ຂ່າວສານ

ຜູ້​ອຳ​ນວຍ​ການ​ສູນ​ມໍ​ລະ​ດົກ​ໂລກ​ຂອງ UNESCO ຢ້ຽມ​ຢາມ​ອ່າວ ຮະ​ລອງ

ວັນທີ 23 ພຶດສະພາ, ທ່ານ Lazare Eloundou Assomo ຜູ້ອຳນວຍການສູນມໍລະດົກໂລກຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ ໄດ້ມີການສຳຫຼວດຕົວຈິງຢູ່ມໍລະດົກທຳມະຊາດໂລກ ອ່າວ ຮະລອງ - ເກາະ ກາດບ່າ ແລະ ເຮັດວຽກກັບແຂວງ ກວາງນິງ.
  ຜູ້ອຳນວຍການສູນມໍລະດົກໂລກ Lazare Eloundou Assomo ແລະ ການນຳແຂວງ ກວາງນິງ ແລກປ່ຽນກັນກ່ຽວກັບມາດຕະການອະນຸລັກຮັກສາມໍລະດົກ (ພາບ: baoquangninh.vn)  
ໃນການສຳຫຼວດຕົວຈິງຢູ່ອ່າວ ຮະລອງ, ຜູ້ອຳນວຍການສູນມໍລະດົກໂລກ  Lazare Eloundou Assomo ຕີລາຄາສູງບັນດາຄວາມມານະພະຍາຍາມແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມ, ວຽກງານຄຸ້ມຄອງ, ອະນຸລັກຮັກສາມໍລະດົກຂອງແຂວງ ກວາງນິງ. ທ່ານ Lazare Eloundou Assomo ຖືວ່າ ບັນດາມາດຕະການ, ວິທີເຮັດຂອງແຂວງ ກວາງນິງ ໃນການຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກ ອ່າວ ຮະລອງ ແບບຍືນຍົງນັ້ນ ແມ່ນຕົວຢາງທີ່ພົ້ນເດັ່ນເຊິ່ງບັນດາທ້ອງຖິ່ນ ແລະ ປະເທດອື່ນອາດຈະທາບທາມ. ຜູ້ອຳນວຍການສູນມໍລະດົກໂລກ UNESCO ໃຫ້ຄໍາໝັ້ນສັນຍາ ຈະມານະພະຍາຍາມ ເພື່ອພ້ອມກັບ ກວາງນິງ ຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກຂອງ ກວາງນິງ ແລະ ຫວຽດນາມ.

top