ຂ່າວສານ

ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຂອງ​ນະ​ຄອນ​ໂຮ່​ຈີ​ມິນກວ່າ 4.500 ຄົນ​ໄດ້​ເລືອກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ

ນະຄອນໂຮ່ຈີມິນ ແມ່ນໜຶ່ງໃນບັນດາສະຖານທີ່ທຳອິດໃນທົ່ວປະເທດທີ່ໄດ້ຈັດການເລືອກຕັ້ງກ່ອນເວລາກຳນົດການເລືອກຕັ້ງທົ່ວປະເທດເຊິ່ງແມ່ນ ວັນທີ 15 ມີນາ.
ທ່ານ ຮວ່າງງວຽນຢິງ ຮອງປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ແນະນຳພະນັກງານ, ນັກຮົບ ກອງພົນ 129 ວຽກງານຈັດຕັ້ງຫ້ອງປ່ອນບັດເລືອກຕັ້ງ (ພາບ: VOV)
ຍ້ອນຈຸດພິເສດຂອງວຽກງານ ທີ່ຕ້ອງໄປເຮັດວຽກຢູ່ທະເລໃນໄລຍະຍາວ ດັ່ງນັ້ນຜູ້ມີສິດເລືອກຕັ້ງ ນະຄອນໂຮ່ຈີມິນ ກວ່າ 4.500 ຄົນ ທີ່ປະຕິບັດວຽກງານໃນກອງທັບ, ນ້ຳມັນອາຍແກັດ ໄດ້ເລີ່ມປ່ອນບັດກ່ອນເວລາກຳນົດແຕ່ຕອນເຊົ້າວັນທີ 26 ກຸມພາ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນອາຍຸການ 2026 – 2031. ບັນດາຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ 4 ເຂດປ່ອນບັດຂຶ້ນກັບບັນດາຕາແສງ ເຟືອກທັ້ງ, ຕາມທັ້ງ ແລະ ລອງເຊີນ (ເຂດບ່າເຣ້ຍ - ຫວູງເຕົ່າເກົ່າ). ນະຄອນໂຮ່ຈີມິນ ແມ່ນໜຶ່ງໃນບັນດາສະຖານທີ່ທຳອິດໃນທົ່ວປະເທດທີ່ໄດ້ຈັດການເລືອກຕັ້ງກ່ອນເວລາກຳນົດການເລືອກຕັ້ງທົ່ວປະເທດເຊິ່ງແມ່ນ ວັນທີ 15 ມີນາ. ບົນພື້ນຖານຄຳເຫັນຂອງສະພາເລືອກຕັ້ງແຫ່ງຊາດ, ຄະນະກຳມະການເລືອກຕັ້ງ ນະຄອນໂຮ່ຈີມິນ ໄດ້ດຳເນີນບັນດາຂັ້ນຕອນເພື່ອກະກຽມການເລືອກຕັ້ງກ່ອນເວລາກຳນົດ ຢູ່ 4 ເຂດປ່ອນບັດ, ຮັບປະກັນການເລືອກຕັ້ງໄດ້ດຳເນີນຖືກຕ້ອງຕາມຂໍ້ກຳນົດ, ຮັບປະກັນບັນດາຂັ້ນຕອນ, ລະບຽບການຕາມກົດໝາຍກຳນົດ, ຮັບປະກັນການດຳເນີນການຂົນຂວາຍເລືອກຕັ້ງຂອງຜູ້ສະໝັກຮັບເລືອກຕັ້ງ ແລະ ສິດເລືອກຕັ້ງຂອງຜູ້ມີສິດເລືອກຕັ້ງ.

top