ຂ່າວສານ

ຜູ້​ທີ່ນຳ​ເອົາບົດເພງ “ລຸງໂຮ່ ຄວາມຮັກທີ່ກວ້າງໃຫຍ່​ໄພ​ສານ” ໄປຍັງຜູ້ຟັງລາວ

ທ່ານ Touane  mouane chanh ຍັງແຕ່ງບົດເພງ “ລຸງໂຮ່ໃນດວງໃຈ” ເປັນພາສາລາວຕື່ມອີກ ເພື່ອສະແດງຄວາມເຄົາລົບຮັກ ແລະ ຄວາມນິຍົມນັບຖືຂອງຕົນທີ່ມີຕໍ່ລຸງໂຮ່.

ນັກສິລະປິນ ດີເດັ່ນ Touane  mouane chanh ຕອບສຳພາດຕໍ່ນັກຂ່າວ VOV 

ດ້ວຍຄວາມຫວັງຢາກຊ່ວຍໃຫ້ປະຊາຊົນລາວ, ພິເສດແມ່ນໄວໜຸ່ມ ມີຄວາມເຂົ້າໃຈຢ່າງລະອຽດ ກ່ວາ ກ່ຽວກັບປະທານໂຮ່ຈີມິນ - ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ເປັນເພື່ອນມິດຜູ້ຍິ່ງໃຫຍ່ຂອງປະເທດຊາດ ແລະ ປະຊາຊົນລາວ, ມີນັກດົນຕີລາວຜູ້ໜຶ່ງໄດ້ ຂຽນເນື້ອເພງໃໝ່ໃຫ້ແກ່ບົດເພງທີ່ມີຊື່ສຽງດັ່ງກ່າວຂອງນັກດົນຕີ ຖ້ວນອຽນ: ລຸງໂຮ່ - ຄວາມຮັກທີ່ກວ້າງໃຫຍ່ໄພສານເປັນພາສາລາວ.  ຫຼາຍປີມານີ້, ບົດເພງດັ່ງກ່າວໄດ້ເຮັດໃຫ້ປະຊາຊົນລາວຫຼາຍລ້ານຄົນຮູ້ສຶກຕື້ນຕັນໃຈເມື່ອຄິດເຖິງລຸງໂຮ່ ທີ່ແສນເຄົາລົບຮັກ.

ນັ້ນແມ່ນນັກສິລະປິນ ດີເດັ່ນ Touane  mouane chanh ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດລາວ. ນອກຈາກການແປພາສາບົດເພງ ລຸງໂຮ່ ຄວາມຮັກທີ່ກວ້າງໃຫຍ່ໄພສານແລ້ວ, ທ່ານຍັງແຕ່ງບົດເພງ “ລຸງໂຮ່ໃນດວງໃຈ” ເປັນພາສາລາວຕື່ມອີກ ເພື່ອສະແດງຄວາມເຄົາລົບຮັກ ແລະ ຄວາມນິຍົມນັບຖືຂອງຕົນທີ່ມີຕໍ່ລຸງໂຮ່.

 (ແຫຼ່ງຄັດຈາກ VOV)


top