຳເລັດໃນຫຼາຍແງ່ມູມ
ກ່ອນອື່ນໝົດ, ຜົນສຳເລັດສະແດງຢູ່ອອກຜ່ານຫຼາຍວຽກງານຈັດຕັ້ງຢ່າງແໜ້ນແຟ້ນ ແລະ ຄົບຊຸດໃນຂອບເຂດທົ່ວປະເທດ. ການເລືອກຕັ້ງໄດ້ຮັບການກະກຽມເປັນເວລານານ ດ້ວຍຫຼາຍຂັ້ນຕອນຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ, ຈາກຂອດປຶກສາຫາລື, ສ້າງບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງຕະຫຼອດຮອດວຽກງານການໂຄສະນາ ແລະ ຈັດຕັ້ງການປ່ອນບັດ. ທ່ານນາງ ຫງວຽນກວິ່ງລຽນ, ຫົວໜ້າຄະນະວຽກງານປະຊາທິປະໄຕ, ຕິດຕາມກວດກາ ແລະ ຕີລາຄາສັງຄົມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຢັ້ງຢືນວ່າ:
“ຄວາມຈິງ, ຜູ້ມີສິດເລືອກຕັ້ງມີຄວາມສົນໃຈທີ່ສຸດ, ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມສົນໃຈເຖິງບັນດາຂໍ້ມູນ, ບັນດາໂຄງການກະທຳເຊິ່ງບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ນຳສະເໜີ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເປັນເຈົ້າການ, ຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງໃນວຽກງານຊອກຮູ້ກ່ຽວກັບຜູ້ທີ່ຈະຕາງໜ້າໃຫ້ແກ່ຕົນເອງຢ່າງຈະແຈ້ງ. ຍ້ອນຄວາມເປັນເຈົ້າການນັ້ນ ໄດ້ປະກອບສ່ວນສຳຄັນເພື່ອໃຫ້ຜູ້ມີສິດເລືອກຕັ້ງສາມາດຄັດເລືອກເອົາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງແທ້ຈິງ, ສົມເປັນຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ”.
ໂຄງປະກອບຂອງຜູ້ແທນທີ່ໄດ້ຮັບການເລືອກຕັ້ງໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຖືກສ້າງຂຶ້ນຕາມທິດຮັບປະກັນລັກສະນະເປັນຕົວແທນໃຫ້ແກ່ຫຼາຍກຸ່ມເປົ້າໝາຍໃນສັງຄົມ, ຊ່ວຍໃຫ້ບັນດາອົງການສຳນັກງານໂດຍປະຊາຊົນເລືອກຕັ້ງນັ້ນ ສ່ອງແສງໄດ້ເຖິງສຽງເວົ້າ ແລະ ຜົນປະໂຫຍດຂອງບັນດາຊົນຊັ້ນໃນສັງຄົມຢ່າງຫຼາຍຮູບຫຼາຍສີກວ່າເກົ່າ.
ລະດັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງຜູ້ມີສິດເລືອກຕັ້ງກໍແມ່ນປັດໄຈສຳຄັນສ່ອງແສງຜົນສຳເລັດຂອງການເລືອກຕັ້ງ. ອັດຕາ 99,68% ຜູ້ມີສິດເລືອກຕັ້ງເຂົ້າຮ່ວມການເລືອກຕັ້ງ; ທົ່ວ 34 ແຂວງ, ນະຄອນບັນລຸອັດຕາຜູ້ມີສິດເລືອກຕັ້ງກວ່າ 99%, ໃນນັ້ນ 4/34 ແຂວງ, ນະຄອນ ມີອັດຕາຜູ້ມີສິດເລືອກຕັ້ງສູງສຸດແມ່ນ 99,99%. ນີ້ແມ່ນພະຍານຫຼັກຖານໃຫ້ແກ່ສະຕິຄວາມຮັບຜິດຊອບຂອງພົນລະເມືອງຕໍ່ການຄັດເລືອກຜູ້ຕາງໜ້າໃຫ້ແກ່ຕົນເອງໃນບັນດາອົງການສິດອຳນາດກົດໝາຍ.
ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ, ກຳມະການສະພາເລືອກຕັ້ງແຫ່ງຊາດ
ພິເສດ, ໃນການເລືອກຕັ້ງຄັ້ງນີ້ໄດ້ເຫັນປະຈັກຕາບົດບາດນັບມື້ນັບຈະແຈ້ງຂອງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ. ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ, ກຳມະການສະພາເລືອກຕັ້ງແຫ່ງຊາດ, ຢັ້ງຢືນວ່າ:
“ຂໍ້ມູນໃນບັດຜູ້ມີສິດເລືອກຕັ້ງ ແລະ ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໄດ້ຮັບການອັບເດັດຢ່າງຄົບຊຸດ, ຊ່ວຍໃຫ້ບັນດາໜ່ວຍເລືອກຕັ້ງເຄື່ອນໄຫວໄດ້ຢ່າງສະດວກກວ່າ. ດັ່ງນັ້ນ, ຄວາມຄືບໜ້າອັບເດັດຂໍ້ມູນໃນວັນເລືອກຕັ້ງໄດ້ດຳເນີນຢ່າງວ່ອງໄວທີ່ສຸດ; ແຕ່ລະປະມານ 10 – 15 ນາທີ, ບັນດາຕົວເລກຈະໄດ້ອັບເດັດເທື່ອໜຶ່ງ. ຍ້ອນປະສິດທິຜົນຂອງການຫັນເປັນດີຈີຕອນ ແລະ ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານນັ້ນ ໄດ້ຊ່ວຍໃຫ້ການເລືອກຕັ້ງຄັ້ງນີ້ບັນລຸໝາກຜົນດີທີ່ສຸດ.”
ບັນດາແງ່ຫວັງໃຫ້ແກ່ອາຍຸການໃໝ່
ຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ຈຸດປ່ອນບັດຕາແສງ ໂອເຈີ້ເຢືອ, ຮ່າໂນ້ຍ (ພາບປະກອບ: VOV5)
ການເລືອກຕັ້ງໄດ້ສິ້ນສຸດລົງຢ່າງມີປະຊາທິປະໄຕ, ຈະແຈ້ງ, ຖືກຕ້ອງຕາມກົດໝາຍ ແມ່ນມີຄວາມໝາຍສຳຄັນໃນການປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລະບົບການເມືອງ. ປະຊາຊົນອາດສາມາດຮັບຮູ້ຄຳນຶງໄດ້ຢ່າງຈະແຈ້ງບົດບາດຂອງຕົນໃນຊີວິດການເມືອງ ແລະ ຄວາມຜູກພັນລະຫວ່າງຜູ້ມີສິດເລືອກຕັ້ງກັບບັນດາອົງການໂດຍປະຊາຊົນເປັນຜູ້ເລືອກຕັ້ງ.
“ຂ້າພະເຈົ້າ ແລະ ພໍ່ແມ່ພີ່ນ້ອງໄດ້ເລືອກເອົາບັນດາຜູ້ແທນທີ່ດີເດັ່ນທີ່ສຸດ. ພວກຂ້າພະເຈົ້າຫວັງຢ່າງຍິງວ່າ ບັນດາຜູ້ແທນຈະຊ່ວຍປະຊາຊົນພັດທະນານັບມື້ນັບດີຂຶ້ນ”.
“ການເລືອກຕັ້ງຄັ້ງນີ້ແມ່ນການເລືອກຕັ້ງທຳອິດໃນການເຄື່ອນໄຫວກົງຈັກອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ. ຫວັງວ່າ ບັນດາຜູ້ແທນທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ຈະເສີມຂະຫຍາຍຈົນສຸດຄວາມສາມາດ ແລະ ສຸດຈິດສຸດໃຈກັບປະຊາຊົນ, ເຮັດແນວໃດເພື່ອຮັບໃຊ້ປະຊາຊົນ, ຮັບໃຊ້ພັກ, ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບວັດທະນາຖາວອນ ແລະ ດີຂຶ້ນກວ່າເກົ່າ”.
ຜົນສຳເລັດຂອງການເລືອກຕັ້ງຍັງແມ່ນບັນດາແງ່ຫວັງທີ່ໄດ້ວາງອອກໃຫ້ແກ່ອະຍຸການໃໝ່. ໄລຍະຈະມາເຖິງ, ບັນດາຜູ້ສະໝັກຮັບເລືອກຕັ້ງທີ່ໄດ້ໄຊຊະນະໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຈະມີຄວາມຮັບຜິດຊອບນຳເອົາເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເຂົ້າໃນວິວັດທະນາການສ້າງກົດໝາຍ, ຕິດຕາມການເຄື່ອນໄຫວຂອງບັນດາອົງການລັດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ຜົນສຳເລັດຢ່າງແທ້ຈິງຂອງການເລືອກຕັ້ງຄັ້ງນີ້ ຈະໄດ້ສະແດງໃນອາຍຸການໃໝ່, ເມື່ອບັນດາສະມາຊິກສະພາແຫ່ງຊາດຊຸດທີ XVI ປະຕິບັດຄວາມຮັບຜິດຊອບຂອງຕົນຕໍ່ຜູ້ມີສິດເລືອກຕັ້ງ ແລະ ປະກອບສ່ວນເຂົ້າໃນການພັດທະນາສະຖຽນລະພາບ, ຄວາມຍືນຍົງຂອງປະເທດຊາດ./.