ຂ່າວສານ

ຜົນງານດ້ານເສດຖະກິດຂອງຫວຽດນາມ ໃນປີ 2018 ພາຍໃຕ້ມູມມອງຂອງນັກຊ່ຽວຊານ

      ປີ 2018, ເສດຖະກິດຫວຽດນາມ ບັນລຸໄດ້ຜົນງານທີ່ພົ້ນເດ່ັ່ນຫຼາຍຢ່າງ. ຈຸດພົ້ນເດັ່ນທີ່ສຸດ ແມ່ນຕົວເລກເຕີບໂຕເສດຖະກິດຄາດວ່າຈະບັນລຸ 7%. ນີ້ແມ່ນລະດັບເຕີບໂຕສູງທີ່ສຸດໃນຮອບ 10 ປີ ຜ່ານມາ ນັບແຕ່ເກີດວິກິດການເສດຖະກິດໂລກ ເມື່ອປີ 2008. ບັນລຸໄດ້ບັນດາຜົນງານເຫຼົ່ານັ້ນ ແມ່ນຍ້ອນການຜັນປ່ຽນຢ່າງຄົບຊຸດຂອງຫຼາຍປັດໄຈ.
            ເສດຖະກິດຫວຽດນາມ ປີ 2018 ມີຄວາມດຸນດ່ຽງລະຫວ່າງຄວາມສະຖຽນລະພາບ ແລະ ການເຕີບໂຕ, ໃນນັ້ນສະຖຽນລະພາບ ແມ່ນສິ່ງທີ່ເຫັນແຈ້ງກວ່າໝູ່. ໂຄງປະກອບພື້ນຖານເສດຖະກິດ ເລີ່ມມີການຫັນປ່ຽນຢ່າງຕັ້ງໜ້າ. ຄຸນນະພາບການເຕີບໂຕຂອງຂະແໜງກະສິກໍາແມ່ນດີຂຶ້ນຢ່າງແທ້ຈິງ. ການບໍລິການ, ການທ່ອງທ່ຽວ ກໍໄດ້ຮັບການຍູ້ແຮງ. ຂົງເຂດອຸດສາຫະກໍາ, ຂຸດຄົ້ນແຮ່ທາດ ເຖິງວ່າຍັງບໍ່ທັນໄດ້ດີຄືດັ່ງຄາດໝາຍກໍຕາມ, ແຕ່ກໍມີການເໜັງຕີງ. ນອກນັ້ນ ການເຕີບໂຕຂອງຂະແໜງອຸດສາຫະກໍາ, ພິເສດແມ່ນອຸດສາຫະກໍາປຸງແຕ່ງ. ທ່ານ ຫງວຽນດິ່ງກຸງ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ແລະ ຄຸ້ມຄອງສູນກາງ ຕີລາຄາວ່າ:
        ດ້ວຍບັນດາປັດໄຈດັ່ງກ່າວ ອາດຈະເຫັນໄດ້ວ່າ ຮູບແບບການເຕີບໂຕໄດ້ມີການປ່ຽນແປງ. ການເຕີບໂຕບໍ່ຂຶ້ນກັບການຂຸດຄົ້ນແຮ່ທາດ, ບໍ່ເອື່ອຍອີງກັບການເປີດກວ້າງການສະໜອງເງິນຕາ ຫາກການເຕີບໂຕແມ່ນຂຶ້ນກັບຝ່າຍສະໜອງຂອງພື້ນຖານເສດຖະກິດ ແລະ ການເຕີບໂຕຂຶ້ນກັບການເພີ່ມສະມັດຕະພາບ ແລະ ປະສິດທິຜົນໃນການນໍາໃຊ້ຊັບພະຍາກອນມະນຸດເປັນສ່ວນຫຼາຍ“.

