ເຫດການ - ບຸກຄົນ

ຜູ້ເຊື່ອມຕໍ່ທະເລ ຫວຽດນາມ ກັບ ໂລກ

ກວ່າເຄິ່ງສະຕະວັດ ທີ່ຕິດພັນກັບ ວິທະຍາສາດທາງທະເລ, ຮສຈ. ປອ ຫງວຽນຈູໂຮ່ຍ ໄດ້ກາຍເປັນບຸກຄົນສໍາຄັນ ທ່ີເປັນຕົວແທນ ຂອງ ຫວຽດນາມ ໃນການຮ່ວມມືທາງທະເລ ລະດັບພາກພື້ນ ແລະ ສາກົນ. ທ່ານ ໄດ້ພະຍາຍາມ ຢ່າງບໍ່ຮູ້ອິດເມື່ອຍ ໃນການນຳເອົາ ພາບພົດຂອງ ຫວຽດນາມ ທີ່ມີຄວາມຮັບຜິດຊອບ, ຮ່ວມມື ແລະ ມຸ່ງໄປສູ່ ການພັດທະນາ ທີ່ຢືນຢົງ ອອກສູ່ໂລກ.

 

ກວ່າເຄິ່ງສະຕະວັດ ທີ່ຕິດພັນກັບ ວິທະຍາສາດທາງທະເລ, ຮສຈ. ປອ ຫງວຽນຈູໂຮ່ຍ ໄດ້ກາຍເປັນບຸກຄົນສໍາຄັນ ທ່ີເປັນຕົວແທນ ຂອງ ຫວຽດນາມ ໃນການຮ່ວມມືທາງທະເລ ລະດັບພາກພື້ນ ແລະ ສາກົນ. ທ່ານ ໄດ້ພະຍາຍາມ ຢ່າງບໍ່ຮູ້ອິດເມື່ອຍ ໃນການນຳເອົາ ພາບພົດຂອງ ຫວຽດນາມ ທີ່ມີຄວາມຮັບຜິດຊອບ, ຮ່ວມມື ແລະ ມຸ່ງໄປສູ່ ການພັດທະນາ ທີ່ຢືນຢົງ ອອກສູ່ໂລກ.

ຮສຈ. ປອ ຫງວຽນຈູໂຮ່ຍ, ນັກວິທະຍາສາດ ທະເລຊັ້ນນຳ ຂອງ ຫວຽດນາມ. ພາບ: ເຈິ່ນແທັງຢາງ/VNP

ໜ້າຕ່າງໆ ຂອງວາລະສານ ຂ່າວພາບ ຫວຽດນາມ ໃນດິນແດນທີ່   ໜາວເຢັນ

ສິ່ງທີ່ສ້າງຄວາມປະທັບໃຈ ກ່ຽວກັບ ຮສຈ. ປອ ຫງວຽນຈູໂຮ່ຍ ບໍ່ພຽງແຕ່ແມ່ນຕຳແໜ່ງທາງວິຊາການ, ວຸດທິການສຶກສາ ຫຼື ການເດີນທາງໄປ 72 ປະເທດ, ແຕ່ຍັງລວມເຖິງພະລັງ ຂອງຄົນ ຄົນໜຶ່ງ ທີ່ໄດ້ທຸ້ມ ເທຄວາມຮັກທັງໝົດ ຂອງຕົນ ໃຫ້ກັບທະເລ ຂອງ ບ້ານເກີດເມືອງນອນ. ໃນໄວ 75 ປີ, ທ່ານ ຍັງຄົງຕັ້ງໜ້າເຊື່ອມໂຍງທະເລ ຫວຽດ ນາມ ກັບ ມະຫາສະໝຸດ ຈາກທົ່ວໂລກ ດ້ວຍຄວາມຫຼົງໄຫຼທີ່ບໍ່ເຄີຍມີຍາມບົກແຫ້ງ.  

