ຂ່າວສານ

ຜົນງານ​ການ​ທາງ​ການ​ທູດ ຂອງ ຫວຽດ​ນາມ ປີ 2019

ວັນທີ 31 ທັນວາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ມີບົດຂຽນທີ່ມີຫົວຂໍ້ວ່າ “ຜົນງານການທາງການທູດ 2019: ຄວາມອົງອາດກ້າຫານ ແລະ ຈິດໃຈ ຫວຽດນາມ” ເພື່ອແນໃສ່ສະຫຼຸບບັນດາຜົນງານທາງການທູດ ຂອງ ຫວຽດນາມໃນປີ 2019 ແລະ ທິດທາງການເຄື່ອນໄຫວໃນປີ 2020.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: Reuters)

ບົດຂຽນຂອງທ່ານ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ ເລື່ອງ ປະເທດຊາດເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງແຂວງ, ການພົວພັນຕ່າງປະເທດຫຼາຍຝ່າຍ ຍິ່ງຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງຄວາມອົງອາດກ້າຫານ ແລະ ສີສັນຂອງ ຫວຽດນາມ, ດ້ວຍຖານະຕຳແໜ່ງເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ປະກອບສ່ວນເຂົ້າການສ້າງສັນຕິພາບ, ການຮ່ວມມື ແລະ ພັດທະນາ ຢູ່ພາກພື້ນ ແລະ ໂລກນັບມື້ນັບຫຼາຍຂຶ້ນ.

ທ່ານ ຟ້າມບິ່ງມິງ ຍັງຢັ້ງຢືນວ່າ ປີ 2020 ແມ່ນຈຸດເວລາປະຫວັດສາດສຳຄັນສຳລັບການຕ່າງປະເທດຫວຽດນາມ, ເປັນຕົ້ນແມ່ນພົວພັນຕ່າງປະເທດຫຼາຍຝ່າຍ. ນີ້ແມ່ນຄັ້ງທຳອິດ ທີ່ຫວຽດນາມດຳລົງ 2 ຕຳແໜ່ງສຳຄັນ ທັງແມ່ນປະທານອາຊຽນ ປີ 2020 ແລະ ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.  ນັ້ນແມ່ນບົດບາດຄວາມຮັບຜິດຊອບໃນພາກພື້ນ ແລະ ສາກົນທີ່ມີຄວາມໝາຍສຳຄັນ, ທັງເປັນກາລະໂອກາດສຳຄັນເພື່ອໃຫ້ຫວຽດນາມເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນະຖາວອນລວມຂອງພາກພື້ນ ແລະ ໂລກ, ເປັນໂອກາດເພື່ອຢັ້ງຢຶນໃຫ້ເຫັນ ຫວຽດນາມແມ່ນ ປະເທດຮັກສັນຫອມຕິພາບ, ການປ່ຽນແປງໃໝ່, ເຊື່ອມໂຍງສາກົນຢ່າງເລິກເຊິ່ງກ້ວາງແຂວງ.

(ແຫຼ່ງຄັດຈາກ VOV)


top