ທ່ານ ຫງວຽນດິ່ງກຸງ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ແລະ ຄຸ້ມຄອງສູນກາງ (ພາບ:cafe.vn)
      ປັດໄຈສໍາຄັນ ທີ່ໜູນຊ່ວຍການເຕີບໂຕເສດຖະກິດ ປີ 2018 ນັ້ນແມ່ນ ພື້ນຖານການເງິນສືບຕໍ່ໄດ້ຮັບການປັບປຸງ. ການສະໜອງທຶນຂອງຕະຫຼາດການເງິນມີການຜັນປ່ຽນຢ່າງຕັ້ງໜ້າຕາມທິດຫຼຸດຜ່ອນການເອື່ອຍອີງຂົງເຂດທະນາຄານ ແລະ ເພີ່ມທະວີບົດບາດຂອງຕະຫຼາດທຶນຮອນ. ການສະໜອງທຶນ ຈາກຂົງເຂດທະນາຄານຫຼຸດລົງ ແຕ່ມີີປະສິດທິຜົນ ແລະ ມີຄຸນນະພາບກວ່າ. ຕະຫຼາດຫຼັກຊັບເຕີບໂຕຢ່າງກະໂດດຂັ້ນ ກ່ຽວກັບຂອບຂະໜາດ ດ້ວຍຍອດມູນຄ່າໃບຫຸ້ນບັນລຸເຖິງ 75% GDP, ລື່ນກາຍຄາດໝາຍທີ່ໄດ້ວາງອອກ. ທ່ານ ຫງວຽນຈີ໊ຫ໊ຽວ ນັກຊ່ຽວຊານດ້ານເສດຖະກິດ ຕີລາຄາວ່າ:
        ລັດຖະບານໄດ້ປະສົບຜົນສໍາເລັດໃນການນໍາພື້ນຖານເສດຖະກິດ ຫວຽດນາມ ພັດທະນາເປັນປົກກະຕິ. ທະນາຄານແຫ່ງລັດ ໄດ້ປະສົບຜົນສໍາເລັດ ໃນການໜູນຊ່ວຍລັດຖະບານຄວບຄຸມໄພເງິນເຟີ້ຢູ່ລະດັບຕໍ່າກວ່າ 4% ແລະ ໜູນຊ່ວຍລັດຖະບານໃນບັນດານະໂຍບາຍທັງໝົດຄື ນະໂຍບບາຍເງິນຕາ, ນະໂຍບາຍສິນເຊື່ອ, ນະໂຍບາຍດອກເບ້ຍ, ນະໂຍບາຍອັດຕາແລກປ່ຽນເງິນຕາ ເພື່ອໃຫ້ພວກເຮົາມີລະດັບການເຕີບໂຕທີ່ເປັນໜ້າປະທັບໃຈ
        ເພື່ອສ້າງທ່ວງທ່າໃຫ້ເສດຖະກິດ ປີ 2018 ພັດທະນານັ້ນ, ໜຶ່ງໃນບັນດາຈຸດຕັ້ງໜ້າຂອງຫວຽດນາມ ແມ່ນການປ່ຽນແປງລະບອບນະໂຍບາຍ ດ້ວຍບັນດາການປະຕິຮູບຢ່າງແຮງ. ລັດຖະບານມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ, ຊ່ວຍຫຼຸດຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ. ວິສາຫະກິດເອກະຊົນມີທ່າອ່ຽງບືນຕົວຂຶ້ນ, ນັບມື້ນັບສວມບົດບາດສໍາຄັນໃນການພັດທະນາເສດຖະກິດ. ທ່ານຫງວຽນເຈື່ອງຢາງ ຜູ້ອໍານວຍການບໍລິສັດ Sky soft ຕີລາຄາວ່າ:
        ເລື່ອງຈົດທະບຽນດໍາເນີນທຸລະກິດໃຫ້ບັນດາວິສາຫະກິດ ແມ່ນມີຄວາມສະດວກກວ່າກອ່ນນີ້ຫຼາຍ. ອັດຕາວິສາຫະກິດສ້າງຕັ້ງໃໝ່ມີດັດສະນີທີ່ດີ ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຄວາມສະດວກໃນນະໂຍບາຍ ໄດ້ສົ່ງເສີມ Start up  ນັບມື້ນັບເພີ່ມຂຶ້ນ”.