ມີໜ້ອຍຄົນທີ່ຮູ້ວ່າ ເສັ້ນທາງນັ້ນເລີ່ມຕົ້ນ ຈາກຄວາມຊົງຈຳ ທີ່ງ່າຍໆ ຢູ່ ວາກຊາວາ (ໂປໂລຍ) ໃນຕົ້ນຊຸມປີ 1980. ເມື່ອຍັງເປັນ ນັກຄົ້ນ ຄວ້າ, ນອກເວລາຮຽນ, ທ່ານມັກຈະນຳເອົາ ວາລະສານ ຂ່າວພາບ ຫວຽດນາມ ຫຼາຍສະບັບໄປສະເໜີ ໃຫ້ເພື່ອນຮ່ວມງານ, ໝູ່ເພື່ອນ ແລະ ປະຊາຊົນ ໂປໂລຍ. ທ່ານຢາກໃຫ້ ເພື່ອນມິດສາກົນ ເຂົ້າໃຈວ່າ ຫວຽດນາມ ບໍ່ພຽງແຕ່ມີສົງຄາມ, ແຕ່ຍັງມີຜູ້ຄົນ ທີ່ເປັນກັນເອງ ແລະ ມີວັດທະນະທຳ ທ່ີອຸດົມສົມບູນ. ບັນດາໜ້າ ຂ່າວພາບ ຫວຽດນາມນັ້ນ ບໍ່ພຽງແຕ່ແມ່ນພາຫະນະສື່ສານຢ່າງດຽວ, ແຕ່ຍັງໄດ້ກາຍເປັນຂົວຕໍ່ ວັດທະນະທຳ ທີ່ເຊື່ອມຕໍ່ ບ້ານເກີດເມືອງນອນ ກັບເພື່ອນມິດສາກົນ.

ການອ່ານປຶ້ມ ແລະ ຄົ້ນຄວ້າເອກະສານ ສະເພາະຂະແໜງ ແມ່ນຄວາມຊິນເຄີຍໃນແຕ່ລະມື້ ຂອງ ຮສຈ. ປອ ຫງວຽນຈູໂຮ່ຍ. ພາບ: ເຈິ່ນແທັງຢາງ/VNP

* ຂົວຕໍ່ທີ່ຍືນຍົງ ລະຫວ່າງ ຫວຽດນາມ ແລະ ມະຫາສະໝຸດ ທົ່ວໂລກ

ໃນໄລຍະ ແຕ່ປີ 1998 ຫາ ປີ 2012, ບັນດາປະເທດ ASEAN ໄດ້ມອບຄວາມໄວ້ວາງໃຈຢ່າງຕໍ່ເນື່ອງ ໂດຍເລືອກໃຫ້ທ່ານ ດຳລົງ 2 ຕຳ ແໜ່ງທີ່ສຳຄັນຄື: ປະທານອະນຸກຳມະການ ວິທະຍາສາດ - ເຕັກໂນໂລຊີ ທະເລ ASEAN (ASEAN SCMSAT) ແລະ ຫົວໜ້າກຸ່ມວຽກງານ ກ່ຽວກັບສະພາບແວດລ້ອມທະເລ ແລະ ຝັ່ງທະເລ ASEAN (AWGCME). ການທີ່ໄດ້ຮັບເລືອກຕັ້ງ ຢ່າງຕໍ່ເນື່ອງ, ໂດຍບໍ່ເປັນໄປຕາມທຳນຽມໝູນວຽນ ຕາມປົກກະຕິ, ໄດ້ສະແດງ ໃຫ້ເຫັນເຖິງການຍອມຮັບ ຕໍ່ຄວາມສາມາດດ້ານວິຊາການ ແລະ ຊື່ສຽງ ຂອງ ຕົວແທນ ຫວຽດນາມ ຢູ່ບັນດາເວທີປາໄສ ພາກພື້ນ.

ບັນດາຜົນງານການຄົ້ນຄວ້າ ກ່ຽວກັບທະເລ ຂອງ ຮສຈ. ປອ ຫງວຽນຈູໂຮ່ຍ. ພາບ: ເຈິ່ນແທັງຢາງ/VNP

ຢູ່ ASEAN, ທ່ານໄດ້ສ້າງຂີດໝາຍໄວ້ ດ້ວຍທັດສະນະການຄຸ້ມຄອງທະເລ ທີ່ມີລັກສະນະເຊື່ອມໂຍງ. ຕໍ່ຄຳຖາມ ກ່ຽວກັບບົດບາດ ຂອງ ລາວ - ປະເທດດຽວໃນ ASEAN ທີ່ບໍ່ມີທະເລ - ທ່ານໄດ້ຍົກຂໍ້ອ້າງເຫດຜົນທີ່ສັ້ນກະທັດຮັດ ແຕ່ອຸດົມໄປດ້ວຍ ຄວາມຄິດທ່ີວ່າ: “ຮ້ອຍສາຍນ້ຳໄຫຼສູ່ທະເລ”. ຕາມທ່ານແລ້ວ, ການຄຸ້ມຄອງທະເລ ບໍ່ສາມາດແຍກອອກ ຈາກ ການຄຸ້ມຄອງ ເຂດລຸ່ມແມ່ນ້ຳ, ສະພາບແວດລ້ອມທະເລ ແລະ ສະພາບແວດລ້ອມເທິງບົກ ແມ່ນມີຄວາມເຊື່ອມໂຍງກັນຢ່າງຕໍ່ເນື່ອງ.

