ຂ່າວສານ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕີ​ລາ​ຄາ​ສູງ​ຕໍ່​ການ​ບໍ​ລິ​ຫານ​​ດ້ານ​ເສດ​ຖະ​ກິດ​ສ​ັງ​ຄົມຂອງ​ລັດ​ຖະ​ບານ

ໃນ 2 ປີທີ່ຖືກພະຍາດໂຄວິດ - 19 ນັ້ນ, ກໍ່ຄື ເວລາທີ່ເປີດປະຕູເພື່ອຟື້ນຟູພື້ນຖານເສດຖະກິດຄືນໃໝ່, ການຊີ້ນຳຂອງລັດຖະບານ ແມ່ນໃກ້ຊິດຕິດແທດທີ່ສຸດ, ການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ໃນການພັດທະນາເສດຖະກິດສັງຄົມແມ່ນລະອຽດຈະແຈ້ງທີ່ສຸດ, ຖືກກັບສະພາບການຕົວຈິງຂອງການເຄື່ອນໄຫວເສດຖະກິດຂອງປະເທດຊາດ.

ວາລະປຶກສາຫາລືກ່ຽວກັບສະພາບການເສດຖະກິດ -ສັງຄົມ ແລະ ງົບປະມານແຫ່ງລັດ

ໂດຍຕິດຕາມວາລະປຶກສາຫາລືກ່ຽວກັບສະພາບເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດ ໃນຕອນເຊົ້າວັນທີ 1 ມິຖຸນາ, ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ ຕີລາຄາຕໍ່ການບໍລິຫານ ຢ່າງມີໄຫວພິບ, ສະດຸ້ງໄວ, ຂ້ຽວຂາດຂອງລັດ, ສະພາແຫ່ງຊາດ, ລັດຖະບານໃນໄລຍະຜ່ານມາ, ເສດຖະກິດຂອງປະເທດຊາດມີສັນຍານຈະເລີນເຕີບໂຕ ແລະ ຟື້ນຟູພາຍຫຼັງທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ - 19 ມາເປັນເວລາ 2 ປີ, ຍ້ອນສິ່ງດັ່ງກ່າວນັ້ນ ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ການນຳພາຂອງອຳນາດການປົກຄອງຈຶ່ງນັບມື້ນັບສູງຂຶ້ນ. ທ່ານ ດິ່ງຈ້ອງທິງ ນັກຊ່ຽວຊານດ້ານເສດຖະກິດຖືວ່າ:

ໃນ 2 ປີທີ່ຖືກພະຍາດໂຄວິດ - 19 ນັ້ນ, ກໍ່ຄື ເວລາທີ່ເປີດປະຕູເພື່ອຟື້ນຟູພື້ນຖານເສດຖະກິດຄືນໃໝ່, ການຊີ້ນຳຂອງລັດຖະບານ ແມ່ນໃກ້ຊິດຕິດແທດທີ່ສຸດ, ການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ໃນການພັດທະນາເສດຖະກິດສັງຄົມແມ່ນລະອຽດຈະແຈ້ງທີ່ສຸດ, ຖືກກັບສະພາບການຕົວຈິງຂອງການເຄື່ອນໄຫວເສດຖະກິດຂອງປະເທດຊາດ. ພວກຂ້າພະເຈົ້າຖືວ່າ ການບໍລິຫານທີ່ໃກ້ຊິດຕິດແທດ ແລະ ສອດຄ່ອງຂອງລັດຖະບານ ຈະຊ່ວຍໃຫ້ບັນດາວິສາຫະກິດແກ້ໄຂໄດ້ຂໍ້ຫຍຸ້ງຍາກ, ຍູ້ແຮງຂັ້ນຕອນຟື້ນຟູ ແລະເຕີບໂຕເສດຖະກິດເພື່ອ ຊຸກຍູ້ GDP ຂອງປະເທດຊາດໃຫ້ບັນລຸໝາກຜົນສູງທີ່ສຸດ.

(ແຫຼ່ງຄັດຈາກ VOV)

top