ຂ່າວສານ

ຜົນການວິໄຈ ແຢນ ຂອງບັນດາກໍລະນີຕິດເຊື້ອໂຄວິດ - 19 ຢູ່ ແຂວງ ຫວິງຝຸກ ແມ່ນ ໄວຣັດສາຍພັນໃໝ່ຢູ່ ອິນເດຍ

      ບັນດາຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ - 19 ຢູ່ ແຂວງ ຫວິງຝູກ ແມ່ນໄວຣັດສາຍພັນໃໝ່ ຢູ່ ອິນເດຍ. 
(ພາບປະກອບ: vov.vn)
      ວັນທີ 4 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຜົນການວິໄຈ ແຢນ ຂອງບັນດາກໍລະນີຕິດເຊື້ອໂຄວິດ - 19 ໃໝ່ ໂດຍສະຖາບັນອະນາໄມລະບາດວິທະຍາສູນກາງປະຕິບັດ ໄດ້ຊີ້ໃຫ້ເຫັນວ່າ ບັນດາຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ - 19 ຢູ່ ແຂວງ ຫວິງຝູກ ແມ່ນໄວຣັດສາຍພັນໃໝ່ ຢູ່ ອິນເດຍ. ຢູ່ແຂວງ ຮ່ານາມ, ຮຶງອຽນ, ຮ່າຕິງ ລ້ວນແຕ່ໃຫ້ໝາກຜົນວ່າແມ່ນໄວຣັດສາຍພັນໃໝ່ຢູ່ ອັງກິດ. ການວິໄຈ ແຢນຂອງຜູ້ຫາກໍ່ຕິດເຊື້ອໂຄວິດ - 19 ນີ້ ຈະຊ່ວຍໃຫ້ອົງການມີໜ້າທີ່ສາມາດຕີລາຄາໄດ້ລະດັບຄວາມສ່ຽງ, ຈາກນັ້ນ ມີມາດຕະການສະກັດກັ້ນ, ປ້ອງກັນ ແລະ ຕ້ານໂລກລະບາດໃຫ້ເໝາະສົມ.
 (ແຫຼ່ງຄັດຈາກ VOV)


top