ຮສຈ. ປອ ຫງວຽນຈູໂຮ່ຍ - ເປັນຕົວແທນ ໃຫ້ກັບຮຸ່ນນັກວິທະຍາສາດ ທະເລຜູ້ບຸກເບີກ, ທັງໜັກແໜ້ນດ້ານວິຊາການ ທິດສະດີ ທັງໃກ້ຊິດຕິດແທດ ກັບພຶດຕິກຳຕົວຈິງ ຍຸດທະສາດທະເລ ແຫ່ງຊາດ.  ພາບ: ເຈິ່ນແທັງຢາງ/VNP
ເຖິງແມ່ນວ່າຈະມີອາຍຸສູງແລ້ວ, ແຕ່ ຮສຈ. ປອ ຫງວຽນຈູໂຮ່ຍ ຍັງຄົງໝົກໝົ້ນກັບການຄົ້ນຄວ້າທາງວິທະຍາສາດ. ພາບ: ເຈິ່ນແທັງຢາງ/VNP

ທ່ານ ຍັງໄດ້ສະເໜີໃຫ້ປ່ຽນຊື່ ອະນຸກຳມະການ ວິທະຍາສາດທະເລ ມາເປັນ ອະນຸກຳມະການ ວິທະຍາສາດ - ເຕັກໂນໂລຊີ ທະເລ ASEAN (SCMSAT), ໂດຍເນັ້ນໜັກເຖິງບົດບາດ ຂອງ ວິທະຍາ ສາດ ແລະ ເຕັກໂນໂລຊີ ໃນການຄົ້ນຄວ້າ, ຄຸ້ມຄອງ ແລະ ຂຸດຄົ້ນມະຫາສະໝຸດ ຢ່າງຢືນຢົງ.

ບັນດາຄຳແບ່ງປັນຂອງ ຮສຈ. ປອ ຫງວຽນຈູໂຮ່ຍ ກ່ຽວກັບທະເລ ຍາມໃດກໍໄດ້ຮັບຄວາມສົນໃຈຢ່າງຍິ່ງ ສໍາລັບທຸກຄົນ ສະເໝີ.    ພາບ: ເອກະສານ

ນອກຈາກ ASEAN ແລ້ວ, ທ່ານ ຍັງໄດ້ເຂົ້າຮ່ວມ ຄະນະຊີ້ນຳ ເວທີປາໄສ ມະຫາສະໝຸດທົ່ວໂລກ (GOF), ດຳລົງຕຳແໜ່ງເປັນ ຫົວໜ້າ ຄະນະປະສານງານແຫ່ງຊາດ ຂໍ້ລິເລີ່ມປ່າຊາຍເລນ ເພື່ອອະນາຄົດ (MFF) ໄລຍະ 2010 - 2015, ທັງເຂົ້າຮ່ວມ ການສ້າງແຜນຜັງສັງ ລວມ ເຂດຝັ່ງທະເລ ອ່າວ ຮ້າລອງ ໃນປີ 2005.

 


ຈາກນັກຄົ້ນຄວ້າ ຄົນໜຶ່ງ ທີ່ນຳເອົາ ວາລະສານ ຂ່າວພາບ ຫວຽດ ນາມ ເພື່ອເລົ່າເລື່ອງລາວ ກ່ຽວກັບບ້ານເກີດເມືອງນອນ ທ່າມກາງລະດູໜາວ ຢູ່ ເອີຣົບ ມາເປັນຜູ້ຊ່ຽວຊານ ທີ່ໄດ້ຮັບຄວາມໄວ້ວາງໃຈ ຈາກ ASEAN ໃຫ້ຮັບຜິດຊອບ ພະລາກິດອັນໜັກໜ່ວງ ເປັນເວລາຫຼາຍປີ, ຮສຈ. ປອ ຫງວຽນຈູໂຮ່ຍ ໄດ້ສະແດງໃຫ້ເຫັນເຖິງ ສິ່ງທີ່ງ່າຍໆ ແຕ່ເລິກເຊິ່ງວ່າ: ທະເລ ຫວຽດນາມ ເຊື່ອມໂຍງກັບໂລກ ບໍ່ພຽງແຕ່ ດ້ວຍນະໂຍບາຍ, ແຕ່ຍັງດ້ວຍບັນດາບຸກຄົນ ທີ່ທຸ້ມເທຈິດໃຈ ທັງໝົດຂອງຕົນ ໃຫ້ກັບຄວາມຮັກ ບ້ານເກີດເມືອງນອນ ແລະ ມະຫາສະໝຸດ.

ບົດ: ວີຖາວ - ພາບ: ເຈິ່ນແທັງຢາງ/VNP


top