ຂ່າວສານ

ຜູ້​ແທນ​ຫວຽດ​ນາມ ແລະ ສາ​ກົນ ປະ​ມານ 400 ຄົນ ເຂົ້າ​ຮ່ວມ​ການ​ຂີ່​ລົດ​ຖີບ​ມິດ​ຕະ​ພາບ ເພື່ອ​ນະ​ຄອນ​ຮ່າ​ໂນ້ຍ ຂຽວ​ປີ 2020

ເນື່ອງໃນໂອກາດສະເຫຼີມສະຫຼອງ 1010 ປີ ແຫ່ງວັນ ແທັງລອງ - ຮ່າໂນ້ຍ ແລະ ຄ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງຮ່າໂນ້ຍ ຄັ້ງທີ 17 ສະໄໝ 2020 – 2025, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍໄດ້ຈັດການເຄື່ອນໄຫວຂີ່ລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍຂຽນປີ 2020 ໃນຕອນເຊົ້າວັນທີ 4 ຕຸລາ.

ຜູ້ແທນຫວຽດນາມ ແລະ ສາກົນ ປະມານ 400 ຄົນ ເຂົ້າຮ່ວມການຂີ່ລົດຖີບມິດຕະພາບ ເພື່ອນະຄອນຮ່າໂນ້ຍ ຂຽວປີ 2020  (ພາບ:hanoimoi.com)

ລາຍການໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ ຫວຽດນາມ ແລະ ສາກົນ ປະມານ 400 ຄົນ. ໃນນັ້ນ ມີຫຼາຍກວ່າ 260 ຄົນ ແມ່ນຊາວຕ່າງປະເທດທີ່ມາຈາກຫຼາຍກວ່າ 30 ສະຖານທູດ ແລະ ບັນດາອົງການສາກົນປະຈຳ ຮ່າໂນ້ຍ, ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວອີກ 15 ທ່ານກໍໄດ້ເຂົ້າຮ່ວມ. ເຂົ້າຮ່ວມລາຍການດັ່ງກ່າວ  ທ່ານເອກອັກຄະລັດຖະທູດ ປາແລັດສະຕິນ ປະຈຳ ຫວຽດນາມ Saadi Salama ຫົວໜ້າຄະນະທຸຕານຸທູດ ໄດ້ຕີລາຄາສູງແນວຄວາມຄິດຂອງສະຫະພັນບັນດາອົງການມິດຕະພາບປະຈຳຮ່າໂນ້ຍໃນການຈັດການເຄື່ອນໄຫວຂີ່ລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍຂຽວ, ແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ສົ່ງເສີມປະຊາຊົນຂີ້ລົດຖີບ ແລະ ຍານພາຫະນະໄປມາບໍ່ປ່ອຍສານພິດ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

top