ຂ່າວສານ

ຜົນງານການຮ່ວມມືລະຫວ່າງຫວຽດນາມ-ອາເມລິກາໃນການແກ້ໄຂມົນລະພິດດີໂອຊິນ

ມາຮອດປະຈຸບັນ, ໂຄງການໄດ້ແກ້ໄຂເນື້ອທີ່ດິນຖືກມົນລະພິດດີໂອຊິນເກີນກຳນົດມາດຕະຖານເກືອບ 1.200 ແມັດກ້ອນ ນຳເຂົ້າເຂດແກ້ໄຂ.
ມາຮອດປະຈຸບັນ, ໂຄງການໄດ້ແກ້ໄຂເນື້ອທີ່ດິນຖືກມົນລະພິດດີໂອຊິນເກີນກຳນົດມາດຕະຖານເກືອບ 1.200 ແມັດກ້ອນ. (ພາບປະກອບ: TTXVN)

ໃນຂອບເຂດການຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ, ໂຄງການແກ້ໄຂມົນລະພິດດີໂອຊິນຢູ່ສະໜາມບິນ ບຽນຮ່ວາ, ແຂວງ ດົ່ງນາຍ, ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການໃນທ້າຍປີ 2019. ມາຮອດປະຈຸບັນ, ໂຄງການໄດ້ແກ້ໄຂເນື້ອທີ່ດິນຖືກມົນລະພິດດີໂອຊິນເກີນກຳນົດມາດຕະຖານເກືອບ 1.200 ແມັດກ້ອນ ນຳເຂົ້າເຂດແກ້ໄຂ. ມາຮອດປະຈຸບັນ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ສືບຕໍ່ມອບເນື້ອທີ່ດິນເຂດຖືກມົນລະພິດຢູ່ສະໜາມບິນ ບຽນຮ່ວາ (ດ້ວຍເນື້ອທີ່ກວ່າ 7 ເຮັກຕາ) ເພື່ອໃຫ້ບັນດາອົງການພັດທະນາສາກົນອາເມລິກາ ດຳເນີນການແກ້ໄຂມົນລະພິດ. ທ່ານພົນໂທ ຫງວຽນຈິ໊ວິ້ງ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢືນຢັນວ່າ: ເລື່ອງແກ້ໄຂມົນລະພິດດີໂອຊິນ ຢູ່ສະໜາມບິນ ບຽນຮ່ວາ ໄດ້ສ້າງປະຖົມປັດໃຈທີ່ດີເພື່ອໃຫ້ຫວຽດນາມ ແລະ ອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກມົນລະພິດດີໂອຊິນຢູ່ຫວຽດນາມ.

ໂຄງການນີ້ມີຍອດຈຳນວນເງິນກວ່າ 390 ລ້ານ USD, ເຊິ່ງໄດ້ຮັບການປະຕິບັດໃນເວລາ 10 ປີ.

(ແຫຼ່ງຄັດຈາກ VOV)


top