ຄົ້ນພົບ

ຜົນງານສິ້ນເອກ ຂອງ ໂບດໄມ້ ກອນຕຸມ

ໃນແຜນທີ່ທ່ອງທ່ຽວ ບັນດາແຂວງ ໄຕງວຽນ, ມີທີ່ຢູ່ແຫ່ງໜຶ່ງ ຊຶ່ງ ນັກທ່ອງທ່ຽວ ບໍ່ຄ່ອຍເບິ່ງຂ້າມ, ນັ້ນແມ່ນໂບດໃຫຍ່ ກອນຕຸມ ມີ ອາຍຸກວ່າ 100 ປີ, ໂບດ ຖືກສ້າງດ້ວຍໄມ້ ທີ່ສວຍງາມ, ສົມໄດ້ ຈັດເຂົ້າໃນບັນຊີລາຍຊື່ ບັນດາ ຜົນການປະດິດແຕ່ງ ອັນລໍ້າຄ່າ ບັນດາກິດຈະການ ສະຖາປັດຕະຍະກຳ ກາໂຕລິກ ດ້ວຍໄມ້ ຢູ່ ຫວຽດນາມ ແລະ ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້.
ແຕ່ກາງສະຕະວັດທີ XIX, ເດີນຕາມບາດກ້າວ ຂອງ ບັນດານັກ ສອນສາສະໜາ ຕາເວັນຕົກ, ສາສະໜາ ກາໂຕລິກ ເລີ່ມປະກົດ ຕົວຢູ່ ໄຕງວຽນ, ໃນນັ້ນມີ ທັງ ກອນຕຸມ. ຕັ້ງແຕ່ເລີ່ມຕົ້ນ, ບັນດາ ສະຖານທີ່ບູຊາ ຢູ່ເຂດນີ້ ສ່ວນຫຼາຍ ມີຂະໜາດນ້ອຍ, ເຮັດດ້ວຍໄມ້, ຫຍ້າ, ໄມ້ໄຜ່... ຕໍ່ມາ, ເມື່ອຈຳນວນຜູ້ນັບຖືສາສະໜາ ນັບມື້ເພີ່ມຂຶ້ນ, ຄົນທັງຫຼາຍ ຈຶ່ງຄິດເຖິງເລື່ອງສ້າງໂບດໃຫຍ່, ໃນນັ້ນ ມີ ໂບດໄມ້ ກອນຕຸມ.

ອີງຕາມຂໍ້ມູນທາງປະຫວັດສາດ, ໂບດໄມ້ ກອນຕຸມ ໄດ້ ຄຸນພໍ່ ຫຼວງ Joseph Décrouille, ຜູ້ຄຸ້ມຄອງ ເຂດກາໂຕລິກ ກອນຕຸມ ໃຫ້ລົງມືກໍ່ສ້າງ ໃນກາງເດືອນ ມີນາ 1913 ແລະ ສໍາເລັດໃນຕົ້ນປີ 1918. ຜ່ານຄວາມຫຍຸ້ງຍາກນາໆ ປະການ, ບາງຄັ້ງຕ້ອງຢຸດ ເນື່ອງຈາກສົງຄາມໂລກຄັ້ງທີໜ່ຶງ ເກີດຂຶ້ນ. ກ່ອນໜ້ານັ້ນ, ເຂົາ ເຈົ້າ ຍັງຕ້ອງໃຊ້ເວລາ ກະກຽມເຖິງ 3 ປີ, ຈາກນັ້ນເລີ່ມຈ້າງຄົນງານສີມືດີ ເຂົ້າປ່າຕັດໄມ້ ແລ້ວໃຊ້ຊ້າງ ລາກອອກມາ, ຈາກນັ້ນສົ່ງຄົນໄປຍັງເຂດພື້ນທີ່ ກວ໊າງນາມ, ກວ໊າງຫງາຍ, ບິ່ງດິ້ງ... ຊອກຫາ ນາຍຊ່າງສີມືດີ ມາທໍາການກໍ່ສ້າງ.
 

