ໃນປີ 2021, ທ່ານ Hiroumi Hamajima ໄດ້ມາ ຫວຽດນາມ ເພື່ອນຳພາ ບໍລິສັດ Sumitomo Heavy Industries Vietnam (SHIV) ແມ່ນຊ່ວງເວລາ ພະຍາດລະບາດ ໂຄວິດ-19 ລະບາດ ອັນໄດ້ສ້າງສິ່ງທ້າທາຍ ທີ່ໃຫຍ່ຫຼວງ ໃຫ້ກັບໂຮງງານ. ເດືອນປີ ທີ່ ໄດ້ຮ່ວມກັບແຮງງານ ຮັກສາການຜະລິດ ໄດ້ຝາກບົດຮຽນ ອັນ ເລິກເຊິ່ງໄວ້ໃນໃຈຂອງທ່ານ ກ່ຽວກັບນ້ຳໃຈ ຄວາມເປັນ ໝູ່ຄະ ນະ ແລະ ຄວາມເປັນຜູ້ໃຫຍ່ ຂອງຄົນ ຫວຽດນາມ.
ໃນປີ 2021, ທ່ານ Hiroumi Hamajima ໄດ້ມາ ຫວຽດນາມ ເພື່ອນຳພາ ບໍລິສັດ Sumitomo Heavy Industries Vietnam (SHIV) ແມ່ນຊ່ວງເວລາ ພະຍາດລະບາດ ໂຄວິດ-19 ລະບາດ ອັນໄດ້ສ້າງສິ່ງທ້າທາຍ ທີ່ໃຫຍ່ຫຼວງ ໃຫ້ກັບໂຮງງານ. ເດືອນປີ ທີ່ ໄດ້ຮ່ວມກັບແຮງງານ ຮັກສາການຜະລິດ ໄດ້ຝາກບົດຮຽນ ອັນ ເລິກເຊິ່ງໄວ້ໃນໃຈຂອງທ່ານ ກ່ຽວກັບນ້ຳໃຈ ຄວາມເປັນ ໝູ່ຄະ ນະ ແລະ ຄວາມເປັນຜູ້ໃຫຍ່ ຂອງຄົນ ຫວຽດນາມ.
* ໃກ້ຊິດຍິ່ງຂຶ້ນ ກັບຜູ້ຮ່ວມພາຍເຮືອ
ທ່ານ Hamajima ກ່າວວ່າ “ຂ້ອຍໄດ້ຮຽນຮູ້ ຈາກກຳມະກອນ ແລະ ແຮງງານ ຫວຽດນາມ ກ່ຽວກັບນ້ຳໃຈ ທີ່ບໍ່ເຄີຍຍອມແພ້ ແລະ ນ້ຳໃຈສາມັກຄີເປັນທີມ. ພວກເຂົາເຮັດວຽກຮ່ວມກັນ ເປັນ ໝູ່ຄະນະຢູ່ສະເໝີ”.
ທ່ານ Hiroumi Hamajima, ຜູ້ອຳນວຍການໃຫຍ່ ບໍລິສັດ Sumitomo Heavy
Industries ຫວຽດນາມ. ພາບ: ເຈິ່ນແທັງຢາງ/VNP
ທ່ານຈື່ໄດ້ດີທີ່ສຸດ ແມ່ນຊ່ວງເວລາ ໂຄວິດ-19, ໂຮງງານ ຢືນຢູ່ ຕໍ່ໜ້າຄວາມສ່ຽງ ຕ້ອງໄດ້ຢຸດກິດຈະການ. ພະນັກງານ SHIV ຫຼາຍຄົນ ໄດ້ພັກຢູ່ໂຮງງານເປັນເວລາຫຼາຍເດືອນ ເພື່ອຮັກສາ ການຜະລິດ ແລະ ຮັບປະກັນການສະໜອງ
ໃຫ້ກັບລູກຄ້າ. ສຳ ລັບທ່ານ ແລ້ວ, ເລື່ອງນັ້ນ ບໍ່ພຽງແຕ່ແມ່ນສິ່ງທ້າທາຍ
ຕໍ່ວິສາຫະ ກິດ ເທົ່ານັ້ນ, ແຕ່ຍັງແມ່ນປະສົບການອັນເລິກເຊິ່ງ
ກ່ຽວກັບ ຄວາມຮັບຜິດຊອບ ແລະ ພະລັງແຮງ ຂອງ ໝູ່ຄະນະ.