        ຈຸດພົ້ນເດັ່ນສໍາຄັນທີ່ສຸດເພື່ອບັນລຸໄດ້ບັນດາຜົນງານດ້ານເສດຖະກິດໃນປີີ 2018 ແມ່ນລັດຖະບານໄດ້ເລືອກເຟັ້ນຄວາມສະຖຽນລະພາບຂອງເສດຖະກິດມະຫາພາກ, ຄວາມ ສະຖຽນລະພາບຂອງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ ແທນທີ່ຄວາມພະຍາຍາມໃນການເຮັດໃຫ້ເສດຖະກິດເຕີບໂຕສູງທີ່ສຸດ ເທົ່າທີ່ສູງໄດ້. ທ່ານ ຫງວຽນແອັງເຢືອງ ຫົວໜ້າຄະນະນະໂຍບາຍເສດຖະກິດມະຫາພາກຂອງສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ ຖືວ່າ:
        ກ່ອນທີ່ຈະກ້າວເຂົ້າສູ່ໄຕມາດທີ 3 ພວກເຮົາມີຄວາມວິຕົກກັງວົນກ່ຽວກັບການຜັນແປຂອງການເຕີບໂຕ ຄື ການຫຼຸດໜ້ອຍຖອຍລົງລະຫວ່າງບັນດາໄຕມາດ ຫຼື ສະພາບແວດລ້ອມຈາກພາຍນອກ ແຕ່ໃນສະພາບການດັ່ງກ່າວ ກໍາລັງແຮງໃນການປະດິດຄິດສ້າງ ແລະ ຄວາມໄຫວພິບຂອງຫວຽດນາມ ກໍໄດ້ເສີມຂະຫຍາຍຄຸນປະໂຫຍດບໍ່ຫຼາຍກໍໜ້ອຍ. ຫວຽດນາມ ຍັງຄົງຢັ້ງຢືນວ່າ ຈະບຸລິມະສິດຄວາມສະຖຽນລະພາບຂອງເສດຖະກິດມະຫາພາກ ແລະ ນີ້ແມ່ນເງື່ອນໄຂສໍາຄັນ ເພື່ອໃຫ້ບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ ສືບຕໍ່ບັນດາການເຄື່ອນໄຫວລົງທຶນຂອງຕົນ. ພວກເຮົາສາມາດເຫັນໄດ້ວ່າ ບັນດານັກລົງທຶນຕ່າງປະເທດ ຍັງຄົງມີຄວາມສົນໃຈເຖິງຕະຫຼາດຫວຽດນາມ. ຈໍານວນນັກລົງທຶນພາກເອກະຊົນພາຍໃນປະເທດ ເພີ່ມຂ້ຶນຫຼາຍທີ່ສຸດໃນບັນດາພາກສ່ວນເສດຖະກິດ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນວິສາຫະກິດພາກເອກະຊົນ ເມື່ອໄດ້ຮັບການເອື້ອອໍານວຍຄວາມສະດວກ ແລະມີຄວາມໄວ້ເນື້ອເຊື່ອໃຈ ແມ່ນຈະເສີມຂະຫຍາຍໄດ້ພະລັງຊີວິດຂອງຕົນ.
        ປີ 2018 ສິ້ນສຸດລົງ ດ້ວຍຜົນງານໃນການພັດທະນາເສດຖະກິດຫຼາຍຢ່າງທີ່ໜ້າປະທັບ. ນີ້ແມ່ນກໍາລັງໜູນ, ແມ່ນການກະຕຸກຊຸກຍູ້ ແລະ ກໍແມ່ນບົດຮຽນເພື່ອໃຫ້ ຫວຽດນາມ ພັດທະນາຢ່າງມີສະຖຽນລະພາບ ແລະ ພົ້ນເດັ່ນກວ່າ ໃນປີ 2019.
 (ແຫຼ່ງຄັດຈາກ VOV)


top