ຂ່າວສານ

ຜູ້​ນຳ​ລັດ, ລັດ​ຖະ​ບານ​ຫວຽດ​ນາມຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ

ທີ່ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ ໃນວັນທີ 18 ກໍລະກົດ,

 
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ

ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ສະພາແຫ່ງຊາດ 2 ປະເທດ ນັບມື້ນັບຜູກພັນກັນຢ່າງສະໜິດແໜ້ນ, ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ວິຊາສະເພາະ, ວິຊາການໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາໃຫຍ່ຂອງປະເທດຊາດຢ່າງບໍ່ຢຸດຢັ້ງ. ແນໃສ່ ສືບຕໍ່ປະກອບສ່ວນນຳການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ, ນອກຈາກເລື່ອງເພີ່ມທະວີການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ, ເປັນຕົ້ນແມ່ນໃນການສ້າງລະບອບລະບຽບການ, ລະບົບກົດໝາຍ ແລະ ການຕິດຕາມກວດກາ ຜັນຂະຫຍາຍການປະຕິບັດກົດໝາຍແລ້ວ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຍັງສະເໜີໃຫ້:  2 ຝ່າຍຄວນສຸມໃສ່ເພີ່ມທະວີການຕິດຕາມກວດກາ ແລະ ສ້າງເງື່ອນໄຂໃຫ້ບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ.

        ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ ໄດ້ລາຍງານກ່ຽວກັບບາງໝາກຜົນພົ້ນເດັ່ນໃນການເຈລະຈາກັບທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ. ທ່ານຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ ໃຫ້ຮູ້ວ່າ: 2 ຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານຕິດຕາມກວດກາຂອງສະພາແຫ່ງຊາດ; ເຫັນດີເປັນເອກະພາບກ່ຽວກັບແຜນການຕິດຕາມກວດກາ, ກວດກາບັນຫາຊາວອົບພະຍົບແບບເສລີ, ການສົມລົດຜິດກົດໝາຍຢູ່ບັນດາທ້ອງຖິ່ນໃກ້ກັບຊາຍແດນລະຫວ່າງ 2 ປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ

ແລະກໍ່ໃນຕອນບ່າຍວັນທີ 18 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ແສງນວນ ໄຊຍະລາດ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ເລື່ອງຮັກສາບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງເປັນປະຈຳ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາຢ່າງທັນການ; ເພີ່ມທະວີການພົວພັນແບບພິເສດລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍຜົນງານຂອງພັກປະຊາຊົນປະຕິວັດ ລາວ, ການບໍລິຫານຂອງລັດຖະບານ ແລະ ການຕິດຕາມກວດກາຢ່າງມີປະສິດທິຜົນຂອງສະພາແຫ່ງຊາດ ລາວ.

(ແຫຼ່ງຄັດຈາກ VOV)



top