ໃນຊ່ວງເວລານັ້ນ ໄດ້ນຳເອົານັກບໍລິຫານຊາວ ຢີ່ປຸ່ນ ມາໃກ້ຊິດ ກັບແຮງງານ ຫວຽດນາມ ຫຼາຍຂຶ້ນ. ຈົນເຖິງປັດຈຸບັນ, ທ່ານ ຍັງ ຄົງຮູ້ສຶກຂອບໃຈ ແລະ ຊົມເຊີຍ ຕໍ່ກັບບັນດາສະມາຊິກ
SHIV ທີ່ ໄດ້ຮ່ວມກັນ
ຜ່ານຜ່າໄລຍະທີ່ຍາກລຳບາກ.
ຢູ່ທຸກໆມຸມຂອງໂຮງງານ ຍັງແນມເຫັນຮູບພາບຂອງການນຳທີ່ໃກ້ຊິດ, ມີຄວາມກະຕືລືລົ້ນໃນການຕິດຕາມກວດກາ ວຽກງານຮ່ວມກັບບັນດາວິສະວະກອນ ແລະ ກຳມະກອນ. ພາບ: ເຈິ່ນແທັງຢາງ/VNP
ກວດກາຂະບວນການຜະລິດ ຜະລິດຕະພັນ. ພາບ: ເຈິ່ນແທັງຢາງ/VNP
ແລກປ່ຽນກັບຫົວໜ້າພາກສ່ວນການຜະລິດ ກ່ຽວກັບວຽກງານປະຈຳວັນ. ພາບ: ເຈິ່ນແທັງຢາງ/VNP
ຢູ່ໂຮງງານ ທີ່ມີແຮງງານ ກວ່າ 1.000 ຄົນ, ທ່ານ Hamajima ບໍ່ ພຽງແຕ່ເຮັດວຽກ ຢູ່ແຕ່ໃນການປະຊຸມຄຸ້ມຄອງເທົ່ານັ້ນ. ທ່ານ ເຄີຍ ໄປຮອດບ່ອນຜະລິດ, ທັກທາຍກຳມະກອນ, ເບິ່ງຜະລິດ ຕະພັນ ທີ່ຫາກໍ່ສຳເລັດ ແລະ ຮັບຟັງເລື່ອງລາວ ກ່ຽວກັບວຽກ ງານ. ໃນບັນດາການແຂ່ງຂັນສີມືແຮງງານ, ທ່ານ ໄດ້ໄປເຊຍ ແຮງງານໂດຍກົງ ແລະ ຖືວ່າ ນີ້ແມ່ນໂອກາດ ໃຫ້ພວກເຂົາ ໄດ້ ແບ່ງປັນປະສົບການ, ຍົກສູງທັກສະ.
ທ່ານ Hiroumi Hamajima, ຜູ້ອຳນວຍການໃຫຍ່ ບໍລິສັດ Sumitomo Heavy
Industries ຫວຽດນາມ, ຜູ້ເປັນນາຍທ້າຍ ທີ່ຖືກ ພະນັກງານ ແລະ ກຳມະກອນ ຫວຽດນາມ
ນັບໝື່ນໆ ຄົນຮັກແພງ. ພາບ: ເຈິ່ນແທັງຢາງ/VNP
ຜ່ານຫຼາຍປີ ທີ່ເຮັດວຽກຢູ່ ຫວຽດນາມ, ທ່ານ ໄດ້ຕີລາຄາສູງ ທີມ ງານ ວິສະວະກອນ, ພະນັກງານ ແລະ ກຳມະກອນ ຍ້ອນຄວາມ ສາມາດ ໃນການຮຽນຮູ້, ການປັບໂຕ, ຄວາມທຸ່ມເທ ແລະ ນ້ຳ ໃຈ ພ້ອມທີ່ຈະຮັບເອົາສິ່ງທ້າທາຍ.