ຄວາມສວຍງາມອັນເກົ່າແກ່ ແລະ ງຽບຂຶມຂອງໂບດໄມ້ກອນຕຸມ ມີ ອາຍຸກວ່າ 100 ປີ ຢູ່ ກອນຕຸມ. ພາບ: ແທງຮ່ວາ


ຫໍລະຄັງໂບດໄມ້ ກອນຕຸມ. ພາບ: ແທງຮ່ວາ


ພາບບັນຍາກາດທີ່ສະຫງົບສຸກຢູ່ ໃນພື້ນທີ່ໂບດໄມ້ ກອນຕຸມ. ພາບ: ແທງຮ່ວາ 


ແຖວລະບຽງກວ້າງ ແລະ ຍາວເປີດໄປສູ່ບໍລິເວນໂບດ. ພາບ: ແທງຮ່ວາ


ຫຼັງຄາດິນຂໍສູງ ແລະ ຄ້ອຍ ມີຮູບຊົງ ເຮືອນຣົງມູນເຊື້ອ ຂອງຊາວເຜົ່າ ບານາ ຢູ່ທ້ອງຖິ່ນ. ພາບ: ແທງຮ່ວາ
 

ຫຼັງຈາກຝົນຕົກລົມແດງມາເປັນເວລາຫຼາຍຮ້ອຍປີ, ໂບດໄມ້ຍັງຄົງຕົວ ແລະ ມີຄວາມງາມທີ່ເກົ່າແກ່ຂອງການເວລາ.  ພາບ: ແທງຮ່ວາ


ບັນດາລວດລາຍທີ່ໄດ້ຮັບການແກະສະຫຼັກທີ່ສວຍງາມ ຢູ່ປະຕູຫຼັກຂອງໂບດ. ພາບ: ແທງຮ່ວາ


ນັກທ່ອງທ່ຽວ ທໍາການຢ້ຽມຢາມ ແລະ ຖ່າຍຮູບ ທີ່ລະນຶກ ຢູ່ໂບດໄມ້ ກອນຕຸມ. ພາບ: ແທງຮ່ວາ


ພາບລວມຂອງໂບດເບິ່ງແຕ່ມູມສູງ. ພາບ: ຄວາເຈືອງ

ໂດຍລວມແລ້ວ, ໂບດ ຖືກອອກແບບ ຕາມສະຖາປັດຕະຍະກຳ ໂຣມັນ ປະສົມປະສານກັບ ແບບເຮືອນຮ້ານ ຂອງ ຊົນເຜົ່າ ບານາ. ນີ້ຖືວ່າ ແມ່ນຈຸດພົ້ນເດັ່ນ ຂອງ ການປະສົມປະສານ ລະຫວ່າງ ວັດທະນະທຳຕາເວັນຕົກ ແລະ ສີສັນປະຈໍາຊາດ ຂອງເຂດ ໄຕງວຽນ.

ເຫດຜົນທີ່ເອີ້ນວ່າ ໂບດໄມ້ ກໍ່ຍ້ອນວ່າ ວັດຖຸຕົ້ນຕໍ ທີ່ສ້າງ ໂບດ ແຫ່ງນີ້ ແມ່ນໄມ້ແຄນ, ເປັນໄມ້ທ່ີມີຄ່າ, ມີຫຼາຍຢູ່ໃນເຂດ ໄຕງວຽນ. ໂຄງສ້າງທັງໝົດ ນັບແຕ່ ເສົາ, ສີຍົວ ເຖິງ ພື້ນເຮືອນແມ່ນ ເຮັດດ້ວຍໄມ້ ແລະ ຕໍ່ເຂົ້າກັນ ຢ່າງປານີດ ໂດຍບໍ່ໃຊ້ ເຫຼັກຕະປູ. ເພດານ, ຝາ ແລະ ຝາກັ້ນ ແມ່ນຖືກ ໂບກ ດ້ວຍດິນດາກ ປະສົມ ກັບ ເຟືອງ ຕາມແບບເຮືອນມູນເຊື້ອ ຂອງ ຊາວພາກກາງ ຫວຽດນາມ, ຫາກບໍ່ມີເບຕົງເສີມເຫຼັກ ຫຼື ປູນໃດໆ.

ອະທິບາຍເຖິງເລື່ອງນີ້, ໃນບົດລາຍງານ ທີ່ສົ່ງໄປຍັງສະມາຄົມ ອົງກອນ ນິກາຍ ໂຣມັນ ກາໂຕລິກ ຕັ້ງຢູ່ນະຄອນ ຫຼວງປາຣີ ປະ ເທດຝຣັ່ງ, ຄຸ້ມຄອງສະເພາະນັກບວດ ຜູ້ເຜີຍແຜ່ສາສະໜາ ຢູ່ອາ ຊີ, ໃນນັ້ນມີ ຫວຽດນາມ ໃນປີ 1913, ໃນຕອນຕົ້ນການກໍ່ສ້າງໂບດ, ຄຸນພໍ່ຫຼວງ ຜູ້ຕາງໜ້າ ໜ່່ວຍຄຸ້ມຄອງສູງສຸດ ຂອງ ສັງຄະ ສະມາຄົມ ກາໂຕລິກ ຢູ່ທາງພາກໃຕ້ ຫວຽດນາມ  Grangeon ໄດ້ຂຽນວ່າ: “ບໍ່ສາມາດໃຊ້ຫີນ ຫຼື ດິນຈີ່ ສໍາລັບ ການກໍ່ສ້າງໄດ້, ພຽງແຕ່ ໃຊ້ໄມ້ ຈຶ່ງສາມາດສ້າງໄດ້ດ້ວຍ ຄຸນນະພາບສູງ ແລະ ນັກສະຖາປະນິກ ກ່າວວ່າ ໂບດ ຢູ່ເຂດ ຂອງຊົນເຜົ່າ ບານາ ນີ້ ມີຮູບຊົງ ຂອງຫໍທຳມະສະພາ ໂບດກາໂຕລິກ”.

ເບິ່ງຈາກພາຍນອກ, ກິດຈະກຳເປັນອາຄານທີ່ໃຫຍ່ສູງ, ງຽບຂຶມ ຊຶ່ງເດັ່ນຂຶ້ນ ດ້ວຍສີຊ້ໍາ ຍ້ອນເວລາ ຂອງໄມ້ ແລະ ກະເບື້ອງດິນຂໍ. ດ້ານໜ້າຂອງໂບດ ມີຫໍລະຄັງ 4 ຊັ້ນ ສູງ 24 ແມັດ ຢູ່ເຄິ່ງກາງ, ສ້າງຄວາມກົມກຽວ ແລະ ຄວາມສົມດູນ ໃຫ້ແກ່ກິດຈະກຳທັງໝົດ. ລະບຽງ 2 ຢູ່ສອງເບື້ອງກວ້າງ ແລະ ຍາວ, ຫຼັງຄາສູງ ແລະ ຊັນ ຄື ກັບຫຼັງຄາ ເຮືອນ ຣົງ ຂອງ ຊົນເຜົ່າ ບານາ ຖືກຄໍ້າດ້ວຍແຖວ ເສົາ ໄມ້ກົມ ທີ່ແໜ້ນໜາ.

ພາຍໃນຫໍທຳມະສະພາ ເບິ່ງຄືວ່າເປັນໂລກ ທີ່ແຕກຕ່າງກັນ ກັບ ໂຄງສ້າງເພດານໂຄ້ງທີ່ຍາວ, ສູງ, ປອດໂປ່ງ ແລະ ເຕັມໄປດ້ວຍ ແສງສະຫວ່າງ, ເຮັດໃຫ້ຜູ້ຊົມ ມີຄວາມຮູ້ສຶກ ຕື່ນຕະລຶງ ຕໍ່ ຄວາມ ໃຫຍ່ໂຕໂອ້ຖົງ ແລະ ງົດງາມຂອງມັນ.


ຄວາມ ໃຫຍ່ໂຕໂອ້ຖົງ ແລະ ງົດງາມຂອງໂບດໄມ້ ກອນຕຸມ. ພາບ: ແທງຮ່ວາ


ລະບົບເສົາໄມ້ອັນລ້ຳຄ່າ ຂອງໂບດໄມ້ ກອນຕຸມ. ພາບ: ແທງຮ່ວາ


ການປະສົມກົມກຽວ ແລະ ລະອຽດອ່ອນ ຂອງລະບົບເສົາຄຳ້ ແລະ ປ່ອງຢ້ຽມໂຄ້ງ. ພາບ: ແທງຮ່ວາ


ເລື່ອງໃນຄຳພີ ຄິຼດສະຕຽນ ທີ່ໄດ້ຕົກແຕ່ງ ຢູ່ເທິງປ່ອງຢ້ຽມແກ້ວສີອັນງົດງາມ. ພາບ: ແທງຮ່ວາ

ຄວາມງາມຂອງປ່ອງຢ້ຽມທີ່ເຮັດດ້ວຍແກ້ວສີສະແດງໃຫ້ເຫັນພາບຊີວິດຂອງຊາວ ໄຕງວຽນໃນສະໄໝກ່ອນ. ພາບ: ແທງຮ່ວາ


ຫໍທຳມະສະພາ ໄດ້ຮັບການອອກແບບຢ່າງງົດງາມ ແລະ ງຽບຂຶມ. ພາບ: ແທງຮ່ວາ


ຮູບປັ້ນຂອງເຈົ້າແມ່ ມາຣີອາ ແລະ ພະເຢຊູ ຢູ່ຫໍທຳມະສະພາຂອງໂບດ. ພາບ: ແທງຮ່ວາ


ຮູບປັ້ນ ຈັດລຽງຢູ່ໃນຫໍທຳມະສະພາ. ພາບ: ແທງຮ່ວາ


ຮູບພາບຂອງຄຸນພໍ່ Etienne-Théodore Cuénot ເຖ (1802-1861), ຄຸນພໍ່ຫຼວງຊາວ ຝຣັ່ງ, ຜູ້ທີ່ເຄີຍດຳລົງ ຕຳແໜ່ງເປັນຄຸນພໍ່ຫຼວງ ໂບດກາໂຕລິກຢູ່ ຫວຽດນາມ,
ຜູ້ທີ່ເປີດໃຈໃຫ້ວົງຄະນາຍາດ ກອນຕູມ. ພາບ: ແທງຮ່ວາ



ບັນດາຂາງຂື່ໄມ້ທີ່ຖືກອອກແບບຢ່າງເປັນເອກະລັກ ຮອງຮັບໃຫ້ສ່ວນຫຼັງຄາໂຄ້ງຫຼັກຂອງຫໍທຳມະສະພາ. ພາບ: ແທງຮ່ວາ


ໂບດແມ່ນທີ່ຢູ່ທາງສາສະໜາທີ່ສຳຄັນຂອງຊາວ ກາໂຕລິກໃນແຂວງ ກອນຕຸມ. ພາບ: ແທງຮ່ວາ


ວົງຄ້ອງຂອງໂບດໄມ້ ກອນຕຸມ. ພາບ: ແທງຮ່ວາ
 
ບັນດາແຖວເສົາ ສູງ 12 ແມັດ ຖືກຕັ້ງໄວ້ຢ່າງແໜ້ນໜາ ຢູ່ເທິງ ຖານຫີນ ເພື່ອຄ້ຳສ່ວນເພດານໂຄ້ງທັງໝົດ ຢູ່ກາງ ແລະ ເພດານ ສອງລະບຽງ ບໍ່ພຽງແຕ່ ສ້າງຄວາມ ໃຫຍ່ໂຕໂອ້ຖົງ ໃຫ້ ກິດຈະກຳ ເທົ່ານັ້ນ, ແຕ່ຍັງສ້າງຄວາມຮູ້ສຶກ ພື້ນທີ່ ຖືກເປີດກວ້າງ ຢູ່ທົ່ວທຸກ ທິດອີກດ້ວຍ. ໂດຍສະເພາະ, ລະບົບສີຍົວໄມ້ ຮູບໂຄ້ງ ແລະ ຖັນ ແຖວເສົານ້ອຍໆ ຢູ່ດ້ານເທິງ ໄດ້ຮັບການເຊື່ອມຕໍ່ກັນ ຢ່າງແນບ ນຽນ ແລະ ສະເໜ່ອ່ອນໂຍນ, ເຮັດໃຫ້ດ້ານເທິງ ຂອງ ຫໍທຳມະ ສະພາ ມີຄວາມໃຫຍ່ໂຕໂອ້ຖົງ ແລະ ສະຫງ່າງາມຍິ່ງຂຶ້ນ. ຢູ່ທັງ ສອງເບື້ອງຫໍທຳມະສະພາ, ຜ່ານຊັ້ນ ແສງສະຫວ່າງ ທໍາມະຊາດ, ບັນດາປ່ອງຢ້ຽມແກ້ວສີ ແບບ vitraux ທີ່ມີຮູບແຕ້ມ ຂອງ ເລື່ອງ ໃນຄຳພີ ຄິຼດສະຕຽນ ປາກົດຂຶ້ນ ເປັນເງົາ ຢ່າງມີຊີວິດຊີວາ.

ເມື່ອເບິ່ງຂຶ້ນຈາກບ່ອນນັ່ງ ຂອງ ສາວົກ ຈະເຫັນ ຫໍທຳມະສະພາ ໄດ້ ຮັບການອອກແບບ ເໝືອນດັ່ງເວທີຟູ ຮູບໂຄ້ງ ທີ່ສວຍງາມ ຊຶ່ງສ້າງ ຄວາມຮູ້ສຶກ ເຄັ່ງຂຶມ ຂອງ ສະຖານທີ່ສັກສິດ.

ອາດເວົ້າໄດ້ວ່າ, ທຸກລາຍລະອຽດ ຂອງການອອກແບບ, ແກະສະ ຫຼັກ, ການຕົກແຕ່ງ, ວາງສີ... ຂອງໂບດ ລ້ວນແຕ່ມີຄວາມລະອຽດ ແນບນຽນທີ່ສຸດ, ຢືນຢັນໃຫ້ເຫັນ ລະດັບຄວາມຊຳນານງານ ຂອງນາຍຊ່າງ ສະໄໝເກົ່າ. ມີລາຍລະອຽດທີ່ຫນ້າສົນໃຈທີ່ສຸດ ຊຶ່ງສະແດງໃຫ້ເຫັນວ່າ ນັກສິລະປິນໃນເວລານັ້ນ ມີຄວາມຊໍານິຊໍານານ ແລະ ລະອຽດອ່ອນທີ່ສຸດ ເມື່ອໄດ້ວາງຮູບແກ້ວສີ ຮູບວົງກົມໃຫຍ່ທີ່ສຸດ ຢູ່ຈຸດໃຈກາງ ຂອງ ຫໍທຳມະສະພາ, ຂ້າງເທິງຂອງປະຕູໃຫຍ່, ກົງກັນຂ້າມ ກັບວັງພະອໍລະຫັນ ເພື່ອຮັບແສງ ທັງເພື່ອການຕົກແຕ່ງ ຄືສັນຍະລັກຂອງດວງຕາເວັນ ສ່ອງເຂົ້າພາຍໃນ. ຖ້າຢືນຢູ່ຂ້າງນອກ, ມັນເປັນການຍາກ ທີ່ຈະນຶກພາບໄດ້ວ່າ ຄົນບູຮານແຕ້ມຮູບແກ້ວແນວໃດ. ແຕ່ຢູ່ພາຍໃນ, ຜ່ານແສງສະທ້ອນຈະເຫັນພາບທີ່ປະກົດຕົວ ຢ່າງສົດໃສ ແລະ ສວຍງາມ ດ້ວຍບັນດາຮູບ ພາບ ກ່ຽວກັບ ການດຳລົງຊີວິດ ທີ່ເຕັມໄປດ້ວຍ ຄວາມມີຊີວິດຊີ ວາ ຂອງປະຊາຊົນ ໄຕງວຽນ ໃນສະໄໝບູຮານ ດ້ວຍພາບທິວທັດໝູ່ບ້ານ, ເຮືອນຣົງ, ຊ້າງລາກໄມ້, ແມ່ນ້ຳລຳເຊ, ພູຜາປ່າໄມ້ທີ່ ກວ້າງໃຫຍ່ໄພສານ ແລະ ສວຍສົດງົດງາມ...

ເວົ້າເຖິງຄວາມງາມຂອງ ໂບດແຫ່ງນີ້, ຄຸນພໍ່ຫຼວງ Jeanningros, ຜູ້ທີ່ໄດ້ເປີດໂບດໄມ້ ກອນຕຸມ, ໃນຈົດໝາຍຝາກ ເຖິງ ສະມາຄົມ ອົງກອນ ນິກາຍ ໂຣມັນ ກາໂຕລິກ ປາຣີ ປີ 1918 ໄດ້ມີຕອນໜຶ່ງ ຂຽນວ່າ: “ນີ້ແມ່ນຕຶກ ອາຄານທີ່ກວ້າງຂວາງ ແລະ ລ້ຳຄ່າ, ຖືກ ສ້າງດ້ວຍໄມ້ ທີ່ມີຄ່າ... ແທນທີ່ໂບດ ສ້າງດ້ວຍໄມ້ໄຜ່ເກົ່າ ທີ່ຖືກ ໄຟໄໝ້ ເມື່ອ 7 ປີ ກ່ອນ ດ້ວຍໂບດ ທີ່ສວຍງາມແຫ່ງນີ້".

ຜ່ານການເວລາກວ່າ 100 ປີ, ໂບດໄມ້ ກອນຕຸມ ຍັງຍືນຍົງຄົງຢູ່ ກັບວັນເວລາ ແລະ ເບິ່ງຄືວ່າ ຈະນັບມື້ນັບສວຍງາມ ຍິ່ງຂຶ້ນ ຍ້ອນຄວາມສວຍງາມອັນເກົ່າແກ່ ແລະ ຫາຍາກ ຂອງມັນ. ທຸກວັນນີ້, ມາຮອດເຂດພູດອຍ ກອນຕຸມ, ຢ້ຽມຊົມ ໂບດໄມ້ ກອນຕຸມ, ນັກ ທ່ອງທ່ຽວ ບໍ່ພຽງແຕ່ໄດ້ຮູ້ ກ່ຽວກັບ ປະຫວັດຄວາມເປັນມາ ຂອງ ໂບດໃຫຍ່ ກອນຕຸມ, ເຊິ່ງເປັນໜຶ່ງ ໃນ 27 ເຂດສາສະໜາ ກາໂຕ ລິກ ໂຣມັນ ຢູ່ ຫວຽດນາມ ແລະ ແມ່ນເຂດສາສະໜາ ເກົ່າແກ່ທີ່ ສຸດຢູ່ເຂດ ໄຕງວຽນ ເທົ່ານັ້ນ, ແຕ່ຍັງ ໄດ້ຊື່ນຊົມ ໜ່ຶງໃນ ຜົນການ ປະດິດແຕ່ງ ອັນລໍ້າຄ່າ ດ້ວຍໄມ້ ກ່ຽວກັບ ກິດຈະການ ສະຖາປັດ ຕະຍະກຳ ກາໂຕລິກ ຢູ່ ຫວຽດນາມ  ກໍຄືພາກພື້ນ ອາຊີຕາເວັນ ອອກສ່ຽງໃຕ້ ອີກດ້ວຍ.
ບົດ ແລະ ພາບ: ແທງຮ່ວາ - ແປໂດຍ: ບິກລຽນ

top