* ເຕີບໃຫຍ່ໄປພ້ອມກັບເຕັກໂນໂລຊີ ແລະ ຜູ້ຄົນ
ສຳລັບທ່ານ Hamajima, ເຕັກໂນໂລຊີ ຈະເສີມຂະຫຍາຍ ຄຸນ ຄ່າໄດ້ ກໍ່ຕໍ່ເມື່ອມັນໄປຄຽງຄູ່ກັບ ການຂະຫຍາຍຕົວ ຂອງຄົນ ເຮົາ. ຜູ້ຄວບຄຸມຕ້ອງເຂົ້າໃຈ ເຕັກໂນໂລຊີ, ນັກວິຊາການ ຕ້ອງ ເປັນຜູ້ຊ່ຽວຊານ ໃນການນໍາໃຊ້ອຸປະກອນ ແລະ ທີມງານ ບໍລິຫານ ຕ້ອງມີຄວາມສາມາດ ໃນການແກ້ໄຂບັນຫາ ທີ່ນັບມື້ນັບຊັບຊ້ອນ.
ທ່ານ Hiroumi Hamajima ເຮັດວຽກຮ່ວມກັບບັນດາວິສະວະກອນ ຢູ່ຫ້ອງອອກແບບ. ພາບ: ເຈິ່ນແທັງຢາງ/VNP
ຈາກທັດສະນະດັ່ງກ່າວ, SHIV ໄດ້ເອົາໃຈໃສ່ການຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ. ທ່ານໄດ້ເຫັນກັບຕາ ແຮງງານ ຫວຽດນາມ ຫຼາຍຄົນເຕີບໃຫຍ່ ຈາກຕຳແໜ່ງຜູ້ຄຸມເຄື່ອງຈັກ ມາ ເປັນວິຊາການ,
ຊ່ຽວຊານ ແລະ ພະນັກງານຄຸ້ມຄອງ. ສຳລັບ ທ່ານແລ້ວ, ນີ້ແມ່ນໜຶ່ງໃນຄຸນຄ່າ ທີ່ໜ້າປະທັບໃຈທີ່ສຸດ: ຜູ້ອອກ ແຮງງານ ບໍ່ພຽງແຕ່
ເຮັດວຽກກັບເຕັກໂນໂລຊີ ເທົ່ານັ້ນ, ແຕ່ຍັງ ເຕີບໃຫຍ່ ໄປພ້ອມກັບເຕັກໂນໂລຊີ ອີກດ້ວຍ.
ທ່ານຍັງຖືວ່າ ສິ່ງແວດລ້ອມການເຮັດວຽກ ແມ່ນປັດໄຈສຳຄັນ ເພື່ອ ໃຫ້ແຮງງານມີຄວາມຜູກພັນ ໃນໄລຍະຍາວ. ການປັບປຸງ ຢ່າງຮູບປະທຳ ເຊັ່ນ: ການຫຼຸດຜ່ອນກິ່ນນ້ຳມັນ, ຄວາມຮ້ອນ ແລະ ສຽງດັງ ຂອງເຄື່ອງຈັກ ໄດ້ສະແດງເຖິງຄວາມເອົາ ໃຈໃສ່ ຕໍ່ກັບຜູ້ຄົນ
ທີ່ກຳລັງ ສ້າງກິດຈະກຳການເຄື່ອນໄຫວ ຂອງໂຮງ ງານ ໃນທຸກໆ ມື້.
ຕະຫຼອດຫຼາຍປີ ທີ່ຢູ່ ຫວຽດນາມ, ທ່ານ ໄດ້ເຫັນຄວາມປ່ຽນແປງ ຫຼາຍຢ່າງ, ຕັ້ງແຕ່ການລະບາດໂຄວິດ-19 ໄປຮອດຄວາມຕ້ອງ ການ ທີ່ນັບມື້ນັບສູງຂຶ້ນ ກ່ຽວກັບ ເຕັກໂນໂລຊີ ແລະ ຄຸນະພາບ. ໃນຄວາມຜັນແປເຫຼົ່ານັ້ນ, ແຮງງານ SHIV ຍັງຄົງສືບຕໍ່ຮຽນຮູ້, ປັບປຸງ
ແລະ ປັບໂຕ. ສຳລັບທ່ານ ແລ້ວ, ຄຸນຄ່າອັນໃຫຍ່ຫຼວງ ທີ່ ສຸດ ບໍ່ພຽງແຕ່ຢູ່ນຳສາຍການຜະລິດ
ທີ່ທັນສະໄໝ ຫຼື ຜະລິດຕະ ພັນ ທີ່ມີປະລິມານເຕັກນິກສູງເທົ່ານັ້ນ, ແຕ່ແມ່ນຢູ່ທີ່ຄວາມເຕີບ ໃຫຍ່ ຂອງຄົນທີ່ຢູ່ເບື້ອງຫຼັງ. ໂຮງງານໜຶ່ງ ບໍ່ພຽງແຕ່
ຖືກສ້າງຂຶ້ນ ດ້ວຍເຫຼັກ, ເຄື່ອງຈັກ ແລະ ອຸປະກອນເທົ່ານັ້ນ,
ແຕ່ຍັງຖືກສ້າງ ຂຶ້ນ ດ້ວຍຜູ້ຄົນທີ່ເຮັດວຽກ, ຮຽນຮູ້ ແລະ ຜ່ານຜ່າ ຄວາມຍາກ ລຳບາກ ຮ່ວມກັນ.
ທ່ານ Hiroumi Hamajima ກວດກາຄຸນນະພາບຜະລິດຕະພັນ ຢູ່ໂຮງງານ. ພາບ: ເຈິ່ນແທັງຢາງ/VNP
ປັດຈຸບັນ, ທ່ານ Hamajima ຍັງຄົງຍ່າງຜ່ານບັນດາພາກສ່ວນ ການຜະລິດ, ທັກທາຍກຳມະກອນ, ຢຸດຢູ່ຂ້າງໆ ເຄື່ອງຈັກ, ຖາມ ຂ່າວກ່ຽວກັບວຽກງານ ແລະ ຮັບຟັງເລື່ອງລາວ ຊີວິດປະຈຳວັນ. ຮູບພາບ ດັ່ງກ່າວ ພາໃຫ້ຄິດຫາ “ຜູ້ເປັນນາຍທ້າຍ” ທີ່ໃກ້ຊິດກັບ ເຮືອຂອງຕົນ: ບໍ່ພຽງແຕ່ຢືນຢູ່ທາງໜ້າ
ເພື່ອນຳທາງເທົ່ານັ້ນ, ແຕ່ຍັງປະກົດໂຕ ຢູ່ນໍາຜູ້ທີ່ຮ່ວມພາຍເຮືອກັບຕົນອີກດ້ວຍ.
ແລກປ່ຽນວຽກງານກັບບັນດາພະນັກງານ ຫ້ອງເຕັກໂนໂລຊີ. ພາບ: ເຈິ່ນແທັງຢາງ/VNP
ບາງທີ ສິ່ງທີ່ທ່ານ ຕ້ອງການຝາກໄວ້ຢູ່ ຫວຽດນາມ ບໍ່ພຽງແຕ່ ແມ່ນຜະລິດຕະພັນ ທີ່ມີເຄື່ອງໝາຍການຄ້າ
Sumitomo ເທົ່າ ນັ້ນ, ແຕ່ຍັງແມ່ນຜູ້ຄົນ ທີ່ນັບມື້ນັບເກັ່ງວິຊາຊີບ, ມີຄວາມໝັ້ນ ໃຈ ແລະ ສາມາດກ້າວໄປໄກກວ່າເກົ່າ ດ້ວຍຄວາມສາມາດ ຂອງຕົນເອງ.
ບົດ: ບິກເວິນ, ຫງວຽນເຕືອຍ - ພາບ: ເຈິ່ນແທັງຢາງ